ອານິດຈາ! ພໍ່ແມ່ຕິດໜີ້ຍ້ອນສົ່ງລູກຮຽນ – ສື່ລາວ.ຄອມ
Connect with us

ທົ່ວໄປ

ອານິດຈາ! ພໍ່ແມ່ຕິດໜີ້ຍ້ອນສົ່ງລູກຮຽນ

Published

on

ຜູ້ຂຽນເກີດ ແລະເຕີບໃຫຍ່ຢູ່ໃກ້ໆກັບຮົ້ວມະຫາວິທະຍາໄລ ຈຶ່ງຮັບຮູ້ບັນຫາກ່ຽວກັບການສຶກສາພໍສົມຄວນ ນັບຕັ້ງແຕ່ລະບົບການຮຽນ, ຊີວິດການເປັນຢູ່, ໝູ່ເພື່ອນນັກສຶກສາ, ຕະຫຼອດຈົນຮອດປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນຮົ້ວໂຮງຮຽນ ແລະໃນຫໍພັກ. ແຕ່ມື້ນີ້ຈະຂໍຢິບຍົກບັນຫາເລື່ອງເສດຖະກິດຄອບຄົວ ຂອງຜູ້ປົກຄອງຈຳນວນໜຶ່ງຕ້ອງພົບພາລະອັນໜັກໜ່ວງໃນການຊອກຫາທຶນຮອນການສຶກສາມາໃຫ້ແກ່ລູກ ດ້ວຍຄວາມເຊື່ອທີ່ວ່າ ລົງທຶນໃສ່ການສຶກສາຄືການລົງທຶນທີ່ຄຸ້ມຄ່າທີ່ສຸດ.

ພາບປະກອບ

ສົ່ງລູກຊາຍຮຽນ ມຊ 5ປີ ໝົດເງິນເກືອບຮ້ອຍລ້ານ ຕ້ອງຂາຍຄຳ, ຂາຍດິນຂາຍນາມາໃສ່ ແຕ່ມັນຍັງບໍ່ເສຍດາຍເທົ່າກັບລູກຊາຍບໍ່ໄດ້ຮັບໃບປະກາດ” ເລື່ອງນີ້ເປັນເລື່ອງຈິງບໍ່ອີງນິຍາຍຂອງປ້າຜູ້ໜຶ່ງທີ່ລ້ຽງລູກຜູ້ດຽວ (ຜົວປະຮ້າງ) ຟັງແລ້ວໜ້າເຫັນໃຈ ເພາະການໃຊ້ຈ່າຍໃນຊີວິດການເປັນນັກສຶກສາຂອງລູກຊາຍນັ້ນຟຸມເຟືອຍ ໄປດ້ວຍເຄື່ອງໃຊ້ອັນທັນສະໄໝ, ການທ່ຽວຫຼິ້ນກິນມົ້ວສຸມອະບາຍະມຸກ ຊ້ຳບໍ່ພໍຍັງເສັງບໍ່ຜ່ານ ຕ້ອງລົງທະບຽນຮຽນເທີມສາມ (ເຊິ່ງຄ່າໃຊ້ຈາຍໃນການລົງທະບຽນແຕ່ລະວິຊານັ້ນສູງພໍສົມຄວນ) ແຕ່ສຸດທ້າຍລູກຊາຍຫົວແກ້ວຫົວແຫວນກໍຮຽນບໍ່ຈົບເພາະຕິດຢາເສບຕິດຕ້ອງນຳໄປດັດສ້າງ.

ພາບປະກອບ

ນີ້ເປັນພຽງກໍລະນີເລັກນ້ອຍທີ່ຜູ້ຂຽນຍົກຂຶ້ນມາເປັນຕົວຢ່າງ ຜູ້ຂຽນຄຸ້ນເຄີຍສະເໝີກັບຄໍາວ່າ “ຂາຍງົວສົ່ງຄວາຍຮຽນ” ແຕ່ກໍບໍ່ໜັກໃຈດອກເພາະຢ່າງໜ້ອຍກໍມີແນວໃຫ້ຂາຍ ແຕ່ບາງຄອບຄົວໃນແຖບຊົນນະບົດບໍ່ແມ່ນມູນມັງສັງຂະຫຍາຫຍັງທັງໝົດ ບາງຄອບຄົວເດືອນໜຶ່ງຍັງບໍ່ຈັບເງິນແສນ ແລ້ວຈະເອົາເງິນທາງໃດມາສົ່ງລູກຮຽ ເຊິ່ງຄ່າໃຊ້ຈ່າຍລວມຄ່າຮຽນ, ຄ່າອຸປະກອນການສຶກສາ, ຄ່າຢູ່ຄ່າກິນ, ຄ່າເຊົ່າຫ້ອງແຖວ ຕົກຢູ່ບໍ່ຕ່ຳກວ່າ 1.000.000ກີບ ຕໍ່ເດືອນ ວິທີທາງດຽວທີ່ພໍ່ແມ່ຈະເຮັດໄດ້ກໍຄືການຢືມເງິນ ຈາກທາງພຸ້ນທາງທາງພີ້ມາສົ່ງໃຫ້ລູກກ່ອນ ກວ່າລູກຈະຮຽນຈົບ 4-5ປີ ພໍ່ແມ່ກໍເປັນໜີ້ຖ້ວມຫົວ ບາງຄົນເອົາດິນນາ, ດິນເຮືອນໄປຄ້ຳປະກັນກໍຍອມແລກໄດ້ເພື່ອອະນາຄົດຂອງລູກ. ແລ້ວບັນດາລູກໆທັງຫຼາຍເຄີຍຄິດເຫັນໃຈຫົວອົກຜູ້ເປັນພໍ່ເປັນແມ່ຫຼືບໍ່?

ພາບປະກອບ

ຂາຍໄກ່ໂຕໜຶ່ງ 50.000ກີບ ຍັງບໍ່ພໍຄ່າເຄື່ອງນຸ່ງຊຸດດຽວ, ຂາຍຜັກບົ້ງ 1ໝື່ນ ຍັງບໍ່ພໍຄ່າເບຍໃຫ້ລູກໄປສັງສັນກັບໝູ່ຄູ່ 1ລັງ, ຂາຍເຂົ້າເປືອກ ສິບກະສອບຍັງບໍ່ພໍຄ່າຮຽນເທີມດຽວ….ລອງພິຈາລະນາໃຫ້ດີໆວ່າພໍ່ແມ່ທຸກຍາກລຳບາກຂະໜາດໃດສົ່ງເສຍລູກແຕ່ລະຄົນໃຫ້ຮຽນຈົນຈົບ ສະນັ້ນ, ມັນຈຶ່ງຈຳເປັນຢ່າງຍິ່ງທີ່ລູກແຕ່ລະຄົນຕ້ອງຄຳນຶງເຖິງຈຸດນີ້ ຈົ່ງໃຊ້ຈ່າຍເງິນທຸກກີບທຸກໃບຢ່າງມັດທະຍັດ, ບໍ່ຫຼິ້ນກິນຟຸມເຟືອຍ   ທີ່ສຳຄັນຄືຕັ້ງໃຂຮຽນໃຫ້ຈົບຢ່າງມີຄຸນນະພາບ….ໃບປະກາດສະນິຍະບັດແຕ່ລະໃບມັນມີລົດຊາດເຄັມ ເພາະໃບປະກາສະນິຍະບັດແຕ່ລະໃບມັນເຄັມ ເຄັມເພາະຖືກເອືອບດ້ວຍນ້ຳເຫື່ອ ແລະນ້ຳຕາຂອງຄົນເປັນພໍ່ແມ່….ຂໍຝາກແດ່ລູກທັງຫຼາຍ ຂອງໃຫ້ນຳເອົາໄປພິຈາລະນາດ້ວຍ.

ຂໍ້ມູນ  ຄັດຈາກວາລະສານມະຫາຊົນ

Continue Reading

ທົ່ວໄປ

ປູຕິນເດືອດ!ຖ້າໂລກບໍ່ມີຣັດ ເຊຍກໍຈະບໍ່ມີ ປະເທດໃດຍູ່ໄດ້ຄືກັນ

Published

on

By

ຣັສເຊຍ ມີຈຳນວນຫົວຮົບນິວເຄຼຍ ຫລາຍກວ່າ ເມກາ ເເລະກຸ່ມປະເທດ NATO ລວມກັນ. ຣັສເຊຍ 6257ລູກ ເມກາ NATO ມີ 6.065ລູກຫາກໂລກນີ້ບໍ່ຕ້ອງການຣັສເຊຍ

ຣັສເຊຍກໍບໍ່ມີເຫດຜົນທີ່ຈະຮັກສາໂລກໜ່ວຍນີ້ເອົາໄວ້.. (ອ້າວ ຊວຍບະກູ)“..ເປັນຫຍັງພວກເຮົາຈິ່ງຍັງຕ້ອງການໂລກອີກ.. ຫາກພວກເຮົາບໍ່ໄດ້ຢູ່ໃນໂລກ.?.”

ດມິທຣີ ກີເຊລຢອຟ ຫົວໜ້າຝ່າຍໂຄສະນາຣັສເຊຍ ກ່າວ ມື້ນີ້..ເຂົາເສີມວ່າ: “..ເຮືອດຳນ້ຳຣັສເຊຍ ສາມາດຍິງນິວເຄຼຍໄດ້ເຖິງ 500 ລູກ ມັນພຽງພໍທີ່ຈະທຳລາຍລ້າງອະເມຣິກາ

ແລະປະເທດນາໂຕໃຫ້ຮາບຄາບໄດ້..ຍັງບໍ່ລວມເຖິງກ ງກຳລັງມິສໄຊລ໌ພາກພື້ນດິນ ອາກາດ ແລະອະວະກາດ ທີ່ປະສົມປະສານກັບເທັກໂນໂລຍີສະໄໝໃໝ່ໄຮເປີຣ໌ໂຊນິກ

ເຊິ່ງພວກນັ້ນຢູ່ລະດັບປາຍແຖວ ບໍ່ມີທາງຈະຮັບມືໄດ້..” ກີເຊລຢອຟ ກ່າວ..“..ບໍ່ມີຣັສເຊຍຄົນໃດຕ້ອງການໃຫ້ມັນເປັນແບບນີ້.. ຢູເຄຣນຄືພີ່ນ້ອງຂອງເຮົາ

ແຕ່ບາງຄັ້ງເຮົາກໍຕ້ອງໄດ້ສັ່ງສອນພີ່ນ້ອງຂອງເຮົາທີ່ມີຄວາມຄິດໂງ່ໆເຂົ້າມາໃນຫົວຂອງມັນ..” ກີເຊລຢອຟ ກ່າວ..

Continue Reading

ທົ່ວໄປ

ພົບແລ້ວ!ຊາຍໜຸ່ມໂດດຂົວ ອາຖັນຍູ່ປາກເຊ ແຂວງຈຳປາສັກ

Published

on

By

ພົບສົບແລ້ວຈາກເຫດການຄົນໂດດຂົວນໍ້າຂອງປາກເຊ ໃນຕອນກາງຄືນຂອງວັນທີ 22 ມີນາ 2023 ທີ່ຜ່ານມາ

ທີ່ຜູ້ເສຍຊີວິດໄດ້ຂຶ້ນນັ່ງງອຍຄານຂົວຂ້າມນໍ້າຂອງປາກເຊ, ເຊິ່ງໄດ້ມີພົນລະເມືອງໄດ້ເຂົ້າໄປລົມນຳ ແລະ ຖາມວ່າມາຫຍັງ ຜູ້ເສຍຊີວິດໄດ້ຕອບວ່າ: ມານັ່ງແນມຫາເອື້ອຍອິນແຕງ.

ຄັນສິເຂົ້າໃກ້ເພິ່ນ ເພິ່ນກະຂູ່ສິໂດດລົງນໍ້າຂອງ ລາວກໍຍອມຄືກັນ ເບິດແນວສິອອຍລະ ບໍ່ຮູ້ສິຊ່ອຍແນວໃດໄດ້ແຕ່ບອກເຈົ້າໜ້າທີ່ມາອອຍຊ່ວຍ,

ສຸດທ້າຍຜູ້ເສຍຊີວິດກໍໄດ້ຕັດສິນໃຈໂດດຂົວ ແລະ ເຈົ້າໜ້າທີ່ກໍໄດ້ພົບສົບຜູ້ເສຍຊີວິດໃນຕອນບ່າຍຂອງມື້ນີ້.

ຄລິບ

Continue Reading

ທົ່ວໄປ

ອາຖັນ! ຕົວຕາຍຕົວແທນ ລ່າສຸດ ມີຄົນມາໂດດຂົວອີກແລ້ວ

Published

on

By

ໃນຄືນວັນທີ 22 ມີນາ 2023 ຕາມເຟສບຸກຂອງນາງ ຫນີງ ນຸງຫນີງເລົ່າຄວາມໃນໃຈ ແລະ ອາໄລອາວອນຊາຍຫນຸ່ມຕາມທີ່ເຫັນໃນພາບວ່າ:“ ກັບມາຫາຂ້ອຍກັບລູກສາເຈົ້າໄປລີ້ຂ້ອຍຢູ່ໃສກະຟ້າວອອກມາເດີ …ຢ່າຈາກກັນໄປແບບນີ້ໃດ…ຮູ້ບໍ່ໃຈຂ້ອຍຊິຂາດແລ້ວ😭😭😭
ຂໍໃຫ້ສິ່ງສັກສິດເອົາຜົວຜູ້ຂ້າກັບມາເດີ🙏🙏🙏.


ຈາກຂໍ້ມູນຜູ້ເຫັນເຫດການຫລາຍຄົນເວົ້າວ່າຜູ້ຊາຍຄົນນີ້ຂີ່ລົດແລ່ນມາຂົວຂ້າມລະຫວ່າງນະຄອນປາກເຊ ແລະ ເມືອງໂພນທອງ ຫລັງຈາກນັ້ນຈອດລົດໄວ້ແລ້ວໂດດລົງນໍ້າຂອງ ເຖິງປັດຈຸບັນຍັງສູນຫາຍ ແລະ ບໍ່ເຫັນຜູ້ກ່ຽວ….ເມຍ ແລະ ພໍ່ແມ່ໄດ້ແຕ່ວິງວອນໃຫ້ກັບມາ.


ປີ 2022 ຜ່ານມີຄົນໂດດແຫ່ງນີ້ 2 ລາຍ.

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
25262728293031

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້