ຂ່າວດີ ໄຟເຊີ (Pfizer) ອະນຸຍາດໃຫ້ 95 ປະເທດ ຜະລິດ ແລະ ຈຳໜ່າຍຢາເມັດຕ້ານໂຄວິດຂອງບໍລິສັດໄດ້ໃນລາຄາຖືກ (ມີ ສ ປປ ລາວ)

ເມື່ອວັນທີ 16 ພະຈິກ 2021, ໄຟເຊີ (Pfizer) ປະກາດບັນລຸຂໍ້ຕົກລົງກັບ Medicines Patent Pool (MPP) ເຊິ່ງເປັນໜ່ວຍງານດ້ານສິດທິບັດຢາທີ່ໄດ້ຮັບການສະໜັບສະໜຸນຈາກອົງການສະຫະປະຊາຊາດ ເພື່ອເພີ່ມການເຂົ້າເຖິງຢາເມັດຕ້ານໂຄວິດ-19 ຂອງບໍລິສັດ ໃນ 95 ປະເທດທີ່ມີຖານະປານກາງ ແລະ ທຸກຍາກ.

ໃນຂໍ້ຕົກລົງດັ່ງກ່າວ ໄຟເຊີ ຈະໃຫ້ສິດ MPP ໃນການໃຊ້ສິດຍ່ອຍເຮັດສັນຍາກັບຜູ້ຜະລິດຢາສາມັນໃນປະເທດທີ່ໄດ້ຮັບອະນຸຍາດ ໃຫ້ສາມາດຜະລິດຢາເມັດຕ້ານເຊື້ອໂຄວິດຂອງໄຟເຊີ ຫຼື ທີ່ມີຊື່ທາງການຄ້າວ່າ ແພັກຊ໌ໂລວິດ (Paxlovid) ໄດ້.

ທັງນີ້ 95% ທີ່ຢູ່ໃນລາຍຊື່ ຄິດເປັນອັດຕາສ່ວນ 53% ຂອງປະຊາກອນໂລກ..ສຳລັບປະເທດໃນອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປະກອບມີ 6 ປະເທດທີ່ມີລາຍຊື່ເຊັ່ນ: ລາວ, ມຽນມາ, ກຳປູເຈຍ, ອິນໂດເນເຊຍ, ຟິລິບປິນ ແລະ ຫວຽດນາມ.

ໃນຂະນະທີ່ ໄທ, ສິງກະໂປ, ມາເລເຊຍ ແລະ ບຣູໄນ ແມ່ນບໍ່ປາກົດໃນລາຍຊື່ດັ່ງກ່າວ..ໄຟເຊີຈະບໍ່ໄດ້ຮັບຄ່າຕອບແທນຊັບສິນທາງປັນຍາຈາກການຂາຍຢາສາມັນເຫຼົ່ານີ້ ຕາບໃດທີ່ພະຍາດໂຄວິດ-19 ຍັງຄົງໄດ້ຮັບການຈັດໃຫ້ຢູ່ໃນພາວະສຸກເສີນດ້ານສາທາລະນະສຸກໂດຍອົງການອະນາໄມໂລກຢູ່.

ຂອບໃຈຂ່າວ:​ muan.la , WorkpointTODAY , กรุงเทพธุรกิจ

ລິ້ງຂ່າວ https://www.pfizer.com/news/press-release/press-release-detail/pfizer-and-medicines-patent-pool-mpp-sign-licensing , https://medicinespatentpool.org/licence-post/pf-07321332/ , https://www.reuters.com/business/healthcare-pharmaceuticals/pfizer-allow-generic-versions-its-covid-19-pill-95-countries-2021-11-16