ສພຂ​ ຫົວພັນ​ ມອບເຄື່ອງຊ່ວຍເຫລືອໃຫ້ຄອບຄົວທີ່ປະສົບອັກຄີໄພ – ສື່ລາວ.ຄອມ
Connect with us

ຊ່ວຍເຫຼືອ

ສພຂ​ ຫົວພັນ​ ມອບເຄື່ອງຊ່ວຍເຫລືອໃຫ້ຄອບຄົວທີ່ປະສົບອັກຄີໄພ

Published

on

ສພຂ​ ຫົວພັນ​ ມອບເຄື່ອງຊ່ວຍເຫລືອໃຫ້ຄອບຄົວທີ່ປະສົບອັກຄີໄພ.

ດ້ວຍຄວາມ​ເປັນຫ່ວງ​ເປັນ​ໃຍ​ ຂອງສະພາ​ປະຊາຊົນ​ ແຂວງຫົວພັນ​ ທີ່ມີຕໍ່ປະຊາຊົນບັນດາເຜົ່າ ເວົ້າລວມ, ເວົ້າສະເພາະ ຕໍ່ຄອບຄົວທີ່ຖືກປະສົບເຄາະຮ້າຍຈາກອັກຄີໄພ(ໄຟໄໝ້ເຮືອນ) ຕອນເຊົ້າ​ ວັນທີ​ 14​ ທັນວາ​ 2021​ ນີ້

ຕາງໜ້າ​ສະພາປະຊາຊົນແຂວງ ໄດ້ລົງມອບເຄື່ອງຊ່ວຍເຫລືຶອບັນເທົາທຸກ ໃຫ້ຄອບຄົວທີ່ຖືກເຄາະຮ້າຍ ເຊິ່ງໄດ້ຮັບຜົນກະທົບ​ຈາກ​ໄຟໄໝ້ເຮືອນ​ (ເຮືອນຂອງທ່ານ ພອນຄຳ​ ຄຳມີໄຊ​ພາຍໃນຄອບຄົວມີສະມາຊິກ 8​ ຄົນ​ ຍິງ​3ຄົນ​)ຢູ່ບ້ານບວຍ ເມືອງຊຳເໜືອ​ ແຂວງຫົວພັນ​

ນຳໂດຍ ທ່ານ​ ນາງ​ ອຳໄພວອນ​ ລ້ອມບຸນແພງ​ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ; ມີ​ບັນດາທ່ານ​ສະມາຊິກສະພາປະຊາຊົນແຂວງ ຫົວພັນ ປະຈຳເຂດເລືອກຕັ້ງເມືອງຊຳເໜືອ, ຮອງເລຂາທິການ ພ້ອມດ້ວຍທີມງານ

ກ່າວມອບໂດຍ ທ່ານ​ ນາງ​ ອຳໄພວອນ​ ລ້ອມບຸນແພງ​ ແລະ​ ກ່າວຮັບໂດຍ ທ່ານ​ ພອນຄຳ ຄຳມີໄຊ ເຄື່ອງທີ່ນຳໄປຊ່ວຍເຫລືອໃນຄັ້ງນີ້ ມີໝໍ້ໃຫຍ່,​ໝໍ້ນ້ອຍ, ຜ້າຫົ່ມໂຕໂຕ,​ມຸ້ງ,​ຜູກ,​ໝອນ,​ປ໋ອງປາ, ໝີ່ສຳເລັດຮູບ,​ເຄື່ອງນຸ່ງຫົ່ມ,​ເກີບ,​ເງິນສົດ 1 ລ້ານກວ່າກີບ ແລະ​ ອື່ນໆ ລວມມູນຄ່າ​ທັງໝົດ​ 3 ລ້ານກວ່າກີບ​; ການມອບເຄື່ອງຊ່ວຍເຫລືອຄັ້ງນີ້ ມີຄະນະພັກ,​ອຳນາດການປົກຄອງບ້ານ,​ເຖົ້າແກ່ແນວໂຮມ,​ອົງ​ການຈັດຕັ້ງ​ມະຫາຊົນ​ຂອງບ້ານ​ ພ້ອມດ້ວຍປະຊາຊົນພາຍໃນບ້ານເຂົ້າຮ່ວມເປັນສັກຂີພິຍານນຳ.

ໂອກາດດຽວກັນນີ້,​ ທີມງານຍັງໄດ້ສະແດງຄວາມເສຍໃຈຕໍ່ເຫດການດັ່ງກ່າວທີ່ເກີດຂຶ້ນ ແລະ​ ຮຽກຮ້ອງມາຍັງຄອບຄົວທີ່ຖືກຜົນກະທົບ​ ຕະຫລອດຮອດພໍ່ແມ່ປະຊາຊົນ ຈົ່ງມີສະຕິໃນການນຳໃຊ້ໄຟຟ້າ,​ມີຄວາມສາມັກຄີຊ່ວຍເຫລືອເຊິ່ງກັນແລະກັນ,​ຕ້ານທຸກປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ແລະ​ ພ້ອມກັນເອົາໃຈໃສ່ສ້າງເສດຖະກິດຄອບຄົວໃຫ້ນັບມື້ດີຂຶ້ນ.​

ຂ່າວ: ສະພາປະຊາຊົນແຂວງຫົວພັນ

Continue Reading

ຊ່ວຍເຫຼືອ

ໂຮງຮຽນແຫ່ງຄວາມຫວັງ ໜຸ່ມວິນ ຜູ້ໃຫ້ທີ່ຍິ່ງໃຫຍ່

Published

on

ເຫັນແລ້ວນ້ຳຈະໄຫຼແທນ ປະຊາຊົນມີຄວາມສຸກ ແລະ ຍິ້ມ

ເດີນທາງໄກ້ຈະປອດໄພ ໜຸ່ມວິນ

ສຸດຍອດເລີຍ ຂໍອວຍພອນໃຫ້ ນ້ອງວິນ ຮັ່ງມີ ແລະຮັ່ງມີຂຶ້ນເລີຍໆເດິ້

ຂໍຊົມເຊີຍ ໜຸ່ມວິນ ທີ່ໄດ້ຊ່ວຍເຫຼືອສັງຄົມຜູ້ທຸກຍາກ ຂໍໃຫ້ເຈົ້າຈະເລີນຮຸ່ງເຮືອງໃນທຸລະກິດຍິ່ງໆຂຶ້ນ.

ແລ້ວເຫັນແຕ່ຄັ້ງທີ່ແລ້ວ ຮູ້ສຶກດີໃຈຫຼາຍ ຂອບໃຈ ວິນ ທີ່ເຮັດໃຫ້ຝັນຂອງຄູ ເປັນກຳລັງໃຈໃຫ້ລູກຫຼານ

….

….

….

ຄລິບ

Continue Reading

ຊ່ວຍເຫຼືອ

ໂຕໂນ້ໄດ້ມາໂຮງໝໍແຂວງຄຳມ່ວນອີກຄັ້ງ ເພື່ອອັບເດດລາຍຊື່ເຄື່ອງມືທາງການແພດທີ່ຈະບໍລິຈາກໃຫ້ໂຮງໝໍ

Published

on

ໃນວັນທີ 28 ພະຈິກ 2022 ໜຸ່ມໂຕໂນ້ໄດ້ເດີນທາງມາທ່າແຂກ ແຂວງຄຳມ່ວນອີກຄັ້ງເພື່ອປືກສາຫາລືກັບທ່ານຮອງເຈົ້າແຂວງຄຳມ່ວນ ແລະ ຜູ້ອຳນວຍການໂຮງໝໍແຂວງຄຳມ່ວນ

ລວມເຖິງໄດ້ອັບເດດລາຍຊື່ເຄື່ອງມືທາງການແພດທັງໝົດ 20 ກວ່າຊະນິດ ເຫຼືອແຕ່ສະຫຼຸບລາຄາເຄື່ອງມືເພື່ອສົ່ງມອບໂຮງໝໍສອງຝັ່ງລາວໄທ ນະຄອນພະນົມ ແລະ ຄຳມ່ວນຕໍ່ໄປ

ຫຼັງໄດ້ຮັບເງິນບໍລິຈາກຈາກການລອຍນ່ຳຂ້າມຂອງຂອງໂຕໂນ່

Continue Reading

ຊ່ວຍເຫຼືອ

ເຮົາຊ່ວຍກັນ ຄົນລະໄມ້ລະມື ເຄື່ອງເກົ່າທ່ານທີ່ບໍ່ໄດ້ໃຊ້ ຊ່ວຍບໍລິຈາກໃຫ້ນ້ອງໆດ້ວຍ

Published

on

ຜ້າຫົ່ມເກົ່າເຮົາຂໍໄດ້ບໍ ເຮົາຊ່ວຍກັນຄົນລະໄມ້ລະມືຮ່ວມກັນບໍລິຈາກຕາມກຳລັງສັດທາສົນທົບທືນຊື້ເຄື່ອງບໍລິຈາກ ຂໍອານຸຍາດແຈ້ງເຖີງພີ່ນ້ອງຍາດໂຍນ ສັດທາທັງຫລາຍ.

ພຮະອາຈານ ມີຈຸດປະສົງຢາກກັບຄືນໄປຊອ່ຍເຫລືອໂຮງຮຽນກຸ້ມວັງບົງ.ບບ້ານວັງບົງ.ເມືອງວຽງຄຳ. ແຂວງຫລວງພະບາງໃນວັນທີ17-18/12/2022ເພາະອາຈານໄດ້ໄປມາເທື່ອນື່ງມາແລ້ວ.ພາບນີ້ເປັນພາບເກົ່າຕອນອາຈານໄປປີກາຍ-ແຕ່ດຽວນີ້ກະຍັງຄືເກົ່າ ເນືອງຈາກວ່າ ດຽວນີ້ ຈະເຂົ້າຍາມຫນາວແລ້ວ ອາຈານເລີຍຢາກຂໍ ເຄື່ອງເກົ່ານຳຍາດໂຍມ ໄປບໍລິຈາກແທນເຈົ້າສັດທາ.

ຂໍມູນບອນຝາກສົງລະແມ່ນ

ສາມາດຝາກນຳບໍລິສັດຂົນສົງ

ຮຸ້ງອາລຸນ,ມີໄຊ.ກຽງໄກ ອານຸສິດ ສາຂາເມືອງຊຽງເງີນ

ແຂວງຫລວງພະບາງ ຜູ້ຮັບແມ່ນພະສົມນຶກຢູ່ວັດບ້ານສາມັກຄີໄຊ(ຈັດຊັນ)ເມືອງຊຽງເງີນ ແຂວງຫລວງພະບາງ

ເລກໂທແລະແອບ02058886761

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້