ຂ່າວອຸປະຕິເຫດ
ຂໍຄວາມຊ່ວຍເຫຼືອດ່ວນ ຕອນນີ້ຢູ່ໃນຫ້ອງ ICU ຕ້ອງການເລືອດກຸບ O

ເພິ່ນຝາກໂພສຂໍຄວາມຊ່ວຍເຫຼືອ ອ້າຍຂ້ອຍແດ່ຕອນຢູ່ໃນ ຫ້ອງ ICU ຕ້ອງການເລືອດກຸບ O ຜູ້ກ່ຽວແມ່ນເລືອດຕົກໃນເລືອດຄາງໃນສະໝອງ ແລະ ປອດ ຂາຫັກ 3 ທ່ອນຕ້ອງໄດ້ໃຊ້ເລືອດມື້ລະ 3-4ຖົງ ແຕ່ໝໍຍັງບໍ່ບອກວ່າມື້ອື່ນມື້ຮືຕ້ອງໄດ້ໃຊ້ຈັກຖົງ ແລະ ຜູ້ກ່ຽວຍັງຂະໄດ້ຜ່າຕັດອີກ.

ຂໍຄວາມຊ່ວບເຫຼືອແດ່ເພາະໄປຊື້ຢູ່ທະນາຄານເຫຼືອເພີ່ນກະໃຫ້ສູງສຸດໄດ້ແຕ່ຖຸງດຽວຄົນຢູ່ເຮືອນກະເອົາອອກໄດ້ແຕ່ 2 ຄົນ ຂໍ້ຄວາມຊ່ວຍເຫຼືອແດ່

.

.

ບໍລິຈາກທະນາຄານເລືອດທາດດຳໂທຫາເບີເຮົາໄດ້ຕະຫຼອດເລີຍ 02078914564
Lindar Milindar

ຂ່າວອຸປະຕິເຫດ
ສຸດເສົ້າ! ລົດພ່ວງເສຍຫຼັກ ຕົກເຫວລຶກ ບໍ່ຊາບຊະຕາກຳຄົນຂັບ

ເກີດເຫດລົດພ່ວງຕົກເຫວ ຢູ່ໂຄ້ງປາບຊຽນ “ຊຽງມີ ”

ແຂວງໄຊສົມບູນ ໃນວັນທີ 18 ມັງກອນ 2023 ທີ່ຜ່ານມາ

ເຊິ່ງຍັງບໍ່ມີລາຍງານຜູ້ບາດເຈັບເທື່ອ ແຕ່ຈັ່ງໃດກໍຄ່ອຍໄປຄ່ອຍມາແດ່ພີ່ນ້ອງ

…..
ຂ່າວອຸປະຕິເຫດ
ຈິດໃຈ! ເຮັດດ້ວຍຫຍັງ ຖິ້ມເດັກນ້ອຍແລກເກີດ ໄວ້ແຄມທາງ

ໃນວັນທີ 18/01/2023 ເວລາ21:00PM ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີ 081 1625 ວ່າມີທາລົກຖືກຖີ້ມ(ເດັກນ້ອຍແລກເກີດ)ທີ່ບ້ານ ດອນແກ້ວ ເມືອງໄຊ ແຂວງອຸດົມໄຊ.

ເມື່ອໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊໄປເຖິງສະຖານທີ່ເກີດເຫດ ພົບເຫັນທາລົກ 01 ຄົນ ເປັນເພດຊາຍ ແຂງແຮງດີ. (ບໍ່ມີເອກະສານຂໍ້ມູນບົ່ງບອກຕົວຕົນ).

…….
ຕອນນີ້ໄດ້ມີຜູ້ອຸປະຖຳຮັບເດັກນ້ອຍໄປລ້ຽງແລ້ວ
ດັ່ງນັ້ນ: ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊຈຶ່ງໄດ້ນຳສົ່ງໂຮງຫມໍແຂວງອຸດົມໄຊ
ພົບເຫັນອຸບັດຕິເຫດ ຫຼື ເຈັບປ່ວຍສຸກເສີນ

081 1625
081 312391
ບໍລິການຕະຫຼອດ 24ຊົ່ວໂມງ

ທ່ານໃດຢາກຊ່ວຍເຫຼືອໜ່ວຍກູ້ໄພສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ນ້ຳດື່ມ, ເຂົ້າສານ, ອາຫານການກີນ, ນ້ຳມັນລົດ, ອຸປະກອນການແພດ.

ຜ່ານບັນຊີຂອງໜ່ວຍກູ້ໄພສຸກເສີນ ອົງການກາແດງແຂວງອຸດົມໄຊໄດ້ ຫຼື ທີ່ສູນກູ້ໄພ ບ້ານ… ເມືອງໄຊ ເມືອງອຸດົມໄຊ.
ຂ່າວອຸປະຕິເຫດ
ການບິນລາວ ຖະແຫຼງການເພື່ອຄວາມເຂົ້າໃຈທີ່ຖືກຕ້ອງ ກໍລະນີ ເຮືອບິນ Lao airline ຕຳກັບ Air premia

– ໃນວັນທີ 19 ທັນວາ 2022, ຕາມທີ່ສື່ສັງຄົມອອນລາຍໄດ້ລາຍງານວ່າໄດ້ເກີດເຫດເຮືອບິນຕໍາກັນ ລະຫວ່າງສາຍການບິນລາວ(Lao Airlines) ກັບ Air Premia ຢູ່ສະໜາມບິນອິນຊອນ, ສ.ເກົາຫຼີ.

– ຕໍ່ກັບການລາຍງານຂ່າວດັ່ງກ່າວ, ລັດວິສາຫະກິດການບິນລາວຂໍຖືເປັນກຽດແຈ້ງໃຫ້ບັນດາທ່ານຊາບວ່າ: ຄວາມຈິງຂອງເຫດການດັ່ງກ່າວແມ່ນເຮືອບິນຂອງການບິນລາວຖ້ຽວບິນ QV924 ເຊິ່ງຈະເດີນທາງຈາກສະໜາມບິນສາກົນອິນຊອນມາຍັງສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນ ໄດ້ຖືກເກາະເອົາຫາງເສືອ (Vertical Stabilizer) ຈາກເຮືອບິນລໍາອື່ນ(Air Premia) ໃນຂະນະທີ່ພະນັກງານພາກພື້ນດິນຂອງສະໜາມບິນອິນຊອນ ກໍາລັງລາກແກ່ (Pushback) ເຮືອບິນຂອງ Air Premia ຢູ່ເສັ້ນທາງເຄື່ອນຍ້າຍ, ໃນລະຫວ່າງນັ້ນເຮືອບິນຂອງ ການບິນລາວກໍາລັງລໍຖ້າຂັບເຄື່ອນໄປຫາທາງແລ່ນຂຶ້ນ 34R (Runway34R) ຕາມການບັນຊາຂອງຫໍບັງຄັບການບິນ.ເຊິ່ງເຫດການນີ້ບໍ່ໄດ້ມີການບາດເຈັບຂອງຜູ້ໂດຍສານ ຫຼື ພະນັກງານແຕ່ຢ່າງໃດ ນອກຈາກຄວາມເສຍຫາຍຂອງເຮືອບິນ.

ຕໍ່ເຫດການດັ່ງກ່າວ, ລັດວິສາຫະກິດການບິນລາວ ໄດ້ດໍາເນີນການດັ່ງນີ້:
1. ລັດວິສາຫະກິດການບິນລາວ ໄດ້ຮັບຜິດຊອບຕໍ່ຜູ້ໂດຍສານ ໂດຍໄດ້ຈັດຫາສະຖານທີ່ພັກ (ໂຮງແຮມ), ອາຫານ ແລະ ຈັດເຮືອບິນຖ້ຽວພິເສດ ໃນເວລາ 16:00 ຂອງວັນທີ 19 ທັນວາ 2022 ເພື່ອບິນໄປຮັບເອົາຜູ້ໂດຍສານມານະຄອນຫຼວງວຽງຈັນ;
2. ລັດວິສາຫະກິດການບິນລາວ ໄດ້ແຕ່ງຕັ້ງຄະນະສະເພາະກິດຂຶ້ນ ເພື່ອຮັບຜິດຊອບທາງດ້ານເຕັກນິກ ແລະ ປະກັນໄພ ໂດຍປະຕິບັດຕາມລະບຽບຕາມຂໍ້ກໍານົດຂອງ ກົມການບິນພົນລະເຮືອນ ແຫ່ງ ສປປ ລາວ ແລະ ຂໍ້ກໍານົດຂອງອົງການໆບິນພົນລະເຮືອນລະຫວ່າງປະເທດ (ICAO).
3. ພ້ອມດຽວກັນນີ້, ລັດວິສາຫະກິດການບິນລາວ ໄດ້ປະສານງານກັບ ບໍລິສັດປະກັນໄພ ເພື່ອໃຫ້ຮັບຜິດຊອບຕາມພັນທະສັນຍາຂອງເຂົາເຈົ້າ.

-
ຂ່າວອຸປະຕິເຫດ12 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ11 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป7 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย10 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ9 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ11 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ