ຂ່າວຕ່າງປະເທດ
Breaking news: ປັງກິ່ງ (Beijing) ສປ ຈີນ ກວດພົບຜູ້ຕິດເຊື້ອ COVID-19 ບໍ່ສະແດງອາການ 45 ຄົນ ຄາດວ່າ ມາຈາກຂຽງປາ ຊາລມອນ

ນະຄອນຫຼວງປັກກິ່ງ ພົບຜູ້ຕິດເຊື້ອ COVID-19 ລາຍທຳອິດ ບໍ່ມີປະຫວັດໄປນອກເມືອງ ແລະ ຕິດຕໍ່ກັບໃຜທີ່ໄປນອກປັກກິ່ງມາກ່ອນ ໃນຮອບ 14 ວັນ ໂດຍກວດພົບໃນວັນທີ 11 ມິຖຸນາ 2020 ຫຼັງຈາກທີ່ປັກກິ່ງ ບໍ່ມີລາຍງານຜູ້ຕິດເຊື້ອພາຍໃນປັກກິ່ງ ເປັນເວລາ 55 ວັນ ແລະ ຫາກໍ່ປະກາດຫຼຸດຜ່ອນມາດຕະການຮັບມືລົງເຫຼືອລະດັບທີ 3 ບໍ່ຮອດ 1 ອາທິດ.

ຕໍ່ມາວັນທີ 12 ມິຖຸນາ ມີລາຍງານມີຜູ້ຕິດເຊື້ອ ແບບມີອາການອີກ 2 ຄົນ ໂດຍເຮັດວຽກບ່ອນດຽວກັນ ໃນເຂດເຟິງໄຖ ທາງຕາເວັນຕົກສ່ຽງໃຕ້ຂອງນະຄອນຫຼວງປັກກິ່ງ.

ວັນທີ 13 ມິຖຸນາ ລາຍງານເພີ່ມເຕີມວ່າມີຜູ້ຕິດເຊື້ອ COVID-19 ແບບມີອາການ ຊຶ່ງພົບໃນວັນທີ 12 ມິຖຸນາ ເພີ່ມອີກ 4 ຄົນ ພົບໃນວັນທີ 12 ລວມທັງໝົດ 6 ຄົນ.

ລວມຕອນນີ້ ປັກກິ່ງ ມີຜູ້ຕິດເຊື້ອແບບມີອາການ 7 ຄົນ ແລະ ທັງໝົດກ່ຽວຂ້ອງກັບຕະຫຼາດຂາຍສົ່ງອາຫານສົດ “ຊິນຟາຕີ້” ໃນເຂດເຟິງໄຖ ເຮັດໃຫ້ທາງການສັ່ງປິດຕະຫຼາດໃນທັນທີໃນເຊົ້າວັນທີ 13 ມິຖຸນາ ແລະ ສຸ່ມໃສ່ກວດ COVID-19 ຂອງຄົນງານທີ່ເຮັດວຽກໃນຕະຫຼາດ ລວມທັງຄົນທີ່ກ່ຽວຂ້ອງ ຈົນພົບຜູ້ທີ່ມີເຊື້ອ COVID-19 ແຕ່ບໍ່ສະແດງອາການ 45 ຄົນ.

ພ້ອມນັ້ນ, ທາງການໄດ້ອອກມາດຕະການໃຫ້ຜູ້ທີ່ເຄີຍໄປ ຫຼື ກ່ຽວຂ້ອງກັບຕະຫຼາດຊິນຟາຕີ້ ຕັ້ງແຕ່ວັນທີ 30 ພຶດສະພາ ເປັນຕົ້ນມາ ກວດຫາ COVID-19 ໂດຍກຽມຄວາມພ້ອມທີມແພດພະຍາບານ ແລະ ອຸປະກອນສຳລັບກວດ ຮອງຮັບການກວດມື້ລະ 9 ໝື່ນຄົນ.

ນອກຈາກນັ້ນ, ທາງການຍັງໄດ້ກວດສອບຫາຂໍ້ເທັດຈິງໃນຕະຫຼາດຊິນຟາຕີ້ ແລະ ພົບວ່າ ເຊື້ອ COVID-19 ມາຈາກຂຽງຄົວປາແຊວມ້ອນ (ເປັນປາແຊວມ້ອນນໍາເຂົ້າຈາກຕ່າງປະເທດ) ເຮັດໃຫ້ຕອນນີ້ຊີ້ນປາແຊວມ້ອນເລີ່ມຖືກປົດອອກຈາກບ່ອນວາງຂາຍ ບໍ່ໃຫ້ຂາຍທັງໃນຕະຫຼາດ ແລະ ຕາມຫ້າງຕ່າງໆ ລວມທັງຮ້ານອາຫານໃນປັກກິ່ງ !!!

ນອກຈາກຕະຫຼາດຂາຍສົ່ງອາຫານສົດ “ຊິນຟາຕີ້” ຕະຫຼາດອື່ນໆກໍ່ຕ້ອງເຝົ້າລະວັງຢ່າງໃກ້ສິດເຊັ່ນ: ຕະຫຼາດ Yuquandong ທີ່ມີຄົນທີ່ເຮັດວຽກໃນຕະຫຼາດແຫ່ງນັ້ນ 1 ຄົນ ກວດພົບເຊື້ອແຕ່ບໍ່ມີອາການ ໂດຍເປັນຜູ້ທີ່ໃກ້ຊິດກັບ 1 ໃນຜູ້ທີ່ໄດ້ຮັບການຢືນຢັນວ່າຕິດເຊື້ອທີ່ຕະຫຼາດຊິນຟາຕີ້ ຊຶ່ງທາງການນະຄອນຫຼວງປັກກິ່ງ ກໍ່ສັ່ງປິດຕະຫຼາດ Yuquandong ແລ້ວເຊັ່ນດຽວກັບຕະຫຼາດຊິນຟາຕີ້
ພ້ອມດຽວກັນນີ້, ແຂວງຫລຽວຫນິງ ເປັນອີກ 1 ພື້ນທີ່ ທີ່ຕ້ອງເຝົ້າລະວັງ ເພາະວ່າມີລາຍງານຜູ້ຕິດເຊື້ອແບບບໍ່ມີອາການ 2 ຄົນ ໂດຍເປັນຜູ້ໃກ້ຊິດ ຫຼື ມີປະວັດພົບປະກັບຜູ້ທີ່ຕິດເຊື້ອໃນປັກກິ່ງ ລ່າສຸດໃນຊ່ວງຄ່ຳຂອງວັນທີ13 ມິຖຸນາ ຜ່ານມາທາງ ສປ ຈີນ ອອກຂ່າວມາວ່າ ມີຊາວປັກກິ່ງທີ່ເດິນທາງໄປເມືອງເສີນຢາງ, ແຂວງຫລຽວຫນິງ ໄດ້ຮັບການຢືນຢັນວ່າ ຕິດເຊື້ອແບບບໍ່ມີອາການ ຊຶ່ງສ້າງຄວາມກັງວົນຕໍ່ຄົນຈີນເພີ່ມຂຶ້ນໄປອີກ ເພາະເບິ່ງຄືວ່າ ການລະບາດ COVID-19 ໃນປະເທດຈີນ ເລີ່ມມີການແຜ່ຈາກປັກກິ່ງ ໄປຍັງພື້ນທີ່ອື່ນ.
Source:Chinanews.com
ຂ່າວຕ່າງປະເທດ
ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ ເປັນເວລາ 11 ມື້

ພົບຊາຍ 3 ຄົນ ຊາວໄນຈີເຣຍ ລັກລອບອອກຈາກປະເທດ ໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ

ພົບກັບຜູ້ຊາຍ 3 ຄົນ ຊາວໄນຈີເຣຍຈາກເມືອງ Lagos. ລັກລອບເຂົ້າປະເທດສະເປນໂດຍການນັ່ງລີ້ຢູ່ໜ້າກຳປັ່ນບັນທຸກນ້ຳມັນ.

ໂດຍທັງ 3 ຄົນ ນັ່ງຢູ່ຈຸດນັ້ນ ເປັນເວລາ 11 ມື້
ຂ່າວຕ່າງປະເທດ
ເບິ່ງເອົາເດີ ແບບຢ່າງ ສາວປະຢັດກິນ ຕຳໝີ ມື້ລະ 18,000 ກີບ ຈົນຊື້ເຮືອນໄດ້ 3 ຫຼັງ

ປະຢັດກິນ ຈົນຊື້ເຮືອນໄດ້ 3 ຫຼັງ ຍິງຊາວຍີ່ປຸ່ນ ໃນໄວ 34 ປີ ກິນພຽງ 200 ເຢນ (18 ພັນກວ່າກີບ) ຕໍ່ວັນ.
ຂ່າວນີ້ຖືເປັນທີ່ສົນໃຈ ເມື່ອສື່ຂອງຍີ່ປຸ່ນ ລາຍງານຊີວິດຍິງສາວຊາວຍີ່ປຸ່ນທ່ານໜຶ່ງ ທີ່ກິນພຽງກິນພຽງ 200 ເຢນ (ປະມາານ 18 ພັນກວ່າກີບ) ຕໍ່ວັນ ປັດຈຸບັນມີເຮືອນ 3 ຫຼັງ ຜ່ານເວລາໄປ 16 ປີ.

ຍິງຜູ້ນີ້ລາວພະຍາຍາມດີ້ນຮົນ ແລະ ປະຢັດອົດອອມກວ່າ 16 ປີ ແລະ ໄດ້ຊື້ເຮື້ອນຫຼັງທີ 3 ໄດ້ເດືອນພະຈິກ ປີ 2019 ເຊິ່ງລາວໄດ້ເລີ່ມວາງແຜນຕັ້ງແຕ່ອາຍຸ 18 ປີ ເມື່ອມີເປົ້າໝາຍທີ່ຈະຊື້ເຮືອນ 3 ຫຼັງ ເມື່ອອາຍຸຮອດ 34 ປີ.

ຕອນອາຍຸ 27 ປີ ລາວໄດ້ຊື້ເຮືອນຫຼັງທຳອິດໃນແຂວງໄຊຕາມະ ດ້ວຍເງິນ 10 ລ້ານເຢນ (ປະມານ 912 ລ້ານກີບ) ແລະ ຊື້ເຮືອນຫຼັງທີ 2 ໃນຄາລາ 18 ລ້ານເຢນ ( 1,6 ຕື້ກວ່າກີບ) ເມື່ອອາຍຸພຽງ 29 ປີ ແລະ ໃນປີ 2019 ລາວ ອາຍຸໄດ້ 34 ປີ ກໍ່ໄດ້ຊື້ເຮືອນຫຼັງທີ 3 ໃນລາຄາ 27 ລ້ານເຢນ (2,4 ຕື້ກວ່າກີບ).
ຈາກການລາຍງານຂອງສື່ຍີ່ປຸ່ນ ເປີດເຜີຍວ່າ: ຍິງຄົນນີ້ ລາວກິນຈະໃຊ້ຈ່າຍບໍ່ເກີນ 200 ເຢນ ( 18.000 ກວ່າກີບ) ຕໍ່ວັນສຳລັບຄ່າອາຫານເພື່ອຄວາມຢູ່ລອດ ດ້ວຍງົບປະມານທີ່ຈຳກັດ ລາວຈະເຮັດອຸດົ້ງ ແລະ ຜັກ ກິນດ້ວຍເງິນພຽງ 50 ເຢັນ (4.560 ກີບ) ສຳລັບສ່ວນປະສົມ, ລາວບອກວ່າ ຖ້າກິນອີ່ມແລ້ວ ຈະກິດຫຍັງກໍ່ບໍ່ຕ່າງກັນ.

ໃນຕອນອາຍຸ 29 ປີ ລາວຕັດຜົມ ແລະ ຂາຍຜົມຂອງຕົນເອງໃນລາຄາ 3.100 ເຢນ (282.720 ກີບ) ປັດຈຸບັນນອກຈາກເຮັດວຽກປະຈຳໃນອຸດສາຫະກຳອະສັງຫາລິມະຊັບແລ້ວ ລາວຍັງມີລາຍໄດ້ຈາກການເກັບຄ່າເຊົ່າຈາກຫ້ອງວ່າງຈາກອະສັງຫາລິມະຊັບຂອງລາວ ແລະ ເປີດຄາເຟ່ແມວ Cafe Yunaagi ຈາກເຮືອນຫຼັງທີ 3 ເຊິ່ງແມວທຸກໂຕທີ່ຢູ່ຄາເຟ່ ເປັນແມວທີ່ຊ່ວຍເຫຼືອຈາກຂ້າງທາງ.
ຂ່າວຕ່າງປະເທດ
ເດືອດ! APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນ.

APEC 2022 ໄທວຸ້ນ ຜູ້ປະທ້ວງປະທະກັບຕຳຫຼວດຄວບຄຸມຝຸງຊົນດຸເດືອດ.

ຜູ້ປະທ້ວງຈຳນວນຫຼາຍໄດ້ລວມຕົວກັນປະທ້ວງຕໍ່ກອງປະຊຸມ APEC ທີ່ຈັດຂຶ້ນທີ່ນະຄອນຫຼວງບາງກອກ ເຊິ່ງມີຜູ້ນຳລະດັບໂລກກຳລັງປະຊຸມກັນ.

ຮູບພາບເດັ່ນຄື ຍາພໍ່ອົງໜຶ່ງໃນນາມຜູ້ປະທ້ວງໄດ້ໂດດຖີບຕຳຫຼວດ ປານໃນໜັງ.

….

ຮູບ: ຣອຍເຕີ
-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป7 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ12 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ