ຢ່າເລື່ອນຜ່ານ! ລົບກວນໃຫ້ທຸກຄົນອ່ານເພື່ອເປັນຂໍ້ມູນ “ເອື້ອຍອາໂນມາ” ເກືອບຖີ້ມຊີວິດ ຍ້ອນຕິດເຊື້ອໂຄວິດ19 ລົງປອດ – ສື່ລາວ.ຄອມ
Connect with us

ຕິດຕາມໂຄວິດ-19

ຢ່າເລື່ອນຜ່ານ! ລົບກວນໃຫ້ທຸກຄົນອ່ານເພື່ອເປັນຂໍ້ມູນ “ເອື້ອຍອາໂນມາ” ເກືອບຖີ້ມຊີວິດ ຍ້ອນຕິດເຊື້ອໂຄວິດ19 ລົງປອດ

Published

on

ລົບກວນໃຫ້ທຸກຄົນອ່ານເພື່ອເປັນຂໍ້ມູນ26.12.2021 ຄົບຮອບ 1ເດືອນ ທີ່ ອາໂນມາ ເກືອບເສຍຊີວິດ ຍ້ອນຕິດເຊື້ອໂຄວິດ19 ລົງປອດຂໍອະນຸຍາດ ເລົ່າເລື່ອງທີ່ເກີດຂື້ນກັບອາໂນມາ ເພື່ອເປັນຂໍ້ມູນ ແລະ ເປັນອຸທາຫອນ ເປັນຄວາມເຂົ້າໃຈສໍາລັບ ຜູ້ທີ່ຍັງບໍ່ທັນຮູ້ວ່າ ໂຄວິດ19 ອັນຕະລາຍສໍ່າໃດພ້ອມນີ້ກໍຂໍໃຊ້ຫນ້າເຟສບຸກນີ້ ສະແດງຄວາມຂອບໃຈ ຜູ້ທີ່ຊ່ວຍເຫລືອທຸກຢ່າງ ໃຫ້ອາໂນມາ ລອດຈາກຄວາມຕາຍທີ່ມັນຢູ່ໃກ້ອາໂນມາ ພຽງແຕ່ຄືບດຽວຂໍເລົ່າເລີຍ.

19.11.2021 ເລາ 20:30 ອາໂນມາ ຮູ້ສຶກໄຂ້ແລະໄອ ຈຶ່ງໄດ້ໄປຊື້ເຄື່ອງກວດແບບໄວມາກວດເອງ ຜົນອອກມາເປັນບວກ ກວດສອງເທື່ອນໍາເຄື່ອງກວດມາກວດໃຫ້ທຸກຄົນຢູ່ເຮືອນນໍາກັນອີກ 6ຄົນ ຜົນອອກມາ ທຸກຄົນເປັນລົບ20.11.2021 ຕອນບ່າຍ ເພື່ອຄວາມແນ່ໃຈຈຶ່ງພາກັນໄປກວດຢູ່ໂຮງຫມໍເອກະຊົນແຫ່ງຫນຶ່ງ ຮອດ 22:00 ໂມງ ຫມໍທີ່ຢູ່ໂຮງຫມໍເອກະຊົນ ທີ່ຄອບຄົວອາໂນມາໄປກວດໂຄວິດ ໂທມາແຈ້ງວ່າຕິດໂຄວິດທັງຫມົດ.

ອາໂນມາ ຕັດສິນໃຈປິ່ນປົວຢູ່ເຮືອນນໍາກັນທັງຫມົດ7ຄົນ ແລະ ອົງການປົກຄອງບ້ານກໍໄດ້ເຮັດໃບຢັ້ງຢືນໃຫ້ ພ້ອມດ້ວຍການແນະນໍາທຸກຢ່າງ ນອກນັ້ນຄະນະສະເພາະກິດກໍໄດ້ສອບຖາມເກັບກໍາຂໍ້ມູນແລະແນະນໍາ ການເບິ່ງແຍງໂຕເອງ ແລະ ໃຫ້ເບີໂທຕິດຕໍ່ຖ້າມີອາການຮຸນແຮງ22.11.2021 ທຸກຄົນມີອາການ ເປັນຫວັດ ໄຂ້ທໍາມະດາ ນໍ້າມູກຍ້ອຍ ມີອາໂນມາຜູ້ດຽວທີ່ ໄຂ້ຂື້ນສູງ 39-40 ຫນາວສັ່ນ ເຈັບຫົວ ໄອຫລາຍ23.11.2021 ທຸກຄົນ ມີອາການເບົາບາງ ອາໂນມາ ເລີ່ມເຈັບແສບຫນ້າເອິກ ສັນຫລັງ ແລະຍັງໄຂ້ຂື້ນສູງ ອົກຊີໃນເລືອດເລີ່ມຕໍ່າລົງ 89-90-9124.11.2021 ທຸກຄົນດີຂື້ນ ມີແຕ່ອາການຄືຄົນເປັນຫວັດ ມີແຕ່ອາໂນມາ ອາການຫນັກຂື້ນ ທັງຖອກທ້ອງ ຮາກ ໄຂ້ຂື້ນສູງ ໄອຕະຫລອດ ອົກຊີໃນເລືອດຍັງຕໍ່າຄືເກົ່າ ຮອດ 2ໂມງກາງຄືນ ຫນາວສັ່ນ ຮາກແລະໄອ ແລ້ວກໍລົ້ມຢູ່ຫ້ອງນໍ້າ25.11.2021 ໂທຫາ 164 ບອກອາການ ແລະ ໃຫ້ມາຮັບໄປປິ່ນປົວ ເພາະຫມໍທີ່ຕິດຕາມອາການແລະແນະນໍາກໍບອກວ່າ ຢ້ານໂຄວິດລົງປອດຂ້ຽວຕິດຕໍ່ 164( ນ້ອງຊາຍທີ່ເປັນສາມີຂອງຜູ້ປະກາດຂ່າວນໍາກັນ ຕິດຕາມແລະແນະນໍາ)

ເວລາ: 12:45 ລົດມາຮັບໄປປິ່ນປົວຢູ່ສູນລ້າງຊ້າງ ໂຮງຫມໍສະຫນາມ ນອນໃສ່ອົກຊີ ກິນຢາ ລໍຖ້າໃຫ້ໂຮງໝໍມີຕຽງຫວ່າງ ເພື່ອເອົາເຂົ້າໄປປິ່ນປົວ26.11.2021 ເວລາ 18:50 ລົດໂຮງໝໍມາຮັບໄປປິ່ນປົວຢູ່ໂຮງໝໍ ສູນກາງ 103ດ້ວຍອາການທີ່ອາດຈະເສຍຊີວິດ ຄວາມຕາຍຢູ່ໃກ້ຄືບດຽວ ຖ້າຊ້າເຖິງຂັ້ນເສຍຊີວິດ ເພາະເລືອດເລີ່ມກ້າມ ໂຄວິດລົງປອດແລ້ວ ແລະ ອົກຊີໃນເລືອດມີແຕ່ 77-7827.11.2021 ຮູ້ເມື່ອດ້ວຍອາການດີຂື້ນ ຍ້ອນໝໍສຸມທຸກຄວາມພະຍາຍາມຊ່ອຍຊີວິດ.

ຮອດ ວັນທີ 7.12.2021 ເວລາ 20:30 ອາໂນມາ ໄດ້ອອກໂຮງໝໍ ປອດໄພແລ້ວ ສາມາດກັບມາຫາຄອບຄົວໄດ້ ແຕ່ ຍັງຕ້ອງແຍກໂຕຈາກຄົນໃນເຮືອນໃຫ້ຄົບ 7ມື້ນະໂອກາດນີ້ ອາໂນມາ ຂໍສະແດງຄວາມຂອບໃຈຢ່າງສຸດຊື້ງ ມາຍັງຄະນະອໍານວຍການ ແລະ ທີມງານແພດຫມໍ ໂຮງໝໍ ສູນກາງ 103 ທຸກຄົນທີ່ປິ່ນປົວແລະເອົາໃຈໃສ່ເປັນຢ່າງດີ ບໍ່ສະເພາະແຕ່ ອາໂນມາ, ແພດຫມໍທຸກຄົນໄດ້ເອົາໃຈໃສ່ປິ່ນປົວຄົນເຈັບຕິດໂຄວິດ 19 ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ.

Continue Reading

ຕິດຕາມໂຄວິດ-19

ກັບມາອີກແລ້ວ ມື້ນີ້ ທົ່ວປະເທດ ຕິດເຊື້ອໂຄວິດເພີ່ມຂຶ້ນ 76 ຄົນ

Published

on

06 ທັນວາ 2022.

ນະຄອນຫຼວງວຽງຈັນ ຕິດເຊື້ອໂຄວິດເພີ່ມຂຶ້ນ ! ອາກາດເລີ່ມໜາວແລ້ວ ຂໍໃຫ້ທຸກຄົນ ຮັກສາສຸຂະພາບ !

Continue Reading

ຕິດຕາມໂຄວິດ-19

ສປປ ລາວ ກວດພົບ ຜູ້ຕິດເຊື້ອໂຄວິດ 551 ຄົນ ແລະ ເສຍຊີວິດ 4 ຄົນ

Published

on

By

🔥 🔥 ເພີ່ມຂຶ້ນ ! ສປປ ລາວ 🇱🇦 ລາຍງານ ກວດພົບ ຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນ

ໃນວັນອັງຄານ 01/02/2022 ໂດຍກວດພົບການຕິດເຊື້ອໂຄວິດ 585 ຄົນ ແລະ ເສຍຊີວິດ +4 ຄົນ.

ຕົວເລກຜູ້ເສຍຊີວິດ ອາດມີການປ່ຽນແປງ ລາຍລະອຽດເພີ່ມຕື່ມ ຄະນະສະເພາະກິດ ຈະໄດ້ແຈ້ງໃຫ້ຊາບຕື່ມ ໃນເວລາ 10:30

Continue Reading

ຕິດຕາມໂຄວິດ-19

ມື້ນີ້ີ້ ສປປ ລາວ ກວດພົບຜູ້ຕິດໂຄວິດໃໝ່ +329 ຄົນ ແລະ ເສຍຊີວິດ 3 ຄົນ

Published

on

By

ຈາກການຖະແຫຼ່ງຂ່າວໂຄ ວິ ດ – 19 ຂອງຄະນະສະເພາະກິດ ປະຈຳວັນທີ່ 31/1/2022 ພົບວ່າມີຜູ້ຕິດເຊື້ ອໂຄ ວິ ດ +329 ຄົນ ແລະ ຊຸມຊົນ + ຄົນ.

ລາຍລະອຽດແຕ່ລະແຂວງມີຄື:

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້