ທົ່ວໄປ
ແຂວງຫຼວງພະບາງ ກຳນົດເອົາ 3ເມືອງ ໃນການ ກະກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວ

ແຂວງຫຼວງພະບາງ ກຳນົດເອົາສາມເມືອງ ໃນການ ກະກຽມຄວາມພ້ອມຕ້ອນຮັບນັກທ່ອງ ທ່ຽວ ຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວ ໃນໄລຍະທີ່1
ທ່ານ ວົງດາວອນ ວົງໄຊຍະລາດ ຫົວໜ້າຂະແໜງ ໂຄສະນາການທ່ອງທ່ຽວ ພະແນກຖະແຫຼງຂ່າວ ວັດທະນະທຳແລະທ່ອງ ທ່ຽວ ແຂວງຫຼວງພະບາງໄດ້ໃຫ້ຮູ້ວ່າ: ພາຍຫຼັງ ການລະບາດຂອງພະຍາດໂຄວິດ 19, ຂະແໜງການທ່ອງທ່ຽວ ຂອງແຂວງຫຼວງພະບາງ ແມ່ນໄດ້ຮັບຜົນກະທົບຢ່າງໜັກ, ໂດຍສະເພາະຜູ້ປະກອບການດ້ານໂຮງແຮມ, ເຮືອນພັກ, ບໍ່ມີແຂກເຂົ້າພັກເຊົາ, ສະຖານທີ່ທ່ອງທ່ຽວ ແຫ່ງຕ່າງໆ ບໍ່ມີແຂກໄປທ່ຽວຊົມ, ໄກ້ນຳທ່ຽວ ຈຳນວນ ຫຼາຍ ໄດ້ຫັນໄປເຮັດວຽກອາຊີບ ໃໝ່, ສະນັ້ນ ພາຍຫຼັງລັດຖະບານໄດ້ປະກາດຈະເປີດປະເທດ ການຕ້ອນຮັບນັກທ່ອງ ທ່ຽວ ຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວ ໃນມໍຯນີ້, ຂະແໜງທ່ອງທ່ຽວແຂວງ ໄດ້ຮີບຮ້ອນ ກວດກາຄືນວຽກງານທີ່ຂະແໜງທ່ອງທ່ຽວຮັບຜິດຊອບຕາມພາລະບົດບາດຄືໄດ້ມີ ພາກສ່ວນໂຮງແຮມ ທີ່ຈະເຂົ້າຮ່ວມໂຄງການທ່ອງທ່ຽວສີຂຽວ 33 ແຫ່ງ ໃນນີ້ຈະມີການທົດລອງກ່ອນ 13 ແຫ່ງ, ບໍລິສັດທ່ອງທ່ຽວ ມີຄວາມພ້ອມ 30 ບໍລິສັດ, ບໍລິສັດລົດຕູ້ບໍລິການຂົນສົ່ງທ່ອງທ່ຽວ 463 ຄັນ, ເຮືອບໍລິການທ່ອງທ່ຽວ 26 ລຳ.
ນອກ ຈາກນີ້ສະຖານທີ່ພັກແຮມ, ຮ້ານອາຫານ, ຮ້ານບັນເທີງຕ່າງຯ, ພະນັກງານນຳທ່ຽວ, ສະຖານທີ່ທ່ອງທ່ຽວ, ພະນັກງານຂັບລົດຕູ້ທ່ອງທ່ຽວ ຕ້ອງໄດ້ຜ່ານການຢັ້ງຢືນມາດຕະຖານ lao safe ຈິ່ງສາມາດຮັບນັກທ່ອງທ່ຽວໄດ້. ນອກຈາກນີ້ຍັງມີການປະສານງານກັນຢ່າງຕໍ່ເນື່ອງລະຫວ່າງພາກລັດແລະຜູ້ປະກອບການ, ມີການກຳນົດນິຕິກໍາລະອຽດ, ບໍ່ໃຫ້ຊ້ຳຊ້ອນ ແລະ ບໍ່ມີຫລາຍຂັ້ນຕອນ ແລະເປັນເອກະພາບ ສາມາດຈັດຕັ້ງປະຕິບັດໄດ້ ບົນພື້ນຖານຮັບປະກັນມາດຕາການຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢ່າງຮັດກຸມ.

ໂດຍໄດ້ເນັ້ນໃຫ້ຜູ້ປະກອບການຮີບຮ້ອນປັບປຸງແຫຼ່ງທ່ອງທ່ຽວ, ໂຮງແຮມ, ເຮືອນພັກ ແລະຮ້ານອາຫານ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ກັບນັກທ່ອງທ່ຽວ, ໂດຍສະເພາະແມ່ນ ສິ່ງອຳນວຍຄວາມສະດວກ ເປັນຕົ້ນ ຫ້ອງນ້ຳ, ຂໍ້ມູນແຫຼ່ງທ່ອງທ່ຽວ, ນອກຈາກນີຍັງໄດ້ເລັ່ງໃສ່ແຜນຟື້ນຟູແຫຼ່ງທ່ອງທ່ຽວຂອງແຂວງ ທີ່ໄດ້ກຳນົດເອົາ 44 ໂຄງການ ທີ່ນອນຢູ່ໃນ 4 ແຜນງານໃຫຍ່ຂອງແຂວງ.
ທ່ານ ວົງດາວອນ ວົງໄຊຍະລາດ ຫົວໜ້າຂະແໜງ ໂຄສະນາການທ່ອງທ່ຽວ ພະແນກຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວ ແຂວງຫຼວງພະບາງ ຍັງໃຫ້ຮູ້ຕື່ມວ່າ: ພາຍຫລັງທີ່ໄດ້ມີການເປີດນຳໃຊ້ລົດໄຟລາວ-ຈີນ ມາຮອດປະຈຸບັນນີ້ຢູ່ແຂວງຫຼວງພະບາງແມ່ນໄດ້ມີນັກທ່ອງທ່ຽວພາຍໃນ ໄດ້ເຂົ້າໄປທ່ຽວແຂວງຫຼວງພະບາງເປັນຈຳນວນຫຼວງຫຼາຍ ໂດຍສະເພາະວັນເສົາ-ວັນທິດ, ອັນນີ້ກະເປັນບັນຢາກາດໃໝ່ ເປັນການກະຕຸ້ນ ໃຫ້ຂະແໜງທ່ອງທ່ຽວຢູ່ແຂວງຫຼວງພະບາງເລີ່ມຟື້ນຕົວ ບວກກັບແຜນນະໂຍບາຍຂອງລັດຖະບານ ທີ່ຈະເປີດປະເທດ ຕ້ອນຮັບນັກທ່ອງ ທ່ຽວ ຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວ, ບັນດາຫົວໜ່ວຍທຸລະກິດ ດ້ານຮ້ານອາຫານ, ເຮືອນພັກ ແລະແຫຼ່ງທ່ອງທ່ຽວກະໄດ້ຮີບເລັ່ງປັບປຸງທຸລະກິດຂອງຕົນເພື່ອກະກຽມຄວາມພ້ອມ ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ນອກຈາກນີ້ ຍັງໄດ້ ສຸມໃສ່ການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນ, ຜູ້ປະກອບການ ບໍລິການທ່ອງທ່ຽວໃຫ້ຄົບຕາມກໍານົດໂດຍສະເພາະແມ່ນເຂດທີ່ໄດ້ກຳນົດໃຫ້ນັກທ່ອງທ່ຽວໄປຢ້ຽມຢາມ ແລະ ໃຊ້ບໍລິການຕ່າງໆ, ຈະມີມາດຕະການແນວໃດເພື່ອຊ່ວຍເຫລືອນັກທ່ອງທ່ຽວເວລາມີການຕິດເຊື້ອເລົ່ານີ້ເປັນຕົ້ນ.
ທົ່ວໄປ
An introduction to Gambling slot online space arcade establishment Position Games Mathematics
Blogs
Red-colored, White and you may Blue position on the web was made from the IGT, one of the recommended games slot online space arcade organization global. One of those game try Reddish Light and you can Blue, a server created by IGT. Now, belongings based casinos scarcely could, possibly offer you totally free gaming. (ເພີ່ມເຕີມ…)
ທົ່ວໄປ
Dragon 50 free spins no deposit hells grannies Temple Video slot
Blogs
This may change lives ranging from dropping, playing prolonged otherwise scoring immense effects. For everybody admirers from risk have, the new gaming place gives precisely the thing. After each and every successful range, a player becomes a chance to 50 free spins no deposit hells grannies enjoy a risk game in which the made dollars might be multiplied from time to time. (ເພີ່ມເຕີມ…)
ທົ່ວໄປ
Best British No deposit Incentives November 2023
Articles
At the Fortune.com Local casino, their membership can get you a hundred more revolves to your Glucose Bonanza Deluxe position. The new spins will be divided into 20 revolves each day, for five months. (ເພີ່ມເຕີມ…)
-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย1 ປີ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ