ເງິນກີບອ່ອນຄ່າ ສູງສຸດໃນປະຫວັດສາດລາວ (All time high) – ສື່ລາວ.ຄອມ
Connect with us

ຂ່າວເສດຖະກິດ

ເງິນກີບອ່ອນຄ່າ ສູງສຸດໃນປະຫວັດສາດລາວ (All time high)

Published

on

ນັບຕັ້ງແຕ່ມີການເປີດປະເທດມາ ທະນາຄານແຫ່ງ ສປປ ລາວ ເລີ່ມມີການກຳໜົດອັດຕາແລກປ່ຽນຢູ່ທີ່ 452,5 ກີບຕໍ່ໂດລາ ຈາກນັ້ນເງິນກີບກໍ່ໄດ້ມີການອ່ອນຄ່າຂື້ນເລື່ອຍໆ ໂດຍເຄີຍອ່ອນຄ່າສູງສຸດໃນປະຫວັດຄືໃນວັນທີ່ 18/04/2005 ຢູ່ທີ່ 10,510 ກີບ/ໂດລາ ຈາກນັ້ນເງິນກີບກໍ່ເລິ່ມມີການແຂງຄ່າຂື້ນ ແຕ່ກໍ່ເລີ່ມອ່ອນຄ່າອີກຄັ້ງໃນປີ 2017 ເປັນຕົ້ນມາ ແລະ ເລີ່ມອ່ອນຄ່າຢ່າງຊັດເຈນແມ່ນຊ່ວງການລະບາດໂຄວິດ-19 ເຊິ່ງປີນີ້ເງິນກີບອ່ອນຄ່າໄປແລ້ວປະມານ 15%

ເຊິ່ງ ກຼາບແອັດໂຊເປັນກຼາບຊື້-ຂາຍອັດຕາແລກປ່ຽນສາກົນ ດັ່ງນັ້ນທະນາຄານກາງກໍ່ຈະນຳອັດຕາແລກປ່ຽນດັ່ງກ່າວ ໄປກຳໜົດເປັນອັດຕາແລກປ່ຽນອ້າງອີງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນຢູ່ນອກ ແນ່ນອນຜົນກະທົບທີ່ເກີດຂື້ນຄື ອັດຕາແລກປ່ຽນຢູ່ນອກກໍ່ຈະສູງຂື້ນຕາມ, ຕົ້ນທຶນນຳສິນຄ້າຈາກຕ່າງປະເທດກໍ່ຈະແພງຂື້ນ, ແລະມີຜົນກະທົບຕໍ່ກຸ່ມທຸລະກິດແລະຄົນບໍລິພົກໃນການໃຊ້ເງິນກີບໃນການຊຳລະສິນຄ້າແລະບໍລິການຕ່າງໆທີ່ເປັນສະກຸນເງິນຕ່າງປະເທດ (ເງິນກີບອ່ອນຄ່ານັ້ນໜາຍເຖິງ ຕ້ອງໃຊ້ເງິນກີບໃນປະລິມານຫຼາຍຂື້ນ)

ທັ້ງນີ້ທັ້ງນັ້ນ ເງິນກີບອ່ອນຄ່າບໍ່ໄດ້ສົ່ງຜົນເສຍສະເໝີໄປ ທຸລະກິດທີ່ໄດ້ຮັບຜົນກະທົບທາງດ້ານບວກ ກໍ່ຈະເປັນກຸ່ມທຸລະກິດສົ່ງອອກ ເພາະຕ່າງປະເທດຈະເບິ່ງວ່າສິນຄ້າບ້ານເຮົາລາຄາຖືກລົງ ເຮັດໃຫ້ມີການສັ່ງຊື້ໃນປະລິມານທີ່ຫຼາຍຂື້ນ

*ep ຕໍ່ໄປ ແອັດຈະມາວິເຄາະສາເຫດເງິນກີບອ່ອນຄ່າສູງສຸດໃນປະຫວັດໄດ້ຢ່າງໃດ ຝາກຕິດຕາມຕອນຕໍ່ໄປ😊

ທີ່ມາ: 10 STORY ເລື່ອງເລົ່າຂອງ 10

Continue Reading

ຂ່າວເສດຖະກິດ

ເກີດເຫດລົດແຊງກັນບໍ່ຫວິດ ສຸດທ້າຍຕົກລົງຂ້າງທາງ

Published

on

ໃນເວລາປະມານ 7:00 ໂມງ ຂອງວັນທີ 4 ພະຈິກ 2022 ເກີດອຸບັດຕິເຫດ ຢູ່ເຂດບ້ານທ່າງ່າມ ເມືອງທ່າແຂກ ແຂວງຄໍາມ່ວນ

ເຊິ່ງໄດ້ມີລົດແຊງກັນແຕ່ບໍ່ຫວິດ ເຮັດໃຫ້ລົດເສຍຫຼັກຕົກລົງຂ້າງທາງໂດຍມີຜູ້ບາດເຈັບຢູ່ຂັບມາໃນລົດຈຳນວນ 2 ຄົນເຊິ່ງຜູ້ກ່ຽວເປັນຄົນທ່າແຂກ ຈະເດີນທາງເພື່ອໄປສົ່ງເຄື່ອງທາງໜອງບົກ ແຂວງຄຳມ່ວນ

ທ່ານໃດຮູ້ຈັກເບີທາງກູ້ໄພເຂດເສັ້ນທາງສາຍນີ້ ສາມາດຄອມເມັ້ນໄວ້ດ່ວນ

Cr: Toy Toy

Continue Reading

ຂ່າວເສດຖະກິດ

ຍັງສູງຂຶ້ນໜ້າ ເດືອນຕຸລາ ເງິນເຟີ້ເພີ່ມຂຶ້ນ 36.7%

Published

on

ໂຕເລກເງິນເຟີ້ ຢູ່ ສປປ ລາວ ຍັງເພີ່ມຂຶ້ນສູງຕໍ່ເນື່ອງ ໂດຍອັດຕາເງິນເຟີ້ລວມ ເດືອນຕຸລາ 2022 ທຽບ ປີຕໍ່ປີຂຶ້ນຕໍ່ເນື່ອງ ຢູ່ໃນລະດັບ 36.7% (ເດືອນກັນຍາ 2022 ແມ່ນ 34.5). ເນື່ອງຈາກການເພີ່ມສູງຂຶ້ນ ທຸກໝວດສິນຄ້າ ເປັນຕົ້ນແມ່ນ: ໝວດສະບຽງອາຫານ.

….

ທີ່ມາ: ສູນສະຖິຕິແຫ່ງຊາດ

Continue Reading

ຂ່າວເສດຖະກິດ

ປະທານສະພາແຫ່ງຊາດ ເຊີນຊວນຊາວຣັດເຊຍ ມາທ່ຽວ ສປປ ລາວ

Published

on

ເນື່ອງໃນວັນສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ ຄົບຮອບ 62 ປີ ປະທານສະພາແຫ່ງຊາດ ໄດ້ເຊີນຊວນນັກທ່ອງທ່ຽວຈາກຣັດເຊຍມາທ່ອງທ່ຽວ ສປປ ລາວ ແລະ ເພື່ອເປັນການສ້າງສາຍພົວພັນ ລາວ-ຣັດເຊຍ ໃຫ້ເພີ່ມຂະຫຍາຍຍິ່ງຂຶ້ນກວ່າເກົ່າ.

ພາຍຫຼັງທີ່ລັດຖະບານລາວໄດ້ເປີດປະເທດ ລາວເຮົາກໍໄດ້ມີການຊຸກຍູ້ສົ່ງເສີມການທ່ອງທ່ຽວສີຂຽວ ເຊິ່ງນັກທ່ອງທ່ຽວສາມາດມາຮັບຊົມສະຖານທີ່ທ່ອງທ່ຽວຕ່າງໆໃນປະເທດລາວໄດ້, ຜ່ານມາລັດຖະບານລາວກໍໄດ້ປັບປຸງແກ້ໄຂການທ່ອງທ່ຽວໃຫ້ດີຂຶ້ນ ໂດຍສະເພາະແຂວງທີ່ເປັນແຫຼ່ງທ່ອງທ່ຽວ.

ນອກຈາກນີ້ ກໍຍັງມີລົດໄຟລາວ-ຈີນ ທີ່ມີຄວາມທັນສະໄໝ ເປັນຄົມມະນາຄົມທີ່ສຳຄັນຂອງລາວອີກດ້ວຍ. ຍັງບໍ່ໝົດພຽງເທົ່ານີ້ ພາກສ່ວນທີ່ກ່ຽວຂ້ອງກໍໄດ້ໂຄສະນາແຫຼ່ງທ່ອງທ່ຽວອັນໂດດເດັ່ນຢູ່ບັນດາແຂວງຂອງລາວ ຜ່ານສື່ອອນລາຍຕ່າງໆ ແລະ ອີກບໍ່ດົນກໍຈະມີນັກທ່ອງທ່ຽວຈາກຣັດເຊຍຫຼາຍຂຶ້ນ.

ຂໍ້ມູນຈາກ: https://cutt.ly/wBGDCYv ແລະ LaoX

Continue Reading
ເດືອນພຶດສະພາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12345
6789101112
13141516171819
20212223242526
2728293031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້