ຂ່າວດີ ຜົນທົດລອງຊີ້ ວັກແຊັງ ວັລເນວາ ເກີດພູມຄຸ້ມກັນສູງເຖິງ 95%

ສຳນັກຂ່າວ BBC News ລາຍງານໃນວັນທີ 19 ຕຸລາ 2021 ວ່າ ບໍລິສັດວັລເນວາ ເຊິ່ງເປັນຜູ້ຜະລິດຢາລາຍໃຫຍ່ຈຂອງຝຣັ່ງ ໄດ້ເປີດເຜີຍຜົນການທົດລອງໄລຍະທີ 3 ເຊິ່ງເປັນໄລຍະສຸດທ້າຍຂອງການທົດລອງວັກແຊັງປ້ອງກັນໂຄວິດຍີ່ຫໍ້ “ວັລເນວາ” ໂດຍພົບວ່າ

ສາມາດກໍ່ໃຫ້ເກີດພູມຄຸ້ມກັນສູງ ແລະ ເມື່ອທົດລອງປຽບທຽບກັບວັກແຊັງປ້ອງກັນໂຄວິດ-19 ຂອງ ບໍລິສັດແອັສຕຣາເຊເນກ້າ ພົບວ່າ ສັດສ່ວນການເກີດສານແອນຕີບໍດີມີປະສິດທິພາບສູງ ແລະ ການຢັບຢັ້ງເຊື້ອໂຄວິດ-19 ຂອງວັລເນວາ ສູງກວ່າ ແອັສຕຣາເຊເນກ້າ.

ວັກ​ແຊັງ ວັ​ລ​ເນ​ວາ ເປັນ​ປະ​ເພດ​ວັກ​ແຊັງ​​ເຊື້ອ​ຕາຍ ເຊິ່ງ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ແບບ​ດຽວ​ກັນ​ກັບ​ການ​ພັດ​ທະ​ນາ​ວັກ​ແຊັງ​ປ້ອງ​ກັນ​ໄຂ້​ຫວັດ​ໃຫຍ່ ແລະ ໂປລີ​ໂອ.

ບໍ​ລິ​ສັດ​ວັ​ລ​ເນ​ວາ ຖະ​ແຫຼງວ່າ: ວັກ​ແຊັງ​ຂອງ​ບໍ​ລິ​ສັດ​ກໍ່​ໃຫ້​ເກີດ​ພູມ​ຄຸ້ມ​ກັນ​ສູງ​ເຖິງ 95% ພ້ອມ​ລະ​ບຸ​ວ່າ ກຸ່ມ​ຕົວ​ຢ່າງ​ທີ່​ໄດ້​ຮັບ​ວັກ​ແຊັງ​ໃນ​ໄລ​ຍະ​ການ​ທົດ​ລອງ​ໄລ​ຍະ​ສຸດ​ທ້າຍ​ບໍ່​ມີ​ໃຜ​ທີ່​ເກີດ​ຜົນ​ຂ້າງ​ຄຽງ​ທີ່​ຮຸນ​ແຮງ ເຖິງວ່າ ເຊື້ອ​ເດວ​ຕ້າ​ກຳ​ລັງ​ແຜ່​ລະ​ບາດ​ຢູ່​ໃນ​ຂະ​ນະ​ນີ້​ກໍ​ຕາມ.

ສາດສະດາຈານ ອະດັມ ຟີນ ຈາກມະຫາວິທະຍາໄລບຣິສຕອລ ເຊິ່ງເຮັດໜ້າທີ່ເປັນຜູ້ວິໄຈຫຼັກໃນການທົດລອງຄັ້ງນີ້ ກ່າວວ່າ: ຜົນການທົດລອງ ປາກົດວ່າ ໄດ້ຮັບຜົນດີເປັນຢ່າງຍິ່ງ ເພາະວັກແຊັງດັ່ງກ່າວນີ້ ໜ້າຈະເອົາຊະນະການລະບາດໃຫຍ່ຄັ້ງນີ້ໄດ້. ທັງນີ້ ບໍລິສັດວັລເນວາ ໄດ້ຍື່ນເລື່ອງທັງໝົດເພື່ອຂໍອະນຸມັດນຳໃຊ້ສຸກເສີນກັບສຳນັກງານຢາ ແຫ່ງເອີຣົບແລ້ວ.