ຫ້າມຂາຍເບຍຖ້າຮ້ານໃດລະເມີດຈະຖືກປະຕິບັດຕາມລະບຽບ

“ຫ້າມຂາຍເບຍຖ້າຮ້ານໃດລະເມີດຈະຖືກປະຕິບັດຕາມລະບຽບກົດໝາຍ”

ເພື່ອປະຕິບັດຕາມຄໍາສັ່ງຂອງຄະນະສະເພາະກິດ ເມືອງປາກທາ ແຂວງບໍ່ແກ້ວ ເລກທີ່ 700/ສພກ,ບກ, ລົງວັນທີ 25 ຕຸລາ 2021 ວ່າດ້ວຍການເພີ່ມທະວີ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ພາຍໃນເມືອງປາກທາ,

ເພື່ອເຮັດໃຫ້ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວ ກໍ່ຄືເມືອງປາກທາ ໃຫ້ຫລຸດນ້ອຍຖອຍລົງ ແລະ ປ້ອງກັນການແຜ່ເຊື້ອພະຍາດໄປເປັນວົງກວ້າງ.

ໃນວັນທີ 26 ຕຸລາ 2021ນີ້, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງປາກທາ ແຂວງບໍ່ແກ້ວ ສົມທົບກັບ ປກສ ເມືອງ ໄດ້ລົງກວດກາບັນດາຮ້ານບໍລິການຈຳໜ່າຍເບຍ ພ້ອມທັງເຮັດບົດບັນທຶກ ກັບເຈົ້າຂອງຮ້ານ, ນໍາໂດຍທ່ານ ສູນທອນ ສີຟອງສັກ ຮອງຫົວໜ້າຫ້ອງການ ຖວທ ເມືອງ ແລະ ທີມງານເຈົ້າໜ້າທີ່ ປກສ ແລະ ຜູ້ບໍລິການຈຳໜ່າາຍທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ການລົງກວດກາບັນດາຮ້ານບໍລິການຈຳໜ່າຍເບຍໃນຄັ້ງນີ້, ທາງທີມງານແມ່ນໄດ້ຜ່ານຄໍາສັ່ງ ຂອງຄະນະສະເພາະກິດ ແຂວງບໍ່ແກ້ວ ເລກທີ 201/ສພກ,ບກ, ລົງວັນທີ 25 ຕຸລາ 2021 ວ່າດ້ວຍການເພີ່ມທະວີການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ພາຍໃນເມືອງປາກທາ,

ພ້ອມທັງສ້າງບົດບັນທຶກໄວ້ກັບເຈົ້າຂອງຮ້ານ ຢຸດບໍລິການຂາຍເບຍຊົ່ວຄາວ ຈົນກວ່າຈະມີມາດຕະການຜ່ອນຜັນ, ຖ້າຫາກມີການລະເມີດ ຫຼື ບໍ່ປະຕິບັດຕາມຄຳສັ່ງຂອງຄະນະສະເພາະກິດຄວບຄຸມ ແລະ ປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ຂອງແຂວງ, ເມືອງ ວາງອອກແລ້ວຈະໄດ້ປະຕິບັດຕາມລະບຽບກົດໝາຍ.