ອັງກິດ ຈະຮັບຮອງຜູ້ສັກວັກຊິນ ຊີໂນແວກ-ຊີໂນຟາມ ເຂົ້າປະເທດ ບໍ່ຕ້ອງກັກໂຕ

ລາຍງານອ້າງ​ຕາມ​ແຫ​ລ່ງຂ່າວ ຊິນ​ຮວາ​ຂອງ ຈີນ, ວັນທີ 11 ພະຈິກ 2021​ ລັດຖະບານອັງກິດ ກຽມ​ຮັບຮອງວັກ​ຊິນ​ປ້ອງ​ກັນພະຍາດ​ໂຄ​ວິດ-19 ທີ່​ໄດ້​ຮັບ ​ການຂຶ້ນ​ທະບຽນໃນ​ບັນຊີການ​ໃຊ້​ງານ ໃນກໍລະນີ​ສຸກ​ເສີນ ຂອງ ​ອົງການອະນາ​ໄມ​ໂລກ (WHO) ໃນ​ເດືອນ​ພະຈິກ​ນີ້ ໂດຍຈະ​ເພີ່ມ ​ວັກ​ຊິນ ​ຂອງ ຊີ​ໂນ​ແວກ ​ແລະ ຊີ​ໂນ​ຟາ​ມ ຈາກ​ຈີນ ລວມ​ເຖິງ​ ວັກ​ຊິນ ​ໂຄ​ວາ​ຊິນ ຂອງ​ ອິນ​ເດຍ ​ເຂົ້າໃນ ​ລາຍ​ງານວັກ​ຊິນທີ່​ໄດ້​ຮັບ​ອະນຸມັດ​ສຳລັບ ນັກ​ເດີນທາງ​ ຂາ​ເຂົ້າ​ປະ​ເທດ.

ການ​ປ່ຽນ​ແປງ​ ຄັ້ງ​ນີ້ ຈະ​ມີ​ຜົນ ​ບັງຄັບ​ໃຊ້​ ນັບແຕ່ ວັນ​ທີ 22 ພະ​ຈິກ ​ເປັນ​ຕົ້ນ​ໄປ, ຊຶ່ງ​ໝາຍ ​ຄວາມ​ວ່າ ນັກ​ເດີນທາງ ທີ່​ໄດ້​ຮັບການສັກວັກ​ຊິນ ປ້ອງ​ກັນພະຍາດໂຄ​ວິດ-19 ດັ່ງກ່າວ ຄົບ 2 ​ໂດ​ສ ຈະ​ພິຈາລະນາ​ ວ່າ ​ໄດ້​ຮັບ​ວັກ​ຊິນ ຄົບ​​ໂດສ​ແລ້ວ ​ໃນ​ອັງກິດ, ກຸ່ມ​ຜູ້​ໂດຍສານ ທີ່​ເດີນທາງມາ​ເຖິງ ອັງກິດ ຫລັງ​ຮັບ​ວັກ​ຊິນ ຄົບ​ໂດ​ສ ​ແລະ ​ໄດ້​ຮັບ​ໃບຢັ້ງຢືນ ການ​ສັກ​ວັກ​ຊິນ ຈາກ 1 ​ໃນ​ປະ​ເທດ ​ແລະ ດິນ​ແດນ ທີ່​ຜ່ານ​ການ​ ຮັບ​ຮອງ ຫລາຍ​ກວ່າ 135 ​ແຫ່ງ ຈະ​ບໍ່​ຈຳ​ເປັນ ​ຕ້ອງ​ກວດ ພະຍາດ ກ່ອນ​ອອກ​ ເດີນທາງ, ກວດ​ພະຍາດ ຫລັງຈາກ ເດີນທາງ​ ມາ​ເຖິງ ຄົບ 8 ວັນ ຫລື ກັກ​ໂຕ ​ເມື່ອ​ເດີນທາງ ​ມາ​ເຖິງ​ອີກ​ຕໍ່​ໄປ.

ສ່ວນ​ຜູ້​ທີ່​ ມີ​ຫລັກ​ຖານ ການ​ສັກ ​ວັກ​ຊິນ ປ້ອງ​ກັນ​ ໂຄ​ວິດ-19 ຈາກ​ປະ​ເທດ ຫລື ດິນ​ແດນ ທີ່​ບໍ່​ໄດ້​ຢູ່​ໃນ ​ລາຍການ ທີ່​ຜ່ານ ການຮັບຮອງ ຫລື ສັກວັກຊິນ ທີ່ບໍ່ໄດ້ ຢູ່ໃນ ລາຍການ ທີ່ໄດ້ຮັບອະນຸມັດ ຈຳ​ເປັນ​ຕ້ອງ​ ປະຕິບັດ ຕາມ​ກົດ​ລະບຽບ ດຽວ​ກັບ​ ຜູ້​ທີ່ ບໍ່​ໄດ້​ຮັບ ວັກ​ຊິນ ຄົບ​ໂດ​ສ. ​ໂດຍ​ວັກ​ຊິນ ​ໂຄ​ວິດ-19 ທີ່​ອັງກິດ ອະນຸມັດ​ໃຊ້ ​ໃນ​ຂະນະ​ນີ້ ​ໄດ້​ແກ່ ​ໄຟ​ເຊີຣ-​ໄບອອນ​ເທດ, ​ແອ​ສຕຣາ​ເຊ​ເນ​ກາ, ​ໂຄ​ວິຊິ​ລ, ​ໂມ​ເດີຣນາ ​ແລະ ຈອນ​ສັນ ​ແອນ​ຈອນ​ສັນ.