ໂຮງໜັງ ກຽມເປີດທ້າຍປີນີ້ ຫຼັງປິດມາດົນກວ່າເຄິ່ງປີ

ພ້ອມແລ້ວ ໂຮງຮູບເງົາກຽມເປີດທ້າຍປີນີ້ ຫຼັງປິດມາດົນກວ່າເຄິ່ງປີ

ສິ້ນສຸດການລໍຄອຍ ສໍາລັບການລໍຖ້າການເຂົ້າໄປເບິ່ງຮູບເງົາໃນໂຮງຮູບເງົາທີ່ຫຼາຍຄົນຄິດຮອດ ຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຮອບ 2 ໄດ້ເກີດຂຶ້ນ ກໍເຮັດໃຫ້ໂຮງຮູບເງົາຕ້ອງປິດຊົ່ວຄາວ ຕາມມາດຕະການທີ່ທາງຄະນະສະເພາະກິດໄດ້ວາງອອກ.

ເມື່ອວັນທີ 12 ພະຈິກ ທີ່ຜ່ານມາ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ການທ່ອງທ່ຽວ ພ້ອມໜ່ວຍງານບ້ານ ແລະ ເມືອງສີສັດຕະນາກ ໄດ້ລົງໄປກວດກາຄວາມພ້ອມ ລວມເຖິງມາດຕະການການປ້ອງກັນ ໂຄວິດ-19 ຂອງທາງໂຮງຮູບເງົາ Major Platinum Cineplex ແລະ ໃນທີ່ສຸດ ວັນທີ 24 ທັນວາ ນີ້ ໂຮງຮູບເງົາກໍຈະກັບມາເປີດໃຫ້ທຸກຄົນໄດ້ມາໃຊ້ບໍລິການອີກຄັ້ງ ຢູ່ທີ່ນະຄອນຫຼວງວຽງຈັນ ຫຼັງຈາກປິດໃຫ້ບໍລິການດົນກວ່າເຄິ່ງປີ.

ການກັບມາເປີດບໍລິການອີກຄັ້ງຂອງໂຮງຮູບເງົາໃນຊ່ວງນີ້ ກໍຍັງຕ້ອງຢູ່ພາຍໃຕ້ມາດຕະການທີ່ເຄັ່ງຄັດ ແລະ ມີຈຸດກວດ ໂຄວິດ-19 ທີ່ເຂັ້ມງວດ ຕາມນະໂຍບາຍດ້ານສຸຂະອະນະໄມເພື່ອປ້ອງກັນ ໂຄວິດ-19 ແລະ ເພື່ອຄວາມປອດໄພຂອງທຸກຄົນ.