ຂ່າວກິລາ
ສຳພາດຄູຝຶກ ເລື່ອງແຜນຮັບມື ກຳປູເຈຍ ແຕ່ເປີດເຜີຍບໍ່ໄດ້

ໃນຕອນເຊົ້າ ວັນທີ 14 ທັນວານີ້, ໄດ້ມີພິທີຖະແຫຼງຂ່າວຫົວໜ້າຄູຝຶກທີມຊາດລາວ ແລະ ນັກກິລາລາວ ຜູ້ຍິງປະຕູທຳອິດໃຫ້ທີມຊາດລາວ ໃນນັດທີ່ ເສຍໃຫ້ ອິນໂດເນເຊຍ 1-5 ເມື່ອວັນທີ 9 ທັນວາຜ່ານມາ, ຜ່ານລະບົບອອນລາຍ ໃຫ້ສື່ມວນຊົນລາວ ແລະ ຕ່າງປະເທດ.


ໂດຍທ່ານ Selvaraj ຫົວໜ້າຄູຝຶກທີມຊາດລາວ ໃຫ້ສຳພາດວ່າ: ຂ້ອຍບໍ່ຢາກຈະເວົ້າເລື່ອງເກົ່າທີ່ຜ່ານມາ ສຳຄັນແມ່ນເກມແຂ່ງຂັນທີ່ຈະພົບກັບ ກຳປູເຈຍ ຄືຮູ້ແລ້ວວ່າ ສຸກອາພອນ ວົງຈຽງຄຳ ເປັນນັກກິລາລະດັບອາຊີບ ແຕ່ເວລາປ່ຽນຄົນໜຸ່ມລົງແທນ ຈະມີໂອກາດດີຂຶ້ນ ຊຶ່ງເຫັນໄດ້ ກີ້ດາວອນ ສາມາດຈົບສະກໍໄດ້ ສະນັ້ນ ຂ້ອຍຈຶ່ງຢາກເນັ້ນ ພັດທະນານັກກິລາຮຸ່ນໜຸ່ມເພື່ອໃຫ້ເຂົາເຈົ້າມີທ່າກ້າວທີ່ດີຂຶ້ນ

ສ່ວນກ່ຽວກັບເກມລະບົບເກມການຫຼິ້ນກັບ ທີມຊາດກຳປູເຈຍນັ້ນ ຂ້ອຍບໍ່ສາມາດຈະເປີດເຜີຍໄດ້ວ່າຈະຫຼິ້ນໃນລະບົບໃດ ເພາະເປັນການຮັກສາຜົນປະໂຫຍດຂອງທີມ ແຕ່ເຈົ້າຫາກຈະເຫັນເອງ ໃນເວລາເປີດເກມແຂ່ງຂັນ ວ່າທີມຊາດລາວຈະຫຼິ້ນໃນລະບົບໃດ “. ຍ້ອນເຫດໃດທີມຊາດລາວເຮົາ ຈຶ່ງບໍ່ປະສົບຜົນສຳເລັດໃນລາຍການນີ້?

ກໍຍ້ອນວ່າ ທີມຊາດລາວ ບໍ່ມີເກມການແຂ່ງຂັນລະດັບນາໆຊາດຫຼາຍ ຫາກປຽບທຽບໃສ່ປະເທດຫວຽດນາມ, ໄທ ແລະ ຊາດອື່ນໆນັ້ນ ໂດຍສະເພາະ ຫວຽດນາມ ເຂົາເຈົ້າໄດ້ໄປຄັດບານໂລກ ຊຶ່ງຜ່ານຮ້ອນຜ່ານໜາວ ແລະ ມີປະສົບການຫຼາຍ ສະນັ້ນ ຈຶ່ງເຮັດໃຫ້ພວກເຮົາພັດທະນາບໍ່ທັນເຂົາເຈົ້າ ແຕ່ຫາກຢາກໃຫ້ມີການພັດທະນາທຽບເທົ່າໄດ້ນັ້ນ ທີມຊາດລາວ ຈະຕ້ອງໄດ້ມີການເຄື່ອນໄຫວແຂ່ງຂັນຫຼາຍລາຍການ ລະດັບນາໆຊາດເຊັ່ນດຽວກັນກັບຊາດອື່ນດັ່ງທີ່ກ່າວມານັ້ນ

ທີມຊາດລາວ ຈະລົງສະໜາມນັດສຸດທ້າຍພົບກັບ ກຳປູເຈຍ ໃນວັນທີ 15 ທັນວາ ເວລາ 16:30 ໂມງ ແລະ ເວລາ 19:30 ໂມງ ອິນໂດເນເຊຍ ພົບ ຫວຽດນາມ ທັງສອງຄູ່ແຂ່ງຢູ່ສະໜາມ ບີຊານ.

ຂ່າວກິລາ
ລາວມີຫວັງ ຍັງມີໂອກາດໄປ ບານໂລກປີ 2026 ໂຄຕ້າອາຊີຈະໄດ້ເພີ່ມອີກ 4 ທີມ ເປັນ 8 ທີມ

ຮູບແບບໃໝ່ໃນການແຂ່ງຂັນ FIFA World Cup 2026 ມີລາຍລະອຽດດັ່ງນີ້:
– 48 ທີມ (16 ທີມໃນເອີຣົບ)

– ໂຄຕ້າອາຊີ ເພີ່ມຈາກ 4 ເປັນ 8 ທີມ + Play Off (ແນ່ນອນວ່າຖ້າລາວສາມາດຕິດ 1 ໃນ 8 ຂອງອາຊີມີສິດໄດ້ເຂົ້າຮ່ວມບານໂລກ 2026)

– ແຂ່ງຂັນໃນ 16 ເມືອງຂອງປະເທດເຈົ້າພາບ (ສ.ອາເມບິກາ, ການາດາ ແລະ ແມັກຊິກ)
– 12 ກຸ່ມ ກຸ່ມລະ 4 ທີມ
– ອັນດັບ 1 ແລະ 2 ຜ່ານເຂົ້າຮອບ + 8 ທີມ ອັນດັບ 3 ທີ່ດີທີ່ສຸດ

– ຮອບ Knock Out ຮອບທຳອິດ ຈະມີທັງໝົດ 32 ທີມ.
– ຈະແຂ່ງຂັນທັງຫມົດ 104 ເກມ
ທີ່ມາ: Gazzetta Dello Sport
ຂ່າວກິລາ
ປາດໂທ້! ອາກຊັງຕິນ (ອາເຈນຕິນາ) ກຽມນຳໃຊ້ທະນະບັດໃບເງິນ 1000 ເປໂຊ ທີ່ມີຮູບເມສຊີ້

ປາດໂທ້! ອາກຊັງຕິນ (ອາເຈນຕິນາ) ກຽມນຳໃຊ້ທະນະບັດໃບເງິນ 1000 ເປໂຊ ທີ່ມີຮູບເມສຊີ້

ແລະ ທີມຊາດອາເຈນຕິນາ ປະທັບລົງໃນໃບເງິນ ພາຍຫຼັງໄດ້ຮັບໄຊຊະນະຈາກການແຂ່ງຂັນບານໂລກ2022 ທີ່ປະເທດກາຕາ.

…..

Cr: Argentina Football Association – AFA
ຂ່າວກິລາ
ຊຽງຂວາງເກມ ໜາວເທົ່າໃດ ກໍ່ສູ້ໄດ້ ເພາະມີຜ້າຮົ່ມໄປນຳ

ໜາວກະໜາວ ກິລາກະຢາກເບິ່ງພາບກອງເຊຍໃນຊຽງຂວາງເກມ 2022.

…..

….

…..

…..

ຮູບພາບ: ຊຽງຂວາງອັບເດດ
-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย1 ປີ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ