ຊົມເຊີຍ ສປປລາວ ຖືກສະມັດຊາໃຫຍ່ ສະຫະປະຊາຊາດຮອງຮັບລຶບອອກຈາກລາຍຊື່ ປະເທດດ້ອຍພັດທະນາ.

ວັນທີ 24​ ພະຈິກ​ 2021 ນີ້​ ສໍານັກຂ່າວ ຊິນຫົວຂອງ ຈີນ ລາຍງານວ່າ: ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ຮັບຮອງເອົາ 3 ປະເທດ ໃຫ້ຫລຸດພົ້ນອອກຈາກ ສະຖານະປະເທດດ້ອຍພັດທະນາ ມີຄື​ ປະເທດ ສປປ ລາວ , ບັງກະລາເທດ ແລະ ເນປານ.​

​ໃນ​ມະຕິ​, ກອງ​ປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ​ໄດ້​ຕັດສິນ​ໃຈ​ ຈັດ​ສາມ​ປະ​ເທດ ບົນ​ພື້ນຖານ​ທີ່​ພິ​ເສດ, ​ໂດຍ​ໃຫ້ມີ​ໄລຍະ​ກະກຽມເປັນເວລາ 5 ປີ ​(ປົກກະຕິ 3 ປີ) ເພື່ອກ້າວອອກຈາກສະຖານະ ປະເທດດ້ອຍພັດທະນາ ໂດຍສະເພາະແມ່ນການຟື້ນຟູ ແລະ ຜັນຂະຫຍາຍ ບັນດາຍຸດທະສາດ ເພື່ອຕອບໂຕ້ຜົນກະທົບອັນໜັກໜ່ວງ ຈາກການແພ່ລະບາດ ຂອງພະຍາດໂຄວິດ-19.

ກອງປະຊຸມສະມັດຊາໃຫຍ່ອົງການສະະປະຊາຊາດ ຫລຸດພົ້ນຈາກປະເທດດ້ອຍພັດທະນາ

ທີ່ມາ: http://t.m.china.org.cn/convert/c_Qm9iS877.html ແລະ ລາວພັດທະນາ