ທ່ານຫມໍອອກມາຊີ້ແຈງ ແລະໂພສເປັນການເຕືອນໃຫ້ຄວາມຮູ້ແຕ່ລະຄົນ

ອ່ານໃຫ້ຈົບ

ໝໍສຸກເສີນຢາກຈົ່ມ

ປົວໂຄວິດຄືປົວຕາມອາການ(ຖືກ)

ປົວໂຄວິດສາມາດປົວຢູ່ເຮືອນເອງໄດ້(ແມ່ນຖ້າອາການເຈົ້າບໍ່ຮຸນແຮງບໍ່ມີອາການສົນ ຖ້າແພດອະນຸຍາດ)

ຢ່າລືມວ່າປົວຕາມອາການມີອາການໃດລະແກ້ໄຂອາການນັ້ນ

ປະຕິບັດຕາມສະເພາະກິດເພີ່ນແນະນຳຈະດີທີ່ສຸດ

ສາຍດ່ວນ164 ໂທໄດ້ຕະຫຼອດ24ຊົ່ວໂມງ
ສິ່ງທີ່ໝໍແນະນຳ ແລະຂໍຮ້ອງ ໂດຍສະເພາະຜູ້ທີ່ປິ່ນປົວຢູ່ບ້ານ ໄຂ້ໃຫ້ຢາລົດໄຂ້(ປາຣາ) ກີນຕາມຄຳແນະນຳແພດວ່າຄວນກີນແບບໃດໄອໃຫ້ຢາແກ້ໄອ(ແນະນຳເປັນຢາແຍກ ບໍ່ແນະນຳໃຫ້ຢາປະສົມຫຼືຢາທີ່ມີຫຼາຍຕົວຢານຳກັນ ເຊັ່ນມີລົດໄຂ້ຮ່ວມນຳ) ຢາແກ້ໄອມັນກະມີຫຼາຍໂຕ ຄວນກີນໂຕໃດກະຕ້ອງເວົ້າກັນອີກຍາວ…

ຖອກທ້ອງກີນໂອລະລິດ
ວິຕາມີນຊີ ກີນໄດ້ບໍກີນໄດ້ແຕ່ ມື້ລະ2-3ເມັດຂອງ ວິຕາມີນຊີ 500mg ກໍພຽງພໍສຳລັບຄວາມຕ້ອງການໃນລະຫວ່າງວັນ( ກີນຫຼາຍຖອກທ້ອງນະຈ້ະ ຢ່າລືມວ່າ ໂຄວິດເຮັດໃຫ້ຖອອກທ້ອງໄດ້)
ຕ້ານເຊື້ອ ໜໍບໍ່ແນະນຳນະຈະ ເພາະຕ້ານເຊື້ອຄືຕ້ານເຊື້ອແບັກທີເລຍ ບໍ່ແມ່ນຕ້ານເຊື້ອໄວຣັດ (ມັນໃຊ້ແທ້ກັນບໍ່ໄດ້ເດີ)

ຕ້ານເຊື້ອຄືຢາອັນຕະລາຍຕ້ອງຜ່ານການບົ່ງມະຕິຈາກແພດໝໍຈື່ງໃຊ້ໄດ້

ສິ່ງສຳຄັນ🤗 ໂຄວິດມັນເປັນເຊື້ອໄວຣັດ ມັນຍ້ານຄົນທີ່ຮ່າງກາຍແຂງແຮງ ພູມຄຸ້ມກັນດີ ຖ້າຢາກໄດ້ຕ້ອງພັກຜ່ອນໃຫ້ພຽງພໍ. ກີນອາຫານທີ່ມີປະໂຫຍດ. ດື່ມນ້ຳໃຫ້ພຽງພໍກັບຄວາມຕ້ອງການລະຫວ່າງວັນຂອງໃຜມັນ ໜັ່ນອອກກຳລັງກາຍ….

ບັນຫາທີ່ເຮົາເຫັນຫຼາຍໃນຕອນນີ້ຄືການໃຊ້ຢາແບບບໍ່ສົມເຫດສົມຜົນເຮັດໃຫ້ອາການຄົນເຈັບຮຸນແຮງຂື້ນ

ມີຕົວຢ່າງມາແນະນຳເລັກນ້ອຍມີທັງດີຫວັດຍີ່ຫໍ້ຕ່າງ ແລະ ປາຣາ ເຮົາລອງສັງເກດໃນວົງມົນສີແດງ ທີ່ຂ້າພະເຈົ້າອ້ອມໄວ້ຈະເຫັນວ່າທຸກຢາທີ່ເອົາມາຍົກໃຫ້ເຫັນນີ້ຈະມີ ປາຣາ ຫຼື ຢາລົດໄຂ້ໃນປະລິມານທີ່ສ່ຳກັນໝົດ ຄື 500mg /1ເມັດ ບໍ່ວ່າຈະເປັນດີຫວັດກະຄືມີລົດໄຂ້ຢູ່ແລ້ວ
ຜູ້ໃຫຍ່ຄົນໝຶ່ງທີ່ນ້ຳໜັກ50ກິໂລຂື້ນໄປສາມາດກີນປາຣາໄດ້ພຽງ 4000mg ຫຼື 8ເມັດຕໍ່ມື້ ຫຼື 2ເມັດ/ຄັ້ງ (ນີ້ຄືທີ່ສຸດທີ່ຕັບຈະຮັບໄດ້ແລ້ວເດີ)
ລະຄິດເບີ່ງວ່າ ເຈົ້າກີນ ປາຣາ 2ເມັດ + ດີຫວັດ2 ເມັດ ລະມື້ໜຶ່ງເຈົາກີນ3-4ເທື່ອ(ຮ້າຍແຮງກວ່ານັ້ນຄືກິນທຸກຄັ້ງທີ່ມີໄຂ້) ລະຄິດເອົາວ່າຕັບ – ໄຂ່ຫຼັງ ເຮົາຈະຮັບໄດ້ບໍນໍ

ກິນໂຕໃດໂຕໜຶ່ງລະແລ້ວນະຈະ

ບໍ່ຄິດຈະຊ້ຳເຕີມໃຜຫຼືຕຳໜິໃຜແຕ່ຂໍໃຫ້ທຸກຄົນມີສະຕິໃນການໃຊ້ຢາ

ຢາທຸກໂຕມີທັນຄຸນແລະໂທດຄິດທຸກຄັ້ງກ່ອນນຳເຂົ້າປາກ

ລະວັງຈະບໍ່ຕາຍຍ້ອນໂຄວິດແຕ່ຕາຍຍ້ອນໃຊ້ຢາບໍ່ສົມເຫດສົມຜົນລະຕັບກັບໄຂ່ຫຼັງຕາຍເດີ

ຢ່າລືມວ່າທຸກຢ່າງຄືກັນດີກ່ອນແກ້ຍິ່ງເວົ້າຍິ່ງຍາວເລື່ອງນີ້

Cr: Is thit