ສະຫະລັດອາເມລີກາ ຊີ້ ໂອໄມຄຣອນ ບໍ່ອັນຕະລາຍເທົ່າເດວຕາ – ສື່ລາວ.ຄອມ
Connect with us

ຂ່າວຕ່າງປະເທດ

ສະຫະລັດອາເມລີກາ ຊີ້ ໂອໄມຄຣອນ ບໍ່ອັນຕະລາຍເທົ່າເດວຕາ

Published

on

ສະຫະລັດຊີ້ ໂອໄມຄຣອນ ບໍ່ອັນຕະລາຍເທົ່າເດວຕາ

ສຳ​ນັກ​ຂ່າວ​ຕ່າງ​ປະ​ເ​ທດ​ລາຍ​ງານໃນ​ວັນ​ທີ 6 ທັນ​ວາ 2021 ວ່າ ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ກ່າວ​ວ່າ:

ເຖິງ​ແມ່ນ​ວ່າ ໄວ​ຣັ​ສ​ກາຍ​ພັນ​ໂອ​ໄມ​ຄ​ຣອນ ຈະ​ແຜ່​ລະ​ບາດ​ຢ່າງ​ໄວ​ວາ​ໃນ​ສະ​ຫະ​ລັດ ແຕ່​ຜົນ​ການ​ສຶກ​ສາ​ເບື້ອງ​ຕົ້ນ ບົ່ງ​ຊີ້​ວ່າ ອາດ​ມີ​ຄວາມ​ອັນ​ຕະ​ລາຍ​ໜ້ອຍກວ່າ​ສາຍ​ພັນ​ເດວ​ຕາ ເຊິ່ງ​ຍັງ​ເປັນ​ສາ​ເຫດຫຼັກ​ທີ່​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ-19 ເຂົ້າ​ຮັບ​ການ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ເພີ່ມ​ຂຶ້ນ.

ທ່ານ ດ​ຣ. ​ແອນໂທ​ນີ ເຟົາ​ຊີ ຜູ້​ຊ່ຽວ​ຊານ​ດ້ານ​ພະ​ຍາດ​ຕິດ​ເຊື້ອທັງ​ເປັນ​ຫົວ​ໜ້າ​ທີມ​ທີ່​ປຶກ​ສາ​ດ້ານ​ສາ​ທ​າລະ​ນະ​ສຸກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ກ່າວ​ວ່າ: ນັກ​ວິ​ທະ​ຍາ​ສາດ​ຈຳ​ເປັນ​ຕ້ອງ​ມີ​ຂໍ້​ມູນຫຼາຍກວ່າ​ນີ້ ກ່ອນ​ທີ່​ຈະ​ສະຫຼຸບ​ເຖິງ​ຄວາມ​ຮຸນ​ແຮງ​ຂອງ​ໄວ​ຣັ​ສ​ກາຍ​ພັນ​ໂອ​ໄມ​ຄ​ຣອນ.

“ຈົນ​ເຖິງ​ຂະ​ນະ​ນີ້ ເບິ່ງ​ຄື​ວ່າ ໂອ​ໄມ​ຄ​ຣອນ ບໍ່​ໄດ້​ມີ​ຄວາມ​ຮຸນ​ແຮງ ແຕ່​ພວກ​ເຮົາ​ກໍ​ຕ້ອງ​ມີ​ຄວາມ​ລະ​ມັດ​ລະ​ວັງ ກ່ອນ​ທີ່​ຈະ​ສະຫຼຸບ​ວ່າ ມັນ​ບໍ່​ມີ​ຄວາມ​ຮຸນ​ແຮງຫຼື​ບໍ່? ມັນ​ບໍ່​ເຮັດ​ໃຫ້​ມີ​ອາ​ການ​ຮຸນ​ແຮງ​ເໝືອນ​ກັບ​ເດວ​ຕາ ຫຼື ບໍ່?” ທີ່​ປຶກ​ສາ​ທຳ​ນຽບ​ຂາວ ກ່າວ.

ມາ​ຮອດ​ວັນ​ທີ 5 ທັນ​ວາ​ຜ່ານ​ມາ, ສະ​ຫະ​ລັດ​ກວດ​ພົບ​ຜູ້​ຕິດ​ເຊື້ອ​ກາຍ​ພັນ​ໂອ​ໄມ​ຄ​ຣອນເກືອບ 1/3 ຂອງ​ຜູ້​ຕິດ​ເຊື້ອ​ທັງ​ໝົດ ແຕ່​ຜູ້​ຕິດ​ເຊື້ອ​ສ່ວນຫຼາຍ​ທີ່​ໄປ​ຮັບ​ການ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ແມ່ນ​ຜູ້​ຕິດ​ເຊື້ອ​ສາຍ​ພັນ​ເດວ​ຕາ​ກວມ​ເຖິງ 99%.

ຂ່າວຈາກ ຂ່າວເສດຖະກິດ-ການຄ້າ

Continue Reading

ຂ່າວຕ່າງປະເທດ

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

Published

on

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້

Continue Reading

ຂ່າວຕ່າງປະເທດ

ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

Published

on

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.

ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).

ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.

Continue Reading

ຂ່າວຕ່າງປະເທດ

ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

Published

on

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້