ເສຍ​ຊີວິດ 10 ຄົນ​ແລະ ສູນຫາຍ 14 ຄົນຈາກເຫດການນ້ຳຖ້ວມເມືອງ​ກຸ້ຍ​ໂຈ​ວ ສປຈີນ

ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ 10 ຄົນ ​ແລະ ສູນຫາຍ 14 ຄົນ ຂະນະ​ທີ່​ ເຮືອນ​ປະຊາຊົນ 100 ກວ່າ​ຫລັງ​ເປ່ເພທັງໝົດ ​ແລະ ຫລາຍ​ກວ່າ 8.000 ຫລັງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ ຄິດ​ເປັນ​ມູນ​ຄ່າ​ ປະມານ 880 ລ້ານ​ຢວນ. ນັບ​ຕັ້ງ​ແຕ່​ວັນ​ທີ 8 ຫາ 14 ມິຖຸນາ 2020 ​ເຫດ​ນ້ຳ​ຖ້ວມ​ ສົ່ງ​ຜົນ​ກະທົບ​ຕໍ່ປະຊາຊົນ ປະມານ 438.000 ຄົນ,

ຈີນ ປະກາດສະຖານະການສຸກເສີນລະດັບ 4 ຈາກນ້ຳຖ້ວມຕາມ​ຂ່າວ​ຈາກຊິນ​ຮວາ​ ຂອງ​ຈີນ, ຄະນະ​ກຳມະການ ບັນ​ເທົາ​ໄພພິບັດ ​ແຫ່ງ​ຊາດ ​ແລະ ກະຊວງ​ຈັດການເຫດ​ສຸກ​ເສີນ ຂອງ​ຈີນ ປະກາດ​ໃຊ້​ສະຖານະ​ການ​ສຸກ​ເສີນ ລະດັບ 4 ຫລັງ​ຈາກ ພາຍຸ​ຝົນ​ພັດ​ເຂົ້າ ເມືອງ​ກຸ້ຍ​ໂຈ​ວ ທາງ​ຕາ​ເວັນ​ຕົກສ່ຽງ​ໃຕ້ຂອງ​ຈີນ