ບໍ່ມີມູນຄວາມຈິງ! ເມືອງປາກງື່ມ ຢືນຢັນຂໍ້ກ່າວຫາ ການຍິງປືນໃນຄ່ຳຄືນວັນອອກພັນສາ

ເມືອງປາກງື່ມ ຢືນຢັນຂໍ້ກ່າວຫາ ການຍິງປືນໃນຄ່ຳຄືນວັນອອກພັນສາ ບໍ່ມີມູນຄວາມຈິງ ເຊີ່ງລາຍລະອຽດແມ່ນທ່ານສາມາດຊົມຄລີບຂອງທ່ານເຈົ້າເມືອງເມອງປາກງື່ມ ດັ້ານລຸ່ມ

ວັນທີ 25 ຕຸລາ 2021 ນີ້ ສຳນັກຂ່າວຊ່ອງ 3 ​ຂອງໄທລາຍງານຂ່າວວ່າ

ທ່າວສົມພົບ ຂຳສະຫວັດ ແອັດມິນເພຈ ພິສູດບັ້ງໄຟພະຍານາກ ນຳຫລັກຖານ ເປັນລາຍຊື່ບ້ານ, ພາບຖ່າຍ ແລະ ວີດີໂອທີ່ບັນທຶກການເກີດບັ້ງໄຟພະຍານາກ ມາເປັນຫລັກຖານຍື່ນໃຫ້ເອກກັກຄະລັດຖະທູດລາວ ສືບຫາຄວາມຈິງໃນກໍລະນີການເກີດບັ້ງໄຟພະຍານາກ ເປັນການຍິງລູກປືນສ່ອງແສງ ເພາະເປັນການຫລອກລວງໃຫ້ຄົນໄທແຖວຈັງຫວັດບຶງການ, ໜອງຄາຍ ແລະ ບຸກຄົນອື່ນໆອີກຈຳນວນຫລາຍເຊື່ອວ່າເປັນບັ້ງໄຟພະຍານາກ.

ແອັດມິນເພຈດັ່ງກ່າໃຫ້ຮູ້ວ່າ ທາງເພຈໄດ້ກວດສອບ ແລະ ສັງເກດເລື່ອງນີ້ມາໄດ້ 10 ປີແລ້ວ ຈຶ່ງສາມາດລວບລວມຂໍ້ມູນຫລັກຖານ ພໍທີ່ຈະຍື່ນຮ້ອງໃນຄັ້ງນີ້.

ລາຍຊື່ບ້ານມທີ່ລວບລວມໄດ້ມີດັ່ງນີ້: ໃນເມືອງປາກງື່ມ​ ນະຄອນຫຼວງວຽງຈັນ ມີ​ 4 ບ້ານ​: ບ້ານປາກງື່ມ, ບ້ານໜອງຂຽດ,​ ບ້ານ​ໂດນ​ເໜືອ, ບ້ານນາ​ກຸງ​
ເມືອງທ່າພະບາດ ແຂວງບໍລິຄຳໄຊ ມີ​ 5​ ບ້ານ: ບ້ານຫ້ວຍສະພາຍ,​ ບ້ານ​ຫວາຍ,​ ບ້ານຫົງທອງ,​ ບ້ານຫາດໄຊ,​ ບ້ານປາກຫ້ວຍ ແລະ ເມືອງປາກກະດິງ ມີ 1 ບ້ານ:​ ບ້ານທົ່ງນ້ອຍ

ການຍື່ນຄຳຮ້ອງຄັ້ງນີ້ກໍເພື່ອໃຫ້ທາງການລາວມີການກວດສອບວ່າ ການຍິງດັ່ງກ່າວຖືກກົດໝາຍ ຫລື ບໍ່,​ ມີຄວາມເປັນໄປ-ເປັນມາ​ຄືແນວໃດ,​ ມີການຮ່ວມມືກັບຝັ່ງໄທ ຫລື​ ຝັ່ງໄທໃຫ້ການສະໜັບສະໜູນ ຫລື ບໍ່ ດັ່ງນີ້​ເປັນຕົ້ນ.​

ທາງສະຖານທູດລາວກໍໄດ້ໃຫ້ຜູ້ຮັກສາຄວາມປອດໄພຂອງສະຖານທູດອອກມາຕາງໜ້າຮັບເລື່ອງຮ້ອງຂໍເປັນທີ່ຮຽບຮ້ອຍ​ ສ່ວນການດຳເນີນການແນວໃດນັ້ນກໍຕິດຕາມກັນຕໍ່ໄປ.​

ທີ່ມາ: ໜັງສຶີພັດທະນາລາວ