ຂ່າວດີ ແຊຣ໌ບອກຕໍ່ ລາວຈະໄດ້ຮັບ ໄຟເຊີ ຈຳນວນ 1,7ລ້ານໂດສ ຈາກ ສະຫະລັດອາເມລິກາ

ສະຫະລັດອາເມລິກາ 🇺🇸 ຈະມອບວັກຊິນໄຟເຊີ ຈຳນວນ 1,700,000 ໂດສ ໃຫ້ແກ່ ສປປ ລາວ 🇱🇦

ໂດຍຜ່ານໂຄງການໂຄແວັກ! ວັກຊິນໄຟເຊີ ແມ່ນຖືກຮັບຮອງໂດຍອົງການອະນາໄມໂລກ ໃຫ້ສາມາດສັກໄດ້ໃນກຸ່ມຄົນທີ່ມີອາຍຸ 12 ປີຂຶ້ນໄປ.

ສະຫະລັດອາເມລິກາ ແລະ ສປປ ລາວ ຮ່ວມກັບຄູ່ຮ່ວມງານໂຄງການໂຄແວັກຂອງພວກເຮົາຄື ອົງການອະນາໄມໂລກ ແລະ ອົງການຢູນີເຊບ ກຳລັງເຮັດວຽກຮ່ວມກັນເພື່ອນຳວັກຊິນນີ້ມາ ສປປ ລາວ ໃຫ້ໄວເທົ່າທີ່ຈະໄວໄດ້.

ກະລຸນາຕິດຕາມຂໍ້ມູນຂ່າວສານຈາກເຟດບຸກເພສຂອງພວກເຮົາ ແລະ ຂໍ້ມູນທາງການຈາກລັດຖະບານແຫ່ງ ສປປ ລາວ ສຳລັບຂໍ້ມູນເພີ່ມເຕີມ.

ຂໍສະແດງຄວາມຍິນດີນຳເດີ້ 🇺🇸🤝🇱🇦