ເຢຍລະມັນ ສະໜອງທຶນ 7,25 ລ້ານເອີໂຣ ຊ່ວຍພັດທະນາອາຊີວະສຶກສາໃນລາວ – ສື່ລາວ.ຄອມ
Connect with us

ຊ່ວຍເຫຼືອ

ເຢຍລະມັນ ສະໜອງທຶນ 7,25 ລ້ານເອີໂຣ ຊ່ວຍພັດທະນາອາຊີວະສຶກສາໃນລາວ

Published

on

ເຢຍລະມັນ ສະໜອງທຶນ 7,25 ລ້ານເອີໂຣ ຊ່ວຍພັດທະນາອາຊີວະສຶກສາໃນລາວ

ຂປລ. ເມື່ອບໍດົນມານີ້, ໄດ້ມີພິທີລົງນາມສັນຍາ ການສືບຕໍ່ຈັດຕັ້ງປະຕິບັດໂຄງການພັດທະນາອາຊີວະສຶກສາ ໃນ ສປປ ລາວ (VELA) ໄລຍະ 2 ແຕ່ປີ 2019-2023, ໂດຍການສະໜັບສະໜູນຊ່ວຍເຫລືອທຶນ ຈາກລັດຖະບານເຢຍລະມັນ ໃນມູນຄ່າ 7,25 ລ້ານເອີໂຣ ລະຫວ່າງ ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ,

ທ່ານ ນາງ ບາບາຣາ ສວາຍເກີ (Barbara Schweiger) ຮອງອໍານວຍການ ອົງການ GIZ ປະຈໍາລາວ ແລະ ທ່ານ ນາງ ໂດໂຣເທຍ ຄອບພາດ (Dorothea Coppard) ຫົວໜ້າໂຄງການ VELA ກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ (BMZ) ປະເທດເຢຍລະມັນ.

ພາຍຫລັງໄດ້ຈັດຕັ້ງປະຕິບັດໂຄງການ VELA ໄລຍະ 2 ແຕ່ປີ 2019 ເປັນຕົ້ນມາ, ໂຄງ ການໄດ້ສະໜູນສະໜູນ ວິທະຍາໄລເຕັກນິກວິຊາຊີບ 4 ແຫ່ງ ແລະ ສະຖານປະກອບການຫລາຍກວ່າ 100 ເເຫ່ງ ຢູ່ນະຄອນຫລວງວຽງຈັນ, ແຂວງຫລວງພະບາງ, ແຂວງວຽງຈັນ ແລະ ແຂວງຈໍາປາສັກ ໂດຍການພັດທະນາ ແລະ ນໍາສະເໜີຫລັກສູດ ການຮຽນ-ການສອນອາຊີວະສຶກສາ ແບບຄວບຄູ່ (ອສຄ) ໃນ 14 ສາຂາ ແລະ ມີນັກຮຽນຫລາຍກວ່າ 1.200 ຄົນ ໄດ້ເຂົ້າຮຽນແບບຄວບຄູ່, ເຊິ່ງນັກ ຮຽນສ່ວນຫລາຍ ກໍແມ່ນໄດ້ມີວຽກເຮັດງານທໍາ ພາຍຫລັງຮຽນຈົບ.

ອສຄ ແຕກຕ່າງຈາກວິທີການຮຽນ-ການສອນແບບດັ້ງເດີມ, ທີ່ເນັ້ນໃສ່ການຮຽນ-ການສອນ ຢູ່ໃນໂຮງຮຽນເປັນຫລັກ. ລະບົບ ອສຄ ໄດ້ເຊື່ອມໂຍງການຮຽນ-ການສອນ ດ້ານທິດສະດີຢູ່ໃນໂຮງຮຽນ ໄປຄວບຄູ່ກັບການຝຶກປະຕິບັດເຮັດວຽກຕົວຈິງຫລາຍກວ່າ 50% ຢູ່ສະຖານປະກອບການຄູ່ຮ່ວມງານຕ່າງໆ ທີ່ນັກຮຽນຖືກສົ່ງໄປຮຽນຮູ້ ແລະ ປະຕິບັດຕົວຈິງ, ຊຶ່ງວິທີການນີ້ຊ່ວຍໃຫ້ຜູ້ທີ່ຮຽນຈົບ ມີທັກສະທີ່ຈໍາເປັນສໍາລັບການເຮັດວຽກ ຢູ່ສະຖານປະກອບການ.

Continue Reading

ຊ່ວຍເຫຼືອ

ໂຮງຮຽນແຫ່ງຄວາມຫວັງ ໜຸ່ມວິນ ຜູ້ໃຫ້ທີ່ຍິ່ງໃຫຍ່

Published

on

ເຫັນແລ້ວນ້ຳຈະໄຫຼແທນ ປະຊາຊົນມີຄວາມສຸກ ແລະ ຍິ້ມ

ເດີນທາງໄກ້ຈະປອດໄພ ໜຸ່ມວິນ

ສຸດຍອດເລີຍ ຂໍອວຍພອນໃຫ້ ນ້ອງວິນ ຮັ່ງມີ ແລະຮັ່ງມີຂຶ້ນເລີຍໆເດິ້

ຂໍຊົມເຊີຍ ໜຸ່ມວິນ ທີ່ໄດ້ຊ່ວຍເຫຼືອສັງຄົມຜູ້ທຸກຍາກ ຂໍໃຫ້ເຈົ້າຈະເລີນຮຸ່ງເຮືອງໃນທຸລະກິດຍິ່ງໆຂຶ້ນ.

ແລ້ວເຫັນແຕ່ຄັ້ງທີ່ແລ້ວ ຮູ້ສຶກດີໃຈຫຼາຍ ຂອບໃຈ ວິນ ທີ່ເຮັດໃຫ້ຝັນຂອງຄູ ເປັນກຳລັງໃຈໃຫ້ລູກຫຼານ

….

….

….

ຄລິບ

Continue Reading

ຊ່ວຍເຫຼືອ

ໂຕໂນ້ໄດ້ມາໂຮງໝໍແຂວງຄຳມ່ວນອີກຄັ້ງ ເພື່ອອັບເດດລາຍຊື່ເຄື່ອງມືທາງການແພດທີ່ຈະບໍລິຈາກໃຫ້ໂຮງໝໍ

Published

on

ໃນວັນທີ 28 ພະຈິກ 2022 ໜຸ່ມໂຕໂນ້ໄດ້ເດີນທາງມາທ່າແຂກ ແຂວງຄຳມ່ວນອີກຄັ້ງເພື່ອປືກສາຫາລືກັບທ່ານຮອງເຈົ້າແຂວງຄຳມ່ວນ ແລະ ຜູ້ອຳນວຍການໂຮງໝໍແຂວງຄຳມ່ວນ

ລວມເຖິງໄດ້ອັບເດດລາຍຊື່ເຄື່ອງມືທາງການແພດທັງໝົດ 20 ກວ່າຊະນິດ ເຫຼືອແຕ່ສະຫຼຸບລາຄາເຄື່ອງມືເພື່ອສົ່ງມອບໂຮງໝໍສອງຝັ່ງລາວໄທ ນະຄອນພະນົມ ແລະ ຄຳມ່ວນຕໍ່ໄປ

ຫຼັງໄດ້ຮັບເງິນບໍລິຈາກຈາກການລອຍນ່ຳຂ້າມຂອງຂອງໂຕໂນ່

Continue Reading

ຊ່ວຍເຫຼືອ

ເຮົາຊ່ວຍກັນ ຄົນລະໄມ້ລະມື ເຄື່ອງເກົ່າທ່ານທີ່ບໍ່ໄດ້ໃຊ້ ຊ່ວຍບໍລິຈາກໃຫ້ນ້ອງໆດ້ວຍ

Published

on

ຜ້າຫົ່ມເກົ່າເຮົາຂໍໄດ້ບໍ ເຮົາຊ່ວຍກັນຄົນລະໄມ້ລະມືຮ່ວມກັນບໍລິຈາກຕາມກຳລັງສັດທາສົນທົບທືນຊື້ເຄື່ອງບໍລິຈາກ ຂໍອານຸຍາດແຈ້ງເຖີງພີ່ນ້ອງຍາດໂຍນ ສັດທາທັງຫລາຍ.

ພຮະອາຈານ ມີຈຸດປະສົງຢາກກັບຄືນໄປຊອ່ຍເຫລືອໂຮງຮຽນກຸ້ມວັງບົງ.ບບ້ານວັງບົງ.ເມືອງວຽງຄຳ. ແຂວງຫລວງພະບາງໃນວັນທີ17-18/12/2022ເພາະອາຈານໄດ້ໄປມາເທື່ອນື່ງມາແລ້ວ.ພາບນີ້ເປັນພາບເກົ່າຕອນອາຈານໄປປີກາຍ-ແຕ່ດຽວນີ້ກະຍັງຄືເກົ່າ ເນືອງຈາກວ່າ ດຽວນີ້ ຈະເຂົ້າຍາມຫນາວແລ້ວ ອາຈານເລີຍຢາກຂໍ ເຄື່ອງເກົ່ານຳຍາດໂຍມ ໄປບໍລິຈາກແທນເຈົ້າສັດທາ.

ຂໍມູນບອນຝາກສົງລະແມ່ນ

ສາມາດຝາກນຳບໍລິສັດຂົນສົງ

ຮຸ້ງອາລຸນ,ມີໄຊ.ກຽງໄກ ອານຸສິດ ສາຂາເມືອງຊຽງເງີນ

ແຂວງຫລວງພະບາງ ຜູ້ຮັບແມ່ນພະສົມນຶກຢູ່ວັດບ້ານສາມັກຄີໄຊ(ຈັດຊັນ)ເມືອງຊຽງເງີນ ແຂວງຫລວງພະບາງ

ເລກໂທແລະແອບ02058886761

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້