ຫ້າມຈໍາໜ່າຍຢາພື້ນເມືອງຈີນ Lianhua Qingwen Capsule ຖ້າພົບເຫັນຈະຖືກປະຕິບັດຕາມລະບຽບການ

ຫ້າມຈໍາໜ່າຍ ຢ າ ພື້ ນ ເ ມື ອ ງ ຈີນ Lianhua Qingwen Capsule ຖ້າພົບເຫັນຈະຖືກປະຕິບັດຕາມລະບຽບການ

ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ​ ອອກແຈ້ງການ​ ໃນວັນທີ​ 19​ ຕຸລາ​ 2021​ ນີ້​ ເລື່ອງການຕິດຕາມສະພາບການນຳເຂົ້າ, ຈໍລະຈອນຈໍາໜ່າຍ ຢາພື້ນເມືອງ ຈີນ Lianhua Qingwen Capsule ທີ່ບໍ່ໄດ້ຮັບອະນຸຍາດ ການນໍາເຂົ້າ ແລະ ຈໍາໜ່າຍ ຈາກ ກົມອາຫານ ແລະ ຢາ.​ເນື່ອງຈາກວ່າ ຢາພື້ນເມືອງຈີນ Lianhua Qingwen Capsule ຖືເລກທະບຽນ 06 TI 0261/20 ໂດຍບໍລິສັດ ໂພຄໍາການຢາ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ມີທີ່ຕັ້ງຢູ່ນະຄອນຫຼວງວຽງຈັນ ທີ່ເປັນເຈົ້າຂອງ

ຜະລິດຕະພັນ ແລະ ໄດ້ຮັບອະນຸຍາດການຂຶ້ນທະບຽນຢາພື້ນເມືອງດັ່ງກ່າວ ຈາກກົມອາຫານ ແລະ ຢາ, ແຕ່ໃນທີ່ຜ່ານມາ ບໍລິສັດດັ່ງກ່າວ ບໍ່ທັນໄດ້ມີການເຄື່ອນໄຫວການນໍາເຂົ້າ ແລະ ຈໍລະຈອນຈໍາໜ່າຍເທື່ອ ເນື່ອງຈາກຄວາມພ້ອມທາງດ້ານການເຮັດການຕະຫຼາດຂອງບໍລິສັດ.ແຕ່ເມື່ອອີງໃສ່ສະພາບຂອງສັງຄົມເຫັນວ່າ ຢາດັ່ງກ່າວມີການນໍາເຂົ້າ, ການໂຄສະນາຜ່ານສື່ຕ່າງໆ ແລະ ການຈໍາໜ່າຍ ຢາພື້ນເມືອງຈີນ Lianhua Qingwen Capsule ບໍ່ຖືກກົດໝາຍ, ທີ່ບໍ່ໄດ້ຮັບອະນຸຍາດຈາກ ກົມອາຫານ ແລະ ຢາ

ຖືວ່າ ຜິດຕໍ່ລະບຽບກົດໝາຍຢາ ແລະ ຜະລິດຕະພັນການແພດ, ຈຸດປະສົງກໍ່ເພື່ອປົກປ້ອງຜູ້ບໍລິໂພກ ທີ່ມີຄວາມສ່ຽງຕໍ່ການໄດ້ຮັບຢາປອມ, ຢາຕົກມາດຕະຖານ ຈາກແຫຼ່ງນໍາເຂົ້າທີ່ບໍ່ຖືກຕ້ອງ.

ສະນັ້ນ, ຈຶ່ງແຈ້ງມາຍັງທ່ານຫົວໜ້າພະແນກສາທາລະນະສຸກແຂວງ, ນະຄອນຫຼວງ ຊີ້ນຳຂະແໜງອາຫານ ແລະ ຢາແຂວງ, ນະຄອນຫຼວງ ທີ່ຢູ່ພາຍໃນຄວາມຮັບຜິດຊອບຂອງທ່ານ ໂດຍສົມທົບກັບເຈົ້າໜ້າທີ່ຈາກພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມສະພາບຢູ່ ຕາມທ້ອງຕະຫຼາດ, ຮ້ານຂາຍຢາທົ່ວໄປ ແລະ ໃນແຫຼ່ງຈໍລະຈອນຕາມລະບົບ online, ກໍລະນີທີ່ພົບ ແມ່ນໃຫ້ປະຕິບັດມາດຕະການຕາມລະບຽບການ ແລະ ສັງລວມລາຍງານຜົນການຈັດຕັ້ງປະຕິບັດມາຍັງ ກົມອາຫານ ແລະ ຢາ ຕາມທາງຄວນດວ້ຍ.