ຊົມເຊີຍ! ທີມຊາດລາວ​ ເກັບໄຊຊະນະໄດ້ ນັດສຸດທ້າຍຈາກການພົບ ມົງໂກລີ​ ແຕ່ກອດຄໍກັນຕົກຮອບ​

ທີມຊາດລາວ​ ເກັບໄຊຊະນະໄດ້ ນັດສຸດທ້າຍຈາກການພົບ ມົງໂກລີ​ ແຕ່ກອດຄໍກັນຕົກຮອບ​

ການແຂ່ງຂັນບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 23 ປີ 2022 ຮອບຄັດເລືອກ​ ກຸ່ມ​ J​ ວັນ​ອາທິດ​ 31/10/2021

ທີມຊາດລາວ ຢູ23​ ເກັບໄຊຊະນະໄດ້ 3-2 ທີ່ພົບກັບທີມຊາດມົງໂກລີ ຢູ23

ທີມຊາດລາວ ໄດ້ປະຕູຈາກ: ບຸນພະຈັນ ບຸນກອງ ນາທີ 6′ 74′ ແລະ ຈາ​ກ​ການ​ສະ​ກັດ​ບານ​ເຂົ້າ​ປະ​ຕູ​ຕົ​ນ​ເອງ​ຂອງ ນັກ​ກິ​ລາ​ ມົງ​ໂກ​ລີ BAT-ORGIL 46′.

ທີມ​ຊາດ​ມົງ​ໂກ​ລີ ໄດ້​ປະ​ຕູ​ຈາກ: ການ​ສະ​ກັດ​ບານເຂົ້າ​ປະ​ຕູ​ຕົນ​ເອງ​ຂອງ ນັກກິ​ລາ ລາວ ພຸດ​ທະ​ວົງ ສັງ​ວິ​ໄລ 22′ ແລະ OYUNBOLD ນາທີ 23′.

ຜົນດັ່ງກ່າວ ເຮັດໃຫ້ ຢູ 23 ລາວ ລົງແຂ່ງ​ 3​ ນັດ​ ເກັບ 3 ຄະແນນທໍາອິດໄດ້ໃນນັດສຸດທ້າຍ,​ ສ່ວນ ມົງໂກລີ ມີ 1 ຄະແນນເກົ່າ ກອດຄໍກັນຕົກຮອບ.

ຂອບໃຈ​ຂໍ້ມູນຈາກ​ ສະຫະພັນ​ບານເຕະ​ແຫ່ງຊາດ​ລາວ

ຮູບ: AFC U23