ລັກຕັດສາຍໄຟຟ້າແຮງສູງຢູ່ເສັ້ນທາງລົດໄຟລາວ-ຈີນ ແຕ່ຖືກໄຟຟ້າຊ໋ອດ

ທ້າວ ຊຽງທອງສີ ອາຍຸ 27 ປີ ອາຊີບ ກໍາມະກອນ ບ້ານຫົວຊຽງ ເມືອງຊໍາໃຕ້ ແຂວງຫົວພັນ ປັດຈຸບັນພັກເຊົາ ຢູ່ບ້ານໂຄກໃຫຍ່ ເມືອງໄຊທານີ ນວ ຖືກໄຟຟ້າຊ໋ອດອາການສາຫັດ ໃນຂະນະທີ່ຜູ້ກ່ຽວ ພະຍາຍາມ ລັກຕັດເອົາສາຍໄຟຟ້າ ຢູ່ເສັ້ນທາງລົດໄຟລາວ-ຈີນ ເຂດບ້ານໂຄກໃຫຍ່ ເມືອງໄຊທານີ.

ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຈາກພົນລະເມືອງ ວ່າມີຄົນລັກຕັດສາຍໄຟຟ້າແຮງສູງ ແຕ່ຖືກໄຟຟ້າຊ໋ອດອາການສາຫັດ ໃນເວລາ 1:00 ໂມງ ຂອງວັນທີ 4 ພະຈິກ 2021 ຈຶ່ງແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາສະຖານທີ່ເກີດເຫດ ພົບເຫັນຊາຍຄົນໜຶ່ງນອນອາການສາຫັດ ຕົນໂຕດໍາຂຽວ ຍ້ອນຖືກໄຟຟ້າຊ໋ອດ ຈຶ່ງນໍາສົ່ງຜູ້ກ່ຽວໄປປິ່ນປົ່ວ ຢູ່ໂຮງໝໍທ່າງອນ ເມືອງໄຊທານີ.

ຕໍ່ກັບຜູ້ຖືກຫາດັ່ງກ່າວ ພາຍຫຼັງຜູ້ກໍເຫດຫາຍດີແລ້ວ ເຈົ້າໜ້າທີ່ຈະໄດ້ດໍາເນີນຄະດີຕາມລະບຽບກົດໝາຍ.

ຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງ