ຂ່າວເສົ້າ R.I.P ແມ່ຖືພາ 8 ເດືອນ ຜູ້ຈາກໄປຍ້ອນໂຄວິດ19 ໜຶ່ງໃນ 6 ກໍລະນີໃໝ່

ຈາກສະພາບການລະບາດຂອງພະຍາດໂຄວິດ-19 ເປັນເລື່ອງທີ່ທຸກຄົນ ບໍ່ອາດຖືເບົາໄດ້ອີກຕໍ່ໄປ, ບໍມີໃຜຮູ້ວ່າການຕິດເຊື້ອຂອງຕົນເມື່ອຕິດແລ້ວ ເຂົ້າສູນປິ່ນປົວຕົນຈະມີໂອກາດກັບສູ່ຄອບຄົວຫຼືບໍ ຮູ້ແຕ່ມື້ໄປບໍ່ຮູ້ມື້ກັບໂຄວິດໜັກຂຶ້ນທຸກວັນ ຖ້າບໍ່ຢາກສູນເສຍຄົນທີ່ຮັກຄືຕ້ອງຮັກສາໄລຍະຫ່າງທາງສັງຄົມໃຫ້ໄດ້.

ສຳລັບວັນທີ 16 ພະຈິກ 2021 ປະເທດເຮົາແມ່ນສູນເສຍໄປອີກ 6 ຊີວິດອັນເປັນທີ່ຮັກຂອງ 6 ຄອບຄົວ ຖືວ່າເປັນສະຖິຕິສູງທີ່ສຸດເທົ່າທີ່ເຄີຍມີ ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ໃນປະເທດເຮົາເປັນຕົ້ນມາ. ລາຍລະອຽດຜູ້ເສຍຊີວິດໃໝ່ 06 ຄົນ ມີດັ່ງນີ້:

ຜູ້ທີ 1: ເພດຊາຍ, ອາຍຸ 58 ປີ, ບ້ານໂພນຊຽງ, ເມືອງນໍ້າບາກ, ແຂວງຫລວງພະບາງ ຜູ້ກ່ຽວມີພະຍາດປະຈໍາຕົວ ໄຂ່ຫຼັງຊຸດໂຊມ ແລະ ຄວາມດັນເລືອດສູງ ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19, ວັນທີ 08 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍແຂວງດ້ວຍອາການໄຂ້, ໄອ, ຫາຍໃຈຝຶດ, ນອນພຽງບໍ່ໄດ້ ພ້ອມທັງເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ແລະ ຜົນກວດແມ່ນພົບເຊື້ອ  ໄລຍະເວລານອນປີ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 08-11 ພະຈິກ 2021, ເປັນເວລາ 07 ມື້ ວັນທີ 14 ພະຈິກ 2021 ຜູ້ກ່ຽວມີອາການອິດເມື່ອຍຫລາຍ, ນອນບໍ່ຮູ້ສະຕີ ຈົນມາຮອດເວລາ 18:30 ໂມງຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 2: ເພດຊາຍ, ອາຍຸ 46 ປີ, ອາຊີບ: ກໍາມະກອນ, ບ້ານໂພນສະຫວາດ, ເມືອງສີໂຄດຕະບອງ, ນະຄອນຫລວງ ຜູ້ກ່ຽວ ໄດ້ກັກໂຕ ໃນວັນທີ 22 ສິງຫາ 2021 ເວລາ 19:40 ໂມງ ຂອງວັນທີ 14 ພະຈິກ 2021 ຜູ້ກ່ຽວໄດ້ເສຍຊີວິດ

ຜູ້ທີ 3: ເພດຊາຍ, ອາຍຸ 74 ປີ, ອາຊີບ: ປະຊາຊົນ, ບ້ານໂພນສະຫວັນເໜຶອ, ເມືອງສີສັດຕະນາກ, ນະຄອນຫລວງພະຍາດປະຈໍາຕົວ: ບາດແຜກະເພາະ ແລະ ປະດົງ ຜ່ານມາໄດ້ຮັບການສັກວັກຊີນກັນໂຄວິດ-19 ຄົບ ວັນທີ 05 ພະຈິກ 2021: ຜູ້ກ່ຽວໄປກວດຢູ່ໂຮງໝໍມະໂຫສົດ ຍ້ອນຖ່າຍດໍາ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດແມ່ນພົບເຊື້ອ ມາຮອດເວລາ 16:30 ໂມງ ຂອງວັນທີ 06 ພະຈິກ 2021: ມາໂຮງໝໍເສດຖາທິລາດ ດ້ວຍອາການຖ່າຍດໍາ ແລະຫາຍໃຈຝຶດ ໄລຍະເວລານອນປີ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 06-15 ພະຈິກ 2021, ເປັນເວລາ 09 ມື້ ມາຮອດເວລາ 15:20ໂມງ ຂອງວັນທີ 15 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ

ຜູ້ທີ 4: ເພດຍິງ, ອາຍຸ 29 ປີ, ອາຊີບ ແມ່ເຮືອນ, ບ້ານໂພນສະຫວ່າງ, ເມືອງ ຈັນທະບູລີ, ນະຄອນຫລວງ ຜູ້ກ່ຽວຖືພາ 36 ອາທິດ ວັນທີ 13 ພະຈິກ 2021 ຜູ້ກ່ຽວອິດເມື່ອຍ, ແໜ້ນໜ້າເອິກ, ຫາຍໃຈຍາກ ໂຮງໝໍມິດຕະພາບໄດ້ກວດຊອກຫາເຊື້ອໂຄວິດ-19 ແລະ ຜົນກວດພົບເຊື້ອ ວັນທີ 14 ພະຈິກ 2021 ໄດ້ຜ່າຕັດເກີດລູກ ເປັນເດັກ ເພດຍິງ ແຂງແຮງດີ ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 13-15 ພະຈິກ 2021 ຮອດເວລາ 07:10ໂມງ ຂອງວັນທີ 15 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 5: ເພດຍິງ, ອາຍຸ 63 ປີ, ອາຊີບ: ແມ່ເຮືອນ, ບ້ານນາຊາຍທອງ, ເມືອງນາຊາຍທອງ, ນະຄອນຫລວງ ຜູ້ກ່ຽວເປັນພະຍາດເບົາຫວານ ແລະ ຄວາມດັນເລືອດສູງ ຜ່ານມາບໍ່ໄດ້ສັກຮັບການສັກວັກຊີນກັນໂຄວິດ-19. ວັນທີ 13 ພະຈິກ 2021 ມີອາການອິດເມື່ອຍ, ອ່ອນແຮງແຂນຂາເບື້ອງຂວາ, ໄອ, ກະວົນກະວາຍ ຈຶ່ງໄດ້ກວດຊອກຫາເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ ແລະ ຜົນກວດພົບເຊື້ອ ຈຶ່ງໄດ້ຂົ້ານອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ໄລຍະນອນປິ່ນປົວປົວຢູ່ໂຮງໝໍ ນັບແຕ່ວັນທີ 13-15 ພະຈິກ 2021.

– ມາຮອດເວລາ 07:45 ໂມງຂອງວັນທີ 15 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

ຜູ້ທີ 6: ເພດຍິງ, ອາຍຸ 56 ປີ, ບ້ານໜອງໜ້ຽວ, ເມືອງສີໂຄດຕະບອງ, ນະຄອນຫລວງວງງຈັນ ເຂົ້າໂຮງໝໍໃນວັນທີ 7 ພະຈິກ 2021: ໄດ້ປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກຳນົດໄວ້ ວັນທີ 13 ພະຈິກ 2021 ຮຸ້ສຶກເມື່ອຍ, ແໜ້ນໜ້າເອີກກະທັນຫັນ, ເຫື່ອຊືມ ແລະ ຫມົດສະຕິມາຮອດເວລາ 20:00 ໂມງ ຂອງວັນທີ 15 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ