ຄົນທີ່ກ້າໃຫ້ທ່ານຢືມເງິນ ໃນເວລາທີ່ທ່ານລຳບາກ – ສື່ລາວ.ຄອມ
Connect with us

ທົ່ວໄປ

ຄົນທີ່ກ້າໃຫ້ທ່ານຢືມເງິນ ໃນເວລາທີ່ທ່ານລຳບາກ

Published

on

ຕ້ອງຍອມຮັບວ່າໃນໂລກນີ້ສິ່ງໜຶ່ງທີ່ຍາກທີ່ສຸດສຳລັບການຂໍຢືມຄືຢືມເງິນ, ເພາະວ່າໜ້ອຍຄົນທີ່ຈະໃຫ້ຢືມໃນຍາມທີ່ເຮົາລຳບາກຂັດສົນ ຍິ່ງຍຸກນີ້ທີ່ມີພວກຕົ້ມຕຸນຊຶ່ງເປັນທັງຄົນໃກ້ ແລະໄກຕົວ ຍິ່ງເຮັດໃຫ້ຄົນລະແວງສົງໄສບໍ່ຢາກໃຫ້ຢືມຖ້າບໍ່ແມ່ນຄົນທີ່ດີເຫັນໃຈໝູ່ອີຫຼີ ສະນັ້ນເມື່ອເຂົາໃຈດີໃຫ້ຢືມແລ້ວຈົ່ງຢ່າເນລະຄຸນຄົນທີ່ມີນ້ຳໃຈຕໍ່ເຮົາ ຫາກຢືມໄດ້ຕ້ອງຮູບສົ່ງຄືນ.ທ່ານລີກາຊີງ ມະຫາເສດຖີໝາຍເລກ 1 ຂອງຮ່ອງກົງບອກວ່າຄົນທີ່ກ້າໃຫ້ເຮົາຢືມເງິນຄືຜູ້ອຸປະຖຳເຮົາ ຄົນປະເພດນີ້ຫາຍາກສຸດໃນຍຸກປະຈຸບັນ ສະນັ້ນຖ້າຫາກທ່ານພົບບຸກຄົນແບບນີ້ຕ້ອງຮູ້ສຳນຶກບຸນຄຸນໄປຊົ່ວຊີວິດ.

Search ກ່ຽວກັບເຮົາ ຕິດຕໍ່ພວກເຮົາ ...

ຕອນທີ່ເຮົາລຳບາກແລ້ວຂໍຮ້ອງມີຄົນຍື່ນມືມາຊ່ວຍໄວ້ມັນບໍ່ແມ່ນວ່າເຂົາມີເງິນເຫຼືອໃຊ້ເຫຼືອຈ່າຍ ແຕ່ເປັນເພາະເຂົາມີນ້ຳໃຈຢາກຊ່ວຍໃຫ້ເຮົາຫວິດທຸກຫວິດຍາກຈາກຈຸດນັ້ນທີ່ກຳລັງລຳບາກ.ເປັນເພາະບຸກຄົນໆນັ້ນເຊື່ອໃນສັກກະຍະພາບຂອງເຮົາ ຢາກໃຫ້ເຮົາຫຼຸດພົ້ນຈາກຄວາມລຳບາກໃນຕອນນັ້ນ ດ້ວຍເຫດນີ້ຈິ່ງບໍ່ຄວນຢຽບຢ່ຳນ້ຳໃຈທີ່ເຂົາໃຫ້ມາເພາະຄວາມບໍ່ມີສັດຈະຂອງເຮົາເອງ, ການຢຽບຢ່ຳນ້ຳໃຈໝູ່ຄືການລົ້ມລະລາຍທີ່ສາຫັດສຸດໃນຊີວິດຄົນເຮົາ ຖ້າຢາກໃຫ້ຄວາມສຳພັນຍືນຍົງຕ້ອງລະວັງການຢືມເງິນທີ່ບໍ່ມີຄວາມຮັບຜິດຊອບ.ເພິ່ນວ່າມິດສະຫາຍທີ່ຈິງໃຈຄືຊັບສົມບັດທີ່ປະເສີດສຸດໃນຊີວິດ ໃນຂະນະດຽວກັນໃຫ້ໄທເຮົາເຈົ້າຂ້ອຍນຶກສະເໝີວ່າຄົນທີ່ມັກຈ່າຍເງິນກ່ອນບໍ່ແມ່ນເຂົາອວດວ່າມີເງິນຫຼາຍ ແຕ່ເປັນຍ້ອນເຂົາເຫັນມິດຕະພາບສຳຄັນກວ່າລາຄາອາຫານ.

ຄົນທີ່ຍອມຍົກຜົນປະໂຫຍດໃຫ້ເຈົ້າຫຼາຍກວ່າໃນຕອນຮ່ວມຮຸ້ນຢ່າຕີລາຄາວ່າເຂົາໂງ່ ແຕ່ເພາະເຂົາຢາກຮັບຜິດຊອບໃນໜ້າທີ່ ແລະເຂົາຮັກອົງກອນ. ເຊັ່ນດຽວກັນຄົນທີ່ຍອມຂໍໂທດກ່ອນເວລາຜິດກັນກໍ່ບໍ່ໄດ້ໝາຍຄວາມວ່າຄົນຜູ້ນີ້ຈະເປັນຄົນຜິດ ແຕ່ຍ້ອນເຂົາແຄຄວາມຮູ້ສຶກຂອງເຮົາຫຼາຍກວ່າ.ຄົນທີ່ຍອມໃຫ້ການຊ່ວຍເຫຼືອເຮົາບໍ່ວ່າຈະເປັນເລື່ອງໃດກໍ່ຕາມ ຄົນຈຳນວນນີ້ບໍ່ແມ່ນວ່າເຂົາເປັນໜີ້ບຸນຄົນເຮົາ ຫາກແມ່ນເຂົາເຫັນເຮົາເປັນເພື່ອນແທ້, ຄົນອື່ນຊ່ວຍເຫຼືອເຮົານັ້ນເປັນນ້ຳໃຈ

ສ່ວນຜູ້ບໍ່ຍອມຊ່ວຍກໍ່ເປັນເລື່ອງຂອງເຂົາ.ຢ່າງໃດກໍ່ດີໃນສັງຄົມມະນຸດບາງຄົນໄປຂໍຢືມເງິນໝູ່ບໍ່ໃຫ້ກັບຄຽດແຄ້ນຝັງໃຈ ທັ້ງທີ່ໂຕເອງບໍ່ມີສິດຈະຄຽດໃຜໄດ້ ເພາະນັ້ນເປັນນ້ຳໃຈຂອງເຂົາຖ້າໃຫ້ກໍ່ໝາຍເຖິງເຂົາຢາກຊ່ວຍ ກົງກັນຂ້າມບາງຄົນເວລາຢາກຢືມກໍ່ເວົ້ານົວຫົວມ່ວນເມື່ອຢືມໄດ້ແລ້ວພັດບໍ່ຍອມສົ່ງຄືນ ຫຼື ຈະສົ່ງກໍ່ເຮັດຫຍຸ້ງຍາກຖ້າໝູ່ທວງຫຼາຍເທື່ອຫຼາຍທີ ແຖມເຮັດກິລິຍາບໍ່ຄັກໃຈປານໃດກັບກາຍເປັນວ່າຜູ້ໃຫ້ຢືມເງິນເປັນຄົນຜິດ ຄົນປະເພດນີ້ວັນໜຶ່ງຈະໝົດຄ່າໃນສາຍຕາຂອງຜູ້ຄົນ ເພື່ອນມິດສະຫາຍບໍ່ມີໃຜຢາກຄົບ ເພາະການຄົບກັນຈະໃຫ້ຍາວນານຕ້ອງອາໄສສັດຈະ ແລະຄວາມຈິງໃຈ.

ເພື່ອຮັກສາມິດຕະພາບລະຫວ່າງເພື່ອນມະນຸດດ້ວຍການຂໍຢືມເງິນຄວນມີຈັນຍາບັນໃນຕົວເອງ ຕ້ອງຮູ້ວ່າຢືມແລ້ວສາມາດໃຊ້ຄືນພາຍໃນກຳນົດທີ່ແນ່ນອນ, ມີແຫຼ່ງທີ່ມາຂອງເງິນກ່ອນອອກຕົວຂໍຢືມເພາະຄົນອື່ນທີ່ເປັນເຈົ້າຂອງເງິນກໍ່ຕ້ອງມີຄວາມຈຳເປັນໃຊ້ເງິນເຊັ່ນດຽວກັນ ຫາກວ່າຄິດຫຍັງບໍ່ໄດ້ໃຫ້ທ່ອງຄຳເຫຼົ່ານີ້ເອົາໄວ້– ຢືມແລ້ວບໍ່ຮູ້ຈະຄືນເມື່ອໃດ ຢ່າຢືມ
– ຢືມແລ້ວຈະບໍ່ມີປັນຍາຄືນ ຢ່າຢືມ
– ເວລາຈະຢືມເວົ້າໄດ້ ເວລາຕ້ອງສົ່ງຄືນປາກກືກ ຢ່າຢືມ
– ຢືມແລ້ວຄືນບໍ່ຄົບຢ່າຢືມຈະເປັນໝູ່ເປັນຄູ່ເປັນຫຍັງກໍ່ຢ່າສ່ວນໃຫ້ຄືໃຫ້, ສ່ວນຂໍຄືຂໍ. ສ່ວນຢືມຕ້ອງສົ່ງຄືນຈິ່ງບໍ່ເສຍມິດຕະພາບ ໝູ່ຈິ່ງກ້າໄວ້ໃຈໃນວັນຂ້າງໜ້າ ດ້ວຍຄວາມປາຖະໜາດີຈາກແອັດມິນດ້ວງ.

Continue Reading

ທົ່ວໄປ

ປູຕິນເດືອດ!ຖ້າໂລກບໍ່ມີຣັດ ເຊຍກໍຈະບໍ່ມີ ປະເທດໃດຍູ່ໄດ້ຄືກັນ

Published

on

By

ຣັສເຊຍ ມີຈຳນວນຫົວຮົບນິວເຄຼຍ ຫລາຍກວ່າ ເມກາ ເເລະກຸ່ມປະເທດ NATO ລວມກັນ. ຣັສເຊຍ 6257ລູກ ເມກາ NATO ມີ 6.065ລູກຫາກໂລກນີ້ບໍ່ຕ້ອງການຣັສເຊຍ

ຣັສເຊຍກໍບໍ່ມີເຫດຜົນທີ່ຈະຮັກສາໂລກໜ່ວຍນີ້ເອົາໄວ້.. (ອ້າວ ຊວຍບະກູ)“..ເປັນຫຍັງພວກເຮົາຈິ່ງຍັງຕ້ອງການໂລກອີກ.. ຫາກພວກເຮົາບໍ່ໄດ້ຢູ່ໃນໂລກ.?.”

ດມິທຣີ ກີເຊລຢອຟ ຫົວໜ້າຝ່າຍໂຄສະນາຣັສເຊຍ ກ່າວ ມື້ນີ້..ເຂົາເສີມວ່າ: “..ເຮືອດຳນ້ຳຣັສເຊຍ ສາມາດຍິງນິວເຄຼຍໄດ້ເຖິງ 500 ລູກ ມັນພຽງພໍທີ່ຈະທຳລາຍລ້າງອະເມຣິກາ

ແລະປະເທດນາໂຕໃຫ້ຮາບຄາບໄດ້..ຍັງບໍ່ລວມເຖິງກ ງກຳລັງມິສໄຊລ໌ພາກພື້ນດິນ ອາກາດ ແລະອະວະກາດ ທີ່ປະສົມປະສານກັບເທັກໂນໂລຍີສະໄໝໃໝ່ໄຮເປີຣ໌ໂຊນິກ

ເຊິ່ງພວກນັ້ນຢູ່ລະດັບປາຍແຖວ ບໍ່ມີທາງຈະຮັບມືໄດ້..” ກີເຊລຢອຟ ກ່າວ..“..ບໍ່ມີຣັສເຊຍຄົນໃດຕ້ອງການໃຫ້ມັນເປັນແບບນີ້.. ຢູເຄຣນຄືພີ່ນ້ອງຂອງເຮົາ

ແຕ່ບາງຄັ້ງເຮົາກໍຕ້ອງໄດ້ສັ່ງສອນພີ່ນ້ອງຂອງເຮົາທີ່ມີຄວາມຄິດໂງ່ໆເຂົ້າມາໃນຫົວຂອງມັນ..” ກີເຊລຢອຟ ກ່າວ..

Continue Reading

ທົ່ວໄປ

ພົບແລ້ວ!ຊາຍໜຸ່ມໂດດຂົວ ອາຖັນຍູ່ປາກເຊ ແຂວງຈຳປາສັກ

Published

on

By

ພົບສົບແລ້ວຈາກເຫດການຄົນໂດດຂົວນໍ້າຂອງປາກເຊ ໃນຕອນກາງຄືນຂອງວັນທີ 22 ມີນາ 2023 ທີ່ຜ່ານມາ

ທີ່ຜູ້ເສຍຊີວິດໄດ້ຂຶ້ນນັ່ງງອຍຄານຂົວຂ້າມນໍ້າຂອງປາກເຊ, ເຊິ່ງໄດ້ມີພົນລະເມືອງໄດ້ເຂົ້າໄປລົມນຳ ແລະ ຖາມວ່າມາຫຍັງ ຜູ້ເສຍຊີວິດໄດ້ຕອບວ່າ: ມານັ່ງແນມຫາເອື້ອຍອິນແຕງ.

ຄັນສິເຂົ້າໃກ້ເພິ່ນ ເພິ່ນກະຂູ່ສິໂດດລົງນໍ້າຂອງ ລາວກໍຍອມຄືກັນ ເບິດແນວສິອອຍລະ ບໍ່ຮູ້ສິຊ່ອຍແນວໃດໄດ້ແຕ່ບອກເຈົ້າໜ້າທີ່ມາອອຍຊ່ວຍ,

ສຸດທ້າຍຜູ້ເສຍຊີວິດກໍໄດ້ຕັດສິນໃຈໂດດຂົວ ແລະ ເຈົ້າໜ້າທີ່ກໍໄດ້ພົບສົບຜູ້ເສຍຊີວິດໃນຕອນບ່າຍຂອງມື້ນີ້.

ຄລິບ

Continue Reading

ທົ່ວໄປ

ອາຖັນ! ຕົວຕາຍຕົວແທນ ລ່າສຸດ ມີຄົນມາໂດດຂົວອີກແລ້ວ

Published

on

By

ໃນຄືນວັນທີ 22 ມີນາ 2023 ຕາມເຟສບຸກຂອງນາງ ຫນີງ ນຸງຫນີງເລົ່າຄວາມໃນໃຈ ແລະ ອາໄລອາວອນຊາຍຫນຸ່ມຕາມທີ່ເຫັນໃນພາບວ່າ:“ ກັບມາຫາຂ້ອຍກັບລູກສາເຈົ້າໄປລີ້ຂ້ອຍຢູ່ໃສກະຟ້າວອອກມາເດີ …ຢ່າຈາກກັນໄປແບບນີ້ໃດ…ຮູ້ບໍ່ໃຈຂ້ອຍຊິຂາດແລ້ວ😭😭😭
ຂໍໃຫ້ສິ່ງສັກສິດເອົາຜົວຜູ້ຂ້າກັບມາເດີ🙏🙏🙏.


ຈາກຂໍ້ມູນຜູ້ເຫັນເຫດການຫລາຍຄົນເວົ້າວ່າຜູ້ຊາຍຄົນນີ້ຂີ່ລົດແລ່ນມາຂົວຂ້າມລະຫວ່າງນະຄອນປາກເຊ ແລະ ເມືອງໂພນທອງ ຫລັງຈາກນັ້ນຈອດລົດໄວ້ແລ້ວໂດດລົງນໍ້າຂອງ ເຖິງປັດຈຸບັນຍັງສູນຫາຍ ແລະ ບໍ່ເຫັນຜູ້ກ່ຽວ….ເມຍ ແລະ ພໍ່ແມ່ໄດ້ແຕ່ວິງວອນໃຫ້ກັບມາ.


ປີ 2022 ຜ່ານມີຄົນໂດດແຫ່ງນີ້ 2 ລາຍ.

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
25262728293031

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້