ຕ້ອງແບບນີ້..!! ເຈ້ທິບ ກ່ອງສຸ່ມ ມູນຄ່າ 8,888 ບາດ ຈໍານວນ 2,000 ກ່ອງ ຄຸ້ມແຮງ

ສຸດປັງສາວທິບ ຈັດກ່ອງສຸ່ມຫຼິ້ນໃຫຍ່ມູນຄ່າ 8,888 ບາດ ຈໍານວນ 2,000 ກ່ອງຫຼາຍຄົນຄອມເມັ້ນໄດ້ສິນຄ້າໂຄດຄຸ້ມ.

ເອີ້ນໄດ້ວ່າເປັນມ້າມືດກໍ່ໄດ້ສໍາລາວສາວຄົນນີ້ສາວທິບ ຫຼື FB: J’Thip Xaipanya ທີ່ເຄີຍມີກະແສຊ່ວງໜຶ່ງໃນການຖືກເລກແບບຖືກໂຫດແຮງຫຼາຍຄົນສົງໄສມີຂອງດີຄືປັງແທ້…

ບໍ່ເຊື່ອລອງໄປເບິ່ງທີ່ FB ລາວໄດ້ ເຊິ່ງແອດໄດ້ຮູ້ມາວ່າສາວທິບໄດ້ຈັດກ່ອງສຸ່ມພວກເພິ່ນລາຄາ 8,888 ບາດ ເລກນໍາໂຊກແມ່ນບໍ່ນິ 555 ຮູ້ບໍ່ວ່າກ່ອງສຸ່ມນີ້ມີຄົນຈອງແລ້ວ 2,000 ກ່ອງເລື່ອງຈໍານວນເງິນທໍ່ໃດໄປຄູນເດີ້ ຮືໆ ໂຕເລກຫຼາຍແຮງ.

ມີຄົນໂພດສກ່ຽວກັບການໄດ້ກ່ອງສຸ່ມວ່າຄຸ້ມແຮງເພາະສາວທິບແຈກໄອໂຟນຫຼາຍໜ່ວຍ ບາງຄົນໄດ້ຮອດ Ipad, ໄດ້ຄໍາແຈກກັນປານແຈກຫຼິ້ນວ່າແຕ່ສາວທິບໄດ້ກໍາໄລຢູ່ຫວາ? 555 ນອກຈາກນັ້ນຍັງມີເຄື່ອງໃຊ້ສອຍເຄື່ອງສໍາອາງຕ່າງໆເອົາໃຈຜູ້ຍິງໄປອີກ ຖ້າມີໂອກາດແອດຢາກລອງສ່ຽງໂຊກຄືກັບຄົນອື່ນເດ

ຄັນໃຜຢາກເຫັນຄວາມປັງ ຫຼື ວ່າລາວແຈກແທ້ແຈກຈິງຫຼືບໍ່ໄປຕິດຕາມນາງໄດ້ທີ FB: J’Thip Xaipanya ເຫັນຫຼາຍຄົນໃຫ້ສາຍາສາວທິບວ່າ ເຈ້ທິບ ທັງງາມ ແລະ ເກັ່ງແບບນີ້ແອດຍົກໃຫ້ເປັນສຸດຍອດຜູ້ຍິງເລີຍ.