WHO ພົບໂຄວິດກາຍພັນໃໝ່ ຊື່ເອີ້ນທົ່ວໄປວ່າ Omicron ກະຈາຍເຊື້ອໄດ້ໄວກວ່າສາຍພັນອື່ນ ເຖິງ 500%.

ດຣ ພອນປະເສດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວວັນທີ 24 ພະຈິກ 2021 ວ່າ: ໃນມື້ຜ່ານມາ ຄະນະສະເພາະກິດໄດ້ແຈ້ງໃຫ້ທ່ານຊາບວ່າປະຈຸບັນ ອົງການອະນາໄມໂລກ ໄດ້ລາຍງານວ່າພົບເຊື້ອໂຄວິດກາຍພັນຊະນິດໃໝ່ໃນປະເທດອາຟຣິກກາໃຕ້ ທີ່ມີຊື່ວິທະຍາສາດ B1.1.529 ຫຼື ມີຊື່ເອີ້ນທົ່ວໄປວ່າ Omicron (ໂອມີຄຣອນ).

ນີ້ເປັນສາຍພັນທີ 5 ທີ່ອົງການອະນາໄມໂລກ ປະກາດຍົກລະດັບໃຫ້ເປັນເຊື້ອໄວຣັດທີ່ໜ້າກັງວົນ, ເຊື້ອສາຍພັນນີ້ ໄດ້ຖືກລາຍງານ ໃນວັນທີ 24 ພະຈິກ 2021 ໝາຍວ່າ ພາຍຫຼັງ 6 ເດືອນ ທີ່ໄດ້ຄົ້ນພົບສາຍພັນເດວຕາ ທີ່ເປັນໜື່ງໃນ 5 ເຊື້ອໄວຣັດທີ່ໜ້າກັງວົນ. ມາເຖິງມື້ນີ້ ມີລາຍງານຄົນທີ່ຕິດເຊື້ອຊະນິດນີ້ທັງໝົດ ມີ 84 ຄົນ, ໃນນັ້ນ 2 ຄົນ ຖືກຄົ້ນພົບທີ່ ຮົງກົງ ຈາກຜູ້ເດີນທາງມາຈາກປະເທດອາຟຣິກກາໃຕ້. ໂດຍສ່ວນໃຫຍ່ຜູ້ຕິດເຊື້ອບໍ່ໄດ້ສັກວັກຊິນ.

ນັກວິທະຍາສາດທົ່ວໂລກ ແລະ ອົງການອະນາໄມໂລກ ໄດ້ຍົກລະດັບໃຫ້ເຊື້ອໄວຣັດໂຄວິດກາຍພັນ ໂອມີຄຣອນ ນີ້ເປັນສາຍພັນທີ່ໜ້າກັງວົນ, ເນື່ອງຈາກວ່າ: 1) ເຊື້ອໄວຣັດ ມີການປ່ຽນແປງຮູບຮ່າງ ໂດຍສະເພາະສວ່ນໜາມທີ່ຍື່ນອອກມາ ເພີ່ມຂື້ນເປັນ 32 ຈຸດ ທຽບໃສ່ສາຍພັນເດວຕາ ທີ່ເພີ່ມພຽງ 9 ຈຸດ ເທົ່ານັ້ນ; ນັ້ນໝາຍຄວາມວ່າ ໜາມແຫຼມຂອງເຊື້ອ ສາມາດໂຈມຕີຮ່າງກາຍເຮົາໄດ້ດີ ແລະ ໄວກວ່າເກົ່າ; 2) ເຊື້ອໄວຣັດກາຍພັນໃໝ່ນີ້ ສາມາດແຜ່ກະຈາຍເຊື້ອໄດ້ໄວກວ່າສາຍພັນອື່ນ ເຖິງ 500% ແລະ 3) ສິ່ງທີ່ໜ້າກັງວົນທີ່ສຸດຄື ລະບົບພູມຄຸ້ມກັນຂອງຮ່າງກາຍ ທີ່ຖືກສ້າງຂື້ນຫຼັງຈາກສັກວັກຊິນ ຈະໂຈມຕີມັນໄດ້ຍາກຂື້ນ.

ການພົບໄວຣັດກາຍພັນໃໝ່ ໂອມີຄຣອນ ນີ້, ສົ່ງສັນຍານໃຫ້ຫຼາຍປະເທດຮີບຮ້ອນທົບທວນມາດຕະການຂອງປະເທດຕົນເອງ. ສິ່ງທີ່ຫຼາຍປະເທດປະຕິບັດຮີບດ່ວນຄືການເກືອດຫ້າມ ບໍ່ໃຫ້ປະຊາຊົນຂອງຕົນເດີນທາງໄປປະເທດອາຟຣິກກາໃຕ້ ແລະ ບໍ່ອະນຸຍາດໃຫ້ໃຜກໍ່ຕາມ ທີ່ເດີນທາງຈາກປະເທດຕິດເຊື້ອນີ້ເຂົ້າປະເທດ.