ມອບນາມມະຍົດ ສາສະດາຈານ ກິດຕິມະສັກ ໃຫ້ທ່ານ ທອງລຸນ ສີສຸລິດ

👏 ມອບນາມມະຍົດ ສາສະດາຈານ ກິດຕິມະສັກ ໃຫ້ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ

ໃນສາຂາຍຸດທະສາດການພັດທະນາວັນທີ 22 ທັນວາ 2021, ເນື່ອງໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ

ຄົບຮອບ 25 ປີ (05 ພະຈິກ 1996-2021) ໄດ້ມີພິທີມອບ-ຮັບ ວິທະຍານາມມະຍົດວິຊາການຄູ ສາສະດາຈານກິດຕິມະສັກ ໃຫ້ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່

ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໃນສາຂາຍຸດທະສາດການພັດທະນາ.