ຄວາມໃນໃຈຂອງຕົວແທນປະເທດລາວ ດາວມີໄຊ Miss grand Laos 2021 – ສື່ລາວ.ຄອມ
Connect with us

ຂ່າວບັນເທິງ

ຄວາມໃນໃຈຂອງຕົວແທນປະເທດລາວ ດາວມີໄຊ Miss grand Laos 2021

Published

on

ກໍາລັງເປັນທີ່ຕິດຕາມເຊຍ ຕົວແທນປະເທດ Miss grand Laos 2021 ດາວມີໄຊ ພະຈັນສິດທິ ທີ່ກໍາລັງປະກວດ Miss grand Internatonal 2021 ທີ່ປະເທດໄທ.

ຫຼ້າສຸດສາວດາວມີໄຊໂພສຂໍ້ຄວາມໃນໃຈ ແລະ ຂອບໃຈທຸກຄົນຜ່ານເຟດບຸກສ່ວນຕົວ Daomixay Pcst ວ່າ.

ຄຳວ່າ Laos ສຳຫລັບນ້ອງແລ້ວ ມັນຄືຄວາມພາກພູມໃຈ ທີ່ໄດ້ຮ້ອງດັງໆ ຄຳວ່າ ດາວມີໄຊ ພະຈັນສິດທິ Miss grand Laos ແລະ ພູມໃຈທີ່ໄດ້ເກີດເປັນຄົນລາວ ໄດ້ຢູ່ໃນແຜ່ນດິນລາວ ແລະ ໄດ້ເປັນໂຕແທນຂອງຄົນລາວ ເຜີຍແຜ່ວັດທະນະທຳລາວ ໃຫ້ທົ່ວໂລກໄດ້ຮູ້ ມື້ອື່ນແລ້ວທີ່ຈະເປັນມື້ສຸດທ້າຍຂອງການປະກວດ ຮອບຕັດສິນ ຈະແພ້ຫລືຊະນະ ນ້ອງຈະສູ້ຈົນເຖີງທີ່ສຸດ ຈະບໍ່ຍອມຖອຍ ເພື່ອໃຫ້ເປັນຕຳນານ ໃຫ້ແຟນນາງງາມໄດ້ຈົດຈຳຊື່ນີ້ ດາວມີໄຊ ພະຈັນສິດທິ Miss grand Laos 2021 ໄປຕະຫລອດການ.

ກ່ອນອື່ນນ້ອງຕ້ອງຂໍຂອບໃຈຜູ້ຢູ່ເບື້ອງຫລັງຄວາມອະລັງການນີ້ ເປັນທີ່ສຸດຈາກຫົວໃຈ ກໍ່ຄື ND ຫລື ປະທານໂຄງການ ທ່ານ ສາຍແກ້ວ ສີດາວົງ Saykeo Make ທີ່ໄດ້ມອບໜ້າທີ ອັນຊົງກຽດ ແລະ ເຫັນເຖີງຄວາມເປັນນາງງາມໃນໂຕນ້ອງ ແລະ ບອກສອນທຸກຢ່າງ ເປັນທັງຜູ້ຈັດ ຜູ້ອອກແບບການຖ່າຍພາບ ເປັນທັງສຕາຍລີດເສື້ອຜ້າ ໜ້າຜົມ ຖ່າຍວິດີໂອ ຖ່າຍພາບໃຫ້ ຕັດວິດີໂອໃຫ້ອີກ ຄຸ້ມທຸກຢ່າງເອງ ຈັດແຕ່ສິ່ງດີໆໃຫ້ນ້ອງ ຄືຕ້ອງເລີດ ແລະ ເປະທີ່ສຸດ ເພື່ອໃຫ້ສູ້ກັບປະເທດອື່ນໄດ້ ຂອບໃຈສະປອນເຊີທຸກທ່ານ ທີ່ໃຫ້ການສະໜັບສະໜູນ ບໍ່ວ່າຈະເປັນເສື້ອຜ້າ, ກະເປົ່າ ຈາກ Fairy Angel Viphavanh Pyv, ເກີບງາມໆຈາກ ZOEY Style.

ແລະ ຂອບໃຈອ້າຍ Vilasak Sengphetmanyທີ່ຖ່າຍພາບງາມໆໃຫ້ນ້ອງ, ຂອບໃຈຊຸດປະຈໍາຊາດ คำภีร์ อลังการຂອບໃຈທີມແຕ່ງຫນ້າ ແລະ ຜົມຈາກຝັ່ງໄທທີ່ເອັນດູນ້ອງ Ntw Nanthawat Samitanun Ponlakid ຂອບໃຈສູນຄວາມງາມ ທິບສະຫວັນຄອສເມຕິກ Done Tono ທີ່ດູແລຄວາມງາມໃຫ້ນ້ອງກ່ອນອອກເດີນທາງ ຂອບໃຈ ອ້າຍເຕີ Ater Senthavisouk, ອ້າຍຊ້າງ TOo Sang Poutisar, ອ້າຍໂດ້ Do Chanthavong ທີ່ສອນສເຕັບການເດີນ ການຍ່າງ ການເຕັ້ນ ການໂພສທ່າໃຫ້ ຂອບໃຈອ້າຍບິວ Bill Khammoungkhoun, ອ້າຍຊາຍ Saiy Laos ທີ່ຖ່າຍວິດີໂອ ແລະ ຕັດຕໍ່ພາບງາມໆໃຫ້, ຂອບໃຈຫມູ່ທີ່ຊ່ວຍເຫລືອ ແລະ ຊັບພອດຕະຫລອດການເກັບໂຕຢູ່ໄທ Kounlanath Phongsavanh,

ຂອບໃຈຄອບຄົວທີ່ໃຫ້ການສະຫນັບສະຫນູນລູກຄົນນີ້ໄດ້ເຮັດໃນສິ່ງທີ່ຮັກPhetphouthone Phachanesitty Jennị Pcst, ພີ່ນ້ອງ, ໜູ່ຄູ່ທີ່ຢູ່ຄຽງຂ້າງ ແລະ ຄອຍເປັນກຳລັງໃຈໃຫ້ສະເໝີມາ ແລະ ທີ່ສຸດທີ່ຂາດບໍ່ໄດ້ ກໍ່ຄືແຟນນາງງາມທຸກຄົນ,

ຂອບໃຈສື່ມວນຊົນທັງຝັ່ງລາວ – ໄທ ທີ່ support ແລະ ສະໜັບສະໜູນຜູ້ຍິງທີ່ຊື່ ດາວມີໄຊ ຄວາມຊົງຈຳ ແລະ ຄວາມພູມໃຈນີ້ຈະຢູ່ໃນໃຈຂອງນ້ອງຕະຫລອດໄປຮັກທຸກຄົນ ຮັກລາວເຊຍລາວ ພູມໃຈທີ່ໄດ້ເກີດເປັນຄົນລາວ

Continue Reading

ຂ່າວບັນເທິງ

ຊົມເຊີຍ! ທັງງານທັງເກັ່ງ Miss Universe Laos ໄດ້ໃຫ້ສະພາດແກ່ລາຍການຊື່ດັງ 3 the CW Las Begas ຂອງ ສ.ອາເມລິກາ

Published

on

ນາງ ປ່າເຢັ້ງຊ່າ ລໍ່ Miss Universe Laos ໄດ້ໃຫ້ສຳພາດທີ່ປະເທດອາເມຣິກາ ໃນລາຍການ KSNV News 3 Las Vegas ເຊິ່ງໄດ້ເວົ້າກ່ຽວກັບຄວາມສຳຄັນທາງວັດທະນະທຳ ຂອງການໄດ້ຮັບມົງກຸດ.

ໃນວັນທີ 29 ທັນວາ 2022 ໃນການໃຫ້ສະພາດກັບ News 3 Today ນາງ ປ່າເຢັ້ງຊ່າ ໄດ້ບອກຕໍ່ພິທີກອນເຖິງຄວາມມັກຮັກໃນກິລາເທຄວນໂດ ເຊິ່ງມັນເປັນສິ່ງສຳຄັນຫຼາຍໃນການຮັກສາສຸຂະພາບກາຍ ແລະ ໃຈໃຫ້ແຂງແຮງ ລວມເຖິງງານຊ່ວຍເຫຼືອຕ່າງຂອງລາວ.

ນາງ ປ່າເຢັ້ງຊ່າ ລໍ່ ເປັນນາງງາມຊົນເຜົ່າມົ້ງທຳອິດຂອງລາວ ທີ່ໄດ້ຄວ້າຕຳແໜ່ງ Miss Universe Laos.

ພິທີກອນ Kim Wagner ໄດ້ຍ້ອງກ່ຽວກັບ ຄວາມສາມາດທັກສະການໃຊ້ພາສາອັງກິດຂອງນາງ.

ການປະກວດ Miss Universe Laos ຄັ້ງທີ 71 ຈະຈັດຂຶ້ນທີ່ເມືອງນິວອໍລີນ ລັດລຸຍເຊຍນາ ໃນວັນທີ 14 ມັງກອນ 2023.

….

ຄລິບ:

Continue Reading

ทั่วไป

ບໍ່ສົນຄຳຄົນ ມຸ່ງເຮັດຕາມຝັນ ຊື້ລົດຊື້ເຮືອນ ເພື່ອໃຫ້ພໍ່ແມ່ສະບາຍ

Published

on

By

ຊົມເຊີຍ! ນັກຮ້ອງໜຸ່ມ STS73 ເຮັດຕາມຝັນຮ້ອງເພງ ຫາເງິນຊື້ລົດໃຫຍ່ຄັນງາມມາຂີ່ໄດ້ ເປັນຕົວຢ່າງທີ່ດີແກ່ໄວໜຸ່ມລາວ

STS73 ຫຼື ຊື່ແທ້ ທ້າວ ສຸລິ ນັນທະວົງ ນັກຮ້ອງໄວໜຸ່ມທີ່ມີຜົນງານເພງດັງຫຼາກຫຼາຍ ແລະ ມີຖານແຟນຄັບ ທັງລາວ ແລະ ປະເທດເພື່ອນບ້ານອີກຫຼາຍ ແຕ່ຊີວິດຂອງນ້ອງບໍ່ໄດ້ໂຮຍດ້ວຍກີບກຸຫຼາບ

ທຸກຄົນມີຄວາມຝັນເປັນຂອງຕົນເອງນ້ອງສຸລິກໍ່ເຊັ່ນດຽວກັນນ້ອງແຈ້ງເກີດຈາກການຮ້ອງເພງນໍາໝູ່ເພງ ບ່າວກໍາມະກອນ

ຕອນນັ້ນດັງຢູ່ Tiktok ທັງປະເທດໄທ ແລະ ລາວ ໃນພາບ MV ມີແຕ່ສຽງເພງແລະນໍ້າສຽງທີ່ສໍາຜັດເຖິງຄຸນະພາບໄດ້ເພາະ ພາບ MV ແມ່ນນ້ອງເອົາໂທລະສັບຖ່າຍພາບມັນຄ່ອນຂ້າງບໍ່ແຈ້ງ ແຕ່ດ້ວຍນໍ້າສຽງ ແລະ ຄວາມໝາຍຂອງເນື້ອເພງໄດ້ກິນໃຈທັງຄົນລາວ ແລະ ໄທ ຈົນຕອນນີ້ເຮັດໃຫ້ເພງນີ້ມີຍອດວິວຫຼາຍເຖິງ 31,000,000 ວິວ

ດ້ວຍຄວາມສຳເລັດນີ່ຈຶ່ງເຮັດໃຫ້ STS73 ສາມາດຊື້ລົດໃຫຍ່ຄັນງາມ ຈາກເງິນໃນການຮ້ອງເພງນັ້ນເອງ ແລະຈັ່ງໃດຕ້ອງຂໍສະແດງຄວາມຍິນດີນໍາ STS73 ທີ່ບອກເລີຍວ່າວົງການຮ້ອງເພງໄວໜຸ່ມ

ແມ່ນປະສົບຜົນສໍາເລັດຫຼາຍ ແລະໜຶ່ງໃນນັ້ນກໍໜຸ່ມຄົນນີ້ແຫຼະ ຊົມເຊີຍ ແລະ ຝາກຕິດຕາມຜົນງານ ສະໜັບສະໜຸນຜົນງານຂອງ Sts73 ແນ່ເດີ້ ເຊື່ອວ່າທຸກຄົນຈະມີມື້ນີ້ ຂຶ້ນກັບເວລາໃຜມັນ

ຂໍອະນຸຍາດໃຊ້ຮູບພາບແດ່ເດີ້ນ້ອງສຸລິ

Continue Reading

ຂ່າວບັນເທິງ

ພິ້ງກີ້ ສາວິກາ ດາລາສາວຊື່ດັງຂອງໄທ ໄດ້ຮັບປະກັນໂຕແລ້ວ​ ເງິນປະກັນຕົວຈຳນວນ 5 ລ້ານບາດ.

Published

on

ພິ້ງກີ້ ສາວິກາ ຖືກກັກໂຕ ວັນທີ​ 18 ສິງຫາ​ 2022 ໃນຂໍ້ຫາຄະດີ ແຊຕ່ອງໂສ້ (Forex 3D).

ການປະກັນຕົວຄັ້ງນີ້​ ຕ້ອງເປັນໄປຕາມກຳນົດຂອງສານຄື:

ຫ້າມເດີນທາງອອກຈາກປະເທດໄທ

– ຫາກມີການຍ້າຍຖິ່ນຖານຕ້ອງແຈ້ງພາຍໃນ​ 7​ ວັນ

– ຕ້ອງລາຍງານຕົວທຸກໆເດືອນ​ ຈົກວ່າຈະມີການປ່ຽນແປງ

– ຕ້ອງແຈ້ງຕຳຫລວດ ຕມ ຮັບຮູ້ນຳ.

Cr: Thairath

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້