ລົດໄຟລາວ-ຈີນ ຜູ້ໂດຍສານເຕັມທຸກຖ້ຽວ ປີ້ຊັ້ນ 1 ຂາຍໝົດທຸກວັນ – ສື່ລາວ.ຄອມ
Connect with us

ທົ່ວໄປ

ລົດໄຟລາວ-ຈີນ ຜູ້ໂດຍສານເຕັມທຸກຖ້ຽວ ປີ້ຊັ້ນ 1 ຂາຍໝົດທຸກວັນ

Published

on

ລົດໄຟລາວ-ຈີນ ຜູ້ໂດຍສານເຕັມທຸກຖ້ຽວ ປີ້ຊັ້ນ 1 ຂາຍໝົດທຸກວັນ

ທ່ານ ນາງ ປານໃຈ ເຢ່ຍຢັ້ງວ່າ ຜູ້ຮັບຜິດຊອບຂົນສົ່ງຜູ້ໂດຍສານ ລົດໄຟລາວ-ຈີນ ປະ ຈໍາສະຖານີນະຄອນຫລວງວຽງຈັນ, ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ສໍານັກຂ່າວສານປະເທດລາວ ໃນວັນທີ 22 ທັນວາ 2021 ນີ້ວ່າ: ປັດຈຸບັນ, ການໃຫ້ບໍລິການຜູ້ໂດຍສານ ຂອງລົດໄຟລາວ-ຈີນ ແມ່ນມີຜູ້ໂດຍສານເຕັມທຸກຖ້ຽວໃນແຕ່ລະວັນ ແລະ ປີ້ໂດຍສານຊັ້ນ 1 ຫລື EMU 1 ແມ່ນຂາຍໝົດທຸກວັນ. ທ່ານ ນາງ ປານໃຈ ເຢ່ຍຢັ້ງວ່າ ໄດ້ອະທິບາຍວ່າ: ໄລຍະນີ້ການໃຫ້ບໍລິການແລ່ນລົດໄຟ ແມ່ນແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ວັນຈັນ ຫາ ວັນພະຫັດ ຈະໃຫ້ບໍລິການຖ້ຽວດຽວ ໃນເວລາ 8:00 ໂມງ ແລະ ໄລຍະທີ 2 ວັນສຸກ ຫາ ວັນອາທິດ, ເຊິ່ງເປັນໄລຍະທ້າຍອາທິດ ທີ່ມີປະຊາຊົນເດີນທາງໄປຕ່າງແຂວງຫລາຍ, ໂດຍຈະໃຫ້ບໍລິການ 2 ຖ້ຽວ (ຖ້ຽວ 8:00 ໂມງ ແລະ 16:00 ໂມງ).

ແນວໃດກໍຕາມ, ພາຍຫລັງເລີ່ມເປີດໃຫ້ບໍລິການແກ່ມວນຊົນ ມາແຕ່ວັນທີ 3 ທັນວາ 2021 ເປັນຕົ້ນມາ, ໄດ້ມີປະຊາຊົນທັງພາຍໃນ ແລະ ຊາວຕ່າງປະເທດ ມາໃຊ້ບໍລິການຂີ່ລົດໄຟເປັນຈໍານວນຫລວງຫລາຍໃນແຕ່ລະມື້, ແຕ່ປັດຈຸບັນໄດ້ກໍານົດຈໍານວນຜູ້ໂດຍສານປະມານ 700 ຄົນຕໍ່ຖ້ຽວ, ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19. ຂະນະທີ່ ປີ້ໂດຍສານຊັ້ນ 1 ແມ່ນຂາຍໝົດທຸກວັນ ແລະ ແຂວງທີ່ຜູ້ໂດຍສານເດີນທາງໄປຫລາຍ ແມ່ນ ແຂວງຫລວງພະບາງ, ຫລວງນໍ້າທາ, ຮອງລົງມາແມ່ນອຸດົມໄຊ ແລະ ເມືອງວັງວຽງ ແຂວງວຽງຈັນ.

ທ່ານ ນາງ ປານໃຈ ກ່າວຕື່ມວ່າ: ລົດໄຟລາວ-ຈີນ ແມ່ນໂສມໜ້າໃໝ່ຂອງການຂົນສົ່ງໂດຍສານດ້ວຍລະບົບລາງທີ່ທັນສະໄໝຢູ່ປະເທດເຮົາ. ສະນັ້ນ, ການບໍລິການໃນໄລຍະຕົ້ນ ກໍມີທັງຂໍ້ສະດວກ ແລະ ຫຍຸ້ງຍາກ. ສໍາລັບຂໍ້ສະດວກ ກໍແມ່ນສາມາດຕອບສະໜອງການເດີນທາງ ທີ່ມີຄວາມສະດວກສະບາຍແກ່ຜູ້ໂດຍສານ ໄດ້ໄປຮອດໄປເຖິງຈຸດໝາຍປາຍທາງທັນຕາມກໍານົດເວລາ. ສ່ວນຂໍ້ຫຍຸ້ງຍາກ, ທີ່ມັກພົບເຫັນ ແມ່ນຜູ້ໂດຍສານສ່ວນຫລາຍບໍ່ທັນເຂົ້າໃຈ ໃນຂັ້ນຕອນການຊື້ປີ້, ຂັ້ນຕອນການເຂົ້າກວດ ແລະ ການຂຶ້ນລົດໄຟ.

ນອກນີ້, ກໍປາກົດມີຜູ້ໂດຍສານຈໍານວນໜຶ່ງ ເອົາວັດຖຸທີ່ເກືອດຫ້າມຂຶ້ນລົດໄຟ ເປັນຕົ້ນ ສັດລ້ຽງ, ທາດເຫລົ້າ, ວັດຖຸໄວໄຟ, ທາດແຕກ ຫລື ວັດຖຸມີຄົມອື່ນໆ. ແນວໃດກໍຕາມ, ສໍາລັບຜູ້ທີ່ຈະມາໃຊ້ບໍລິການລົດໄຟ ຂໍແນະນໍາໃຫ້ປະຕິບັດດັ່ງນີ້: ຕ້ອງມາຊື້ປີ້ຢູ່ສະຖານີ, ມີບັດປະຈໍາຕົວ ແລະ ບັດຢັ້ງຢືນການສັກວັກຊິນ 2 ເຂັມ, ພຽງເທົ່ານີ້ ບັນດາທ່ານກໍສາມາດສໍາພັດກັບການເດີນທາງທີ່ສະດວກສະບາຍດ້ວຍ ລົດໄຟລາວ-ຈີນ ໄດ້.

ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.ຮູບ: ຂັນໄຊ.

Continue Reading

ທົ່ວໄປ

An introduction to Gambling slot online space arcade establishment Position Games Mathematics

Published

on

By

Blogs

Red-colored, White and you may Blue position on the web was made from the IGT, one of the recommended games slot online space arcade organization global. One of those game try Reddish Light and you can Blue, a server created by IGT. Now, belongings based casinos scarcely could, possibly offer you totally free gaming. (ເພີ່ມເຕີມ…)

Continue Reading

ທົ່ວໄປ

Dragon 50 free spins no deposit hells grannies Temple Video slot

Published

on

By

Blogs

This may change lives ranging from dropping, playing prolonged otherwise scoring immense effects. For everybody admirers from risk have, the new gaming place gives precisely the thing. After each and every successful range, a player becomes a chance to 50 free spins no deposit hells grannies enjoy a risk game in which the made dollars might be multiplied from time to time. (ເພີ່ມເຕີມ…)

Continue Reading

ທົ່ວໄປ

Best British No deposit Incentives November 2023

Published

on

By

Articles

At the Fortune.com Local casino, their membership can get you a hundred more revolves to your Glucose Bonanza Deluxe position. The new spins will be divided into 20 revolves each day, for five months. (ເພີ່ມເຕີມ…)

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້