ແຂວງຫຼວງພະບາງ ເສຍຊີວິດເພີ່ມ ອີກ 1 ຄົນ ຍ້ອນໂຄວິດ-19

ມື້ນີ້ ສປປລາວ ເສຍຊີວິດ ແມ່ນມີ 2 ຄົນ . ໃນນັ້ນ ແຂວງຫຼວງພະບາງ ເສຍຊີວິດເພີ່ມ ອີກ 1 ຄົນ ຍ້ອນໂຄວິດ.

ເສຍຊີວິດໃໝ່ 1 ຄົນ, ລວມຜູ້ເສຍຊີວິດສະສົມມາເຖີງປັດຈຸບັນມີ 2 ຄົນ, ສຳລັບ ຜູ້ເສຍຊີວິດໃໝ່ແມ່ນ ເພດຍີງ, ອາຍຸ 51 ປີ, ສັນຊາດລາວ, ອາຊີບແມ່ເຮືອນ, ຢູ່ບ້ານໂພນໄຊ ຫຼື ບ້ານປາກມູດ, ນະຄອນ ຫຼວງພະບາງ

ພາຍຫຼັງກວດພົບວ່າຕິດເຊື້ອພະຍາດໂຄວິດ-19 ໄດ້ເຂົ້າປີ່ນປົວຢູ່ໂຮງໝໍແຂວງ ໃນວັນທີ 12 ຕຸລາ 2021 ແລະເສຍຊີວິດໃນວັນທີ 18 ຕຸລາ 2021 ປະຫວັດຜ່ານມາຄົນເຈັບມີພະຍາດປະຈໍາຕົວເປັນເບົາຫວານ ແລະໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍ.

ນອກນັ້ນ, ດຣ ທອງພຸດ ສຸກກະເສີມ ອຳນວຍການໂຮງໝໍ ແຂວງຫລວງພະບາງ ໄດ້ຕາງໜ້າ ຄະນະສະເພາະກິດເພື່ອ ປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ຖະແຫຼງຂ່າວປະຈໍາວັນທີ 19 ຕຸລາ 2021 ນີ້ ກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນແຂວງຫຼວງພະບາງ ທ່ານກ່າວວ່າ:

ຄັ້ງວັນທີ 18 ຕຸລາ 2021 ແຂວງຫຼວງພະບາກວດພົບຜູ້ຕິດເຊື້ອໃໝ່ 72 ກໍລະນິ, ໃນນີ້ ນະຄອນຫຼວງ ພະບາງ 41 ກໍລະນີ, ເມືອງປາກອູ 22 ກໍລະນີ, ເມືອງ ວຽງຄຳ 2 ກໍລະນີ, ເມືອງງອຍ 5 ກໍລະນີ ແລະເມືອງນ້ຳບາກ 2 ກໍລະນີ, ເຮັດໃຫ້ຈຳນວນ ຜູ້ຕິດເຊື້ອສະສົມມີທັງໝົດ 1,945 ຄົນ, ປີ່ນປົວຫາຍດີ 347 ກໍລະນີ, ສືບຕໍ່ປີ່ນປົວຢູ່ 1.593 ກໍລະນີ,