ບໍລິສັດ ລາວໂທລະຄົມ ມອບ-ຮັບ ກ່ອງປັນສຸກ ໃນກິດຈະກໍາ “ລາວ ໂທລະຄົມ ປັນສຸກ ”

ໃນວັນທີ 8 ທັນວາ 2021 ຢູ່ທີ່ ສໍານັກງານໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ມີພິທີ ມອບ-ຮັບ ກ່ອງປັນສຸກ ໃນກິດຈະກໍາ CSR “ ລາວ ໂທລະຄົມ ປັນສຸກ ” ຂື້ນລົດຂົນສົ່ງເພື່ອຈັດສົ່ງໃຫ້ ລລທ ສາຂາແຂວງທົ່ວປະເທດໄດ້ນໍາໄປແຈກຢາຍຕໍ່ໃຫ້ກັບຄອບຄົວຜູ້ທີ່ຫຍຸ້ງຍາກຂາດເຂີນ.

ເຊິ່ງກິດຈະກໍານີ້ແມ່ນ 1 ໃນຫຼາຍໆກິດຈະກໍາທີ່ ລາວ ໂທລະຄົມ ຈັດຂື້ນໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງ ລາວ ໂທລະຄົມ ຄົບຮອບ 25 ປີ (11/11/1996-11/11/2021) ຈຸດປະສົງຂອງກິດຈະກໍານີ້ແມ່ນ.

ເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ 19 ທີ່ແກ່ຍາວເວລາມາດົນສົ່ງຜົນກະທົບຕໍ່ເສດຖະກິດ ແລະ ຊິວິດການເປັນຢູ່ປະຈໍາວັນຂອງພວກເຮົາໂດຍສະເພາະກໍຄືຄອບຄົວທີ່ທຸກຍາກຂາດເຂີນ.

ເຄື່ອງທັງໝົດຈະຖືກຂົນສົ່ງໄປສູ່ ລາວ ໂທລະຄົມ ສາຂາແຂວງທົ່ວປະເທດເພື່ອນໍາໄປແຈກຢາຍຕໍ່ໃຫ້ກັບຄອບຄົວຜູ້ທຸກຍາກຂາດເຂີນຢູ່ໃນແຕ່ລະແຂວງໆລະ 25 ກ່ອງ.“ລາວ ໂທລະຄົມ ໂທລະຄົມຂອງຄົນລາວ ເພື່ອສັງຄົມລາວ”#LaoTelecom#LaoTelecom25thAnniversary