ກຳນົດ 8 ແຂວງເປົ້າໝາຍ ກຽມພ້ອມຕ້ອນຮັບນັກທ່ອງທ່ຽວທຳອິດ – ສື່ລາວ.ຄອມ
Connect with us

ທົ່ວໄປ

ກຳນົດ 8 ແຂວງເປົ້າໝາຍ ກຽມພ້ອມຕ້ອນຮັບນັກທ່ອງທ່ຽວທຳອິດ

Published

on

ລັດຖະບານກະກຽມເປີດປະເທດ ແຕ່ບໍ່ສາມາດບູມບາດດຽວທັງໝົດທຸກແຂວງ ເຊິ່ງຈະເປີດເປັນເທື່ອລະເຂດແຂວງ ໂດຍສະເພາະແຂວງທີ່ມີທ່າແຮງດ້ານການທ່ອງທ່ຽວ ແຕ່ກ່ອນຮອດກຳນົດເວລາປະຊາຊົນໃນພື້ນທີ່ຕ້ອງກຽມພ້ອມໃນການປ້ອງກັນ ກ່ອນອື່ນໝົດຄືການໄປສັກວັກຊິນເຂັມ 3, ຮຽນຮູ້ຢູ່ຕາມເງື່ອນໄຂການດຳລົງຊີວິດປົກກະຕິແບບໃໝ່ໃຫ້ເປັນ, ອຸປະກອນປ້ອງກັນໂຕເອງຈຳພວກເຈວລ້າງມື, ສະເປຂ້າຊ້າ, ຜ້າອັດປາກອັດດັງຢ່າໄດ້ຂາດຈາກກະເປົາໃນທຸກທີ່ທຸກເວລາທີ່ອອກໄປຂ້າງນອກ.

ຕາມຂໍ້ມູນໃນກອງປະຊຸມຄະນະຮັບຜິດຊອບກຽມພ້ອມເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວ ໃນວັນທີ 15 ທັນວາ ທ່ານ ນາງ ສວນສະຫວັນ ວິຍະເກດ ໃຫ້ຮູ້ວ່າ: ເພື່ອເປັນບ່ອນອີງໃຫ້ແກ່ບັນດາກະຊວງ ທີ່ກ່ຽວຂ້ອງ ແລະ ພາກທຸລະກິດ ໃນການກະກຽມແຜນການເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວໃຫ້ມີຄວາມປອດໄພຈາກໂຄວິດ-19 ຕາມທິດຊີ້ນຳຂອງລັດຖະບານ ໃນວັນທີ 9 ທັນວາ 2021 ຜ່ານມາ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມລະຫວ່າງພາກລັດ ແລະ ພາກທຸລະກິດ ຮ່ວມກັບບັນດາແຂວງທີ່ຢູ່ໃນເປົ້າໝາຍການທ່ອງທ່ຽວສີ ຂຽວ, ຊຶ່ງປະກອບ ມີ: ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ແຂວງຫລວງພະບາງ, ແຂວງຈໍາປາສັກ, ແຂວງຄໍາມ່ວນ, ແຂວງຊຽງຂວາງ, ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ.

ຜ່ານການຮັບຟັງການລາຍງານຂອງບັນດາແຂວງ ຮັບຮູ້ໄດ້ວ່າ ບັນດາແຂວງໄດ້ມີການກະກຽມຄວາມພ້ອມ ເຊັ່ນ: ການເຮັດອະນາໄມ ປັບປຸງແຫລ່ງທ່ອງທ່ຽວຈໍານວນໜຶ່ງ, ບາງແຂວງ ກໍໄດ້ນໍາສະເໜີການນໍາແຂວງແຕ່ງຕັ້ງຄະນະກະກຽມການເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວ, ໄດ້ມີການຝຶກອົບຮົມການ ບໍລິການຈໍານວນໜຶ່ງ ໂດຍສະເພາະແມ່ນໂຄງການ LaoSafe ໄດ້ມີການຝຶກອົບຮົມຄູຝຶກ (ແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19) ຈຶ່ງໄດ້ມີການຝຶກອົບຮົມຜ່ານລະບົບທາງໄກ ກັບບັນດາແຂວງ, ເພື່ອເປັນການສະໜັບສະໜູນວຽກງານດັ່ງກ່າວຕາມພາລະບົດບາດ.

ຫຼ້າສຸດສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການສະບັບເລກທີ 1656/ຫສນຍ ນະຄອນຫຼວງວຽງຈັນ, ວັນທີ 15 ທັນວາ 2021 ເຊິ່ງເຫັນດີຮັບຮອງການປະເມີນ ແລະ ແຜນປະຕິບັດງານ ສໍາລັບເຂດທ່ອງທ່ຽວລາວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພຈາກພະຍາດ COVID-19 ໃນ ສປປ ລາວ ແລະ ຮັບຮອງແຜນຈັດຕັ້ງປະຕິບັດເພື່ອກະກຽມຕ້ອນຮັບນັກທ່ອງທ່ຽວ ຊຶ່ງມີ 7 ໜ້າວຽກຫຼັກ ແລະ 34 ຫນ້າວຽກຍ່ອຍ ແລະ ອະນຸມັດ ອອກຂໍ້ຕົກລົງ ແຕ່ງຕັ້ງຄະນະຮັບຜິດຊອບກະກຽມແຜນເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວ ຕາມການສະເຫນີຂອງກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

ເຫັນດີກໍານົດເອົາວັນທີ 17 ທັນວາ 2021 ເປັນມື້ຖະແຫຼງຂ່າວແຜນການຕ້ອນຮັບນັກທ່ອງທ່ຽວ ແລະ ກໍານົດເອົາວັນທີ 01 ມັງກອນ 2022 ເປັນມື້ເປີດຕ້ອນຮັບນັກທ່ອງທ່ຽວ, ເພື່ອຄວາມເປັນເອກະພາບສູງ ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນໃຈກາງ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ກະກຽມ ແລະ ລາຍງານການກະກຽມຄວາມພ້ອມຕ່າງໆ ຕໍ່ກອງປະຊຸມ ລັດຖະບານສະໄຫມວິສາມັນ ໃນທ້າຍເດືອນ ທັນວາ 2021.

Continue Reading

ທົ່ວໄປ

An introduction to Gambling slot online space arcade establishment Position Games Mathematics

Published

on

By

Blogs

Red-colored, White and you may Blue position on the web was made from the IGT, one of the recommended games slot online space arcade organization global. One of those game try Reddish Light and you can Blue, a server created by IGT. Now, belongings based casinos scarcely could, possibly offer you totally free gaming. (ເພີ່ມເຕີມ…)

Continue Reading

ທົ່ວໄປ

Dragon 50 free spins no deposit hells grannies Temple Video slot

Published

on

By

Blogs

This may change lives ranging from dropping, playing prolonged otherwise scoring immense effects. For everybody admirers from risk have, the new gaming place gives precisely the thing. After each and every successful range, a player becomes a chance to 50 free spins no deposit hells grannies enjoy a risk game in which the made dollars might be multiplied from time to time. (ເພີ່ມເຕີມ…)

Continue Reading

ທົ່ວໄປ

Best British No deposit Incentives November 2023

Published

on

By

Articles

At the Fortune.com Local casino, their membership can get you a hundred more revolves to your Glucose Bonanza Deluxe position. The new spins will be divided into 20 revolves each day, for five months. (ເພີ່ມເຕີມ…)

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້