ຕິດຕາມໂຄວິດ-19
ໃຜທີ່ຕິດໂຄວິດ ຕ້ອງໄດ້ຈ່າຍຄ່າປີ່ນປົວເອງ ຄ່າກິນ 588,000ກີບ/ຄົນ ຄ່າຢາບາງຊະນິດ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ- 19 ຂັ້ນແຂວງ ຂໍຖືເປັນກຽດ ແຈ້ງມາຍັງ ທ່ານ ຊາບວ່າ: ອີງຕາມການປະເມີນສະພາບການລະບາດ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ຕາມທີ່ລະບຸ ໄວ້ ໃນແຈ້ງການ ແລະ ມາດຕະການຕ່າງໆ ທີ່ທາງຄະນະສະເພາະກິດ ໂຄວິດ-19 ຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ວາງອອກ ແຕ່ລະໄລຍະ ເຫັນວ່າໄດ້ຮັບຜົນສໍາເລັດເປັນກ້າວໆ ເຊິ່ງສະແດງອອກບາງດ້ານ ທີ່ພົ້ນ ເດັ່ນ ຄື:
ການສັກວັກຊີນ ທັງສາມຊະນິດໄດ້ 266.835ຄົນ, ກວມເອົາ 57% ຂອງປະຊາກອນທົ່ວແຂວງ. ເຖິງວ່າມີການປະຕິບັດມາດຕະການມີທັງເພີ້ມທະວີ ແລະ ບາງມາດ ຕະການຜ່ອນຜັນກໍຕາມ, ແຕ່ການລາຍງານຜູ້ຕິດເຊື້ອແຕ່ລະວັນກໍຍັງສະແດງອອກເປັນຈໍານວນຫຼວງຫຼາຍຢູ່. ໄລຍະຜ່ານມາທາງ ອົງການປົກຄອງແຂວງ,
ອົງການປົກຄອງເມືອງ ໄດ້ສະຫນອງງົບປະມານເປັນຈໍານວນຫຼວງຫຼາຍເພື່ອໃຊ້ຈ່າຍເຂົ້າໃນວຽກງານປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ລວມທັງການກະກຽມ ປັບປຸງປົວແປງ ສະຖານທີ່ປິ່ນປົວຜູ້ຕິດພະຍາດໂຄວິດ-19. ບັນຫາ ທີ່ຫນັກຫນ່ວງໃນການໃຊ້ຈ່າຍຜ່ານມາ ແມ່ນການສະຫນອງຄ່າອາຫານ, ນ້ໍາດື່ມ ສໍາລັບຜູ້ຕິດເຊື້ອທີ່ເຂົ້າປິ່ນປົວຢູ່ໃນສຸນຕ່າງໆຂັ້ນ ເມືອງ ແລະ ຂັ້ນແຂວງ.
ໃນໄລຍະຜ່ານມາອົງການກາແດງສະວິດ ກໍ່ແມ່ນອົງການຫນຶ່ງທີ່ໄດ້ປະກອບສ່ວນໃຫ້ການສະຫນັບສະຫນູນ ອາຫານ ແລະ ເຄື່ອງໃຊ້ຈໍາເປັນໃຫ້ສູນກັກກັນແຮງງານ ແລະ ສູນປິ່ນປົວເມືອງໂພນໂຮງ ແລະ ສູນໂຮງຮຽນພະຍາບານສາດ. ແຕ່ມາ ຮອດ ປັດຈຸບັນ ທາງອົງການກາແດງສະວິດ ໄດ້ຢຸດສະຫນັບສະຫນຸນ ຕາມແຈ້ງການ ສະບັບເລກທີ 105/ກດລ, ລົງວັນທີ 16 ພະຈິກ 2021 ນັບແຕ່ວັນທີ 18 ພະຈິກ 2001 ເປັນຕົ້ນມາ ເຮັດໃຫ້ພາກລັດ ໄດ້ສືບຕໍ່ຈ່າຍຄ່າອາຫານ ແລະ ນ້ໍາດື່ມ ໃຫ້ຜູ້ຕິດເຊື້ອທີ່ເຂົ້າ ປິ່ນປົວ ທັງຫມົດ,


ໂດຍກໍານົດຄ່າອາຫານ 35.000 ກີບ/ ຄົນ/ມື້( 3 ຄາບ), ຄ່ານ້ໍາດື່ມ7.000ກີບ/ຄົນ/ມື້ໄລຍະນອນປິ່ນປົວຜູ້ທີ່ມີອາການເບົາບາງ ຫາປານກາງ ແມ່ນ 14 ວັນ ຄ່າໃຊ້ຈ່າຍສໍາລັບອາຫານ, ນ້ໍາດື່ມລວມມູນຄ່າ588.000 ກີບ/ຄົນ, ກໍລະນີຜູ້ທີ່ຕິດເຊື້ອຫາກມີອາການບໍ່ຫາຍດີຕາມ ກໍານົດ 14 ວັນແມ່ນຈະໄດ້ສືບຕໍ່ປິ່ນປົວ ແລະ ຈະໄດ້ຈ່າຍເພີ່ມ ຕາມຈໍານວນວັນທີ່ປິ່ນປົວຕົວຈິງ.


ສະນັ້ນ, ທາງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງວຽງ ຈັນ, ຈຶ່ງໄດ້ແຈ້ງມາຍັງທຸກພາກສ່ວນກ່ຽວຂ້ອງຈົ່ງຮັບຊາບແລະພ້ອມກັນຈັດຕັ້ງປະຕິບັດຢ່າງມີສ່ວນຮ່ວມດວ້ຍ.


ຕິດຕາມໂຄວິດ-19
ກັບມາອີກແລ້ວ ມື້ນີ້ ທົ່ວປະເທດ ຕິດເຊື້ອໂຄວິດເພີ່ມຂຶ້ນ 76 ຄົນ

06 ທັນວາ 2022.

ນະຄອນຫຼວງວຽງຈັນ ຕິດເຊື້ອໂຄວິດເພີ່ມຂຶ້ນ ! ອາກາດເລີ່ມໜາວແລ້ວ ຂໍໃຫ້ທຸກຄົນ ຮັກສາສຸຂະພາບ !

ຕິດຕາມໂຄວິດ-19
ສປປ ລາວ ກວດພົບ ຜູ້ຕິດເຊື້ອໂຄວິດ 551 ຄົນ ແລະ ເສຍຊີວິດ 4 ຄົນ

🔥 🔥 ເພີ່ມຂຶ້ນ ! ສປປ ລາວ 🇱🇦 ລາຍງານ ກວດພົບ ຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນ
ໃນວັນອັງຄານ 01/02/2022 ໂດຍກວດພົບການຕິດເຊື້ອໂຄວິດ 585 ຄົນ ແລະ ເສຍຊີວິດ +4 ຄົນ.
ຕົວເລກຜູ້ເສຍຊີວິດ ອາດມີການປ່ຽນແປງ ລາຍລະອຽດເພີ່ມຕື່ມ ຄະນະສະເພາະກິດ ຈະໄດ້ແຈ້ງໃຫ້ຊາບຕື່ມ ໃນເວລາ 10:30

ຕິດຕາມໂຄວິດ-19
ມື້ນີ້ີ້ ສປປ ລາວ ກວດພົບຜູ້ຕິດໂຄວິດໃໝ່ +329 ຄົນ ແລະ ເສຍຊີວິດ 3 ຄົນ

ຈາກການຖະແຫຼ່ງຂ່າວໂຄ ວິ ດ – 19 ຂອງຄະນະສະເພາະກິດ ປະຈຳວັນທີ່ 31/1/2022 ພົບວ່າມີຜູ້ຕິດເຊື້ ອໂຄ ວິ ດ +329 ຄົນ ແລະ ຊຸມຊົນ + ຄົນ.
ລາຍລະອຽດແຕ່ລະແຂວງມີຄື:

-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย1 ປີ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ