ເຈົ້າຂອງໂຮງງານ ເສຍຊີວິດ ໃນເຫດການໄຟໄໝໂຮງງານກັ່ນນໍ້າມັນດຳ ຢູ່ບ້ານບໍ່ເຫລັກ.

ເຈົ້າຂອງໂຮງງານ ເສຍຊີວິດ ໃນເຫດການໄຟໄໝໂຮງງານກັ່ນນໍ້າມັນດຳ ຢູ່ບ້ານບໍ່ເຫລັກ.

ພັທ ຄໍາເພັດ ດາລາວົງ ຫົວໜ້າພະແນກຕຳຫລວດ ສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເວລາປະມານ 20:30 ໂມງ ຂອງວັນທີ 14 ຕຸລາ 2021 ໄດ້ຮັບແຈ້ງເຫດ ເຕົາກັ່ນນໍ້າມັນລະເບີດ ຢູ່ໂຮງງານກັ່ນນໍ້າມັນດຳ ຢູ່ບ້ານບໍ່ເຫລັກ ໜ່ວຍ 37 ເມືອງໄຊທານີ

ເຮັດໃຫ້ເກີດອັກຄີໄຟໄໝ້,  ກົມຕຳຫລວດສະກັດກັນ ແລະ ຕ້ານອັກຄີໄພ ກະຊວງ ປກສ ແລະ ໜ່ວຍງານມອດໄຟ ປກສ ເມືອງໄຊທານີ ລົງສະຖານເກີດເຫດ ພ້ອມກຳລັງ 24 ສະຫາຍ ແລະ ລົດມອດໄຟ 4 ຄັນ, ໄດ້ເຂົ້າປະຈັນບານກັບແປວໄຟທີ່ລຸກໄໝ້ຢ່າງຮຸນແຮງ ໃຊ້ເວລາດັບມອດໄຟ ປະມານ 3 ຊົ່ວໂມງ ຈິ່ງຄວບຄຸ້ມໄດ້ ແລະ ພົບຜູ້ເສຍຊີວິດ ຢູ່ໃນເຫດການ 3 ຄົນຄື:

ທ້າວ ຫງຽນວັນເຫົ້າ ອາຍຸ 59 ປີ ນັກທຸລະກິດ ສັນຊາດ ຫວຽດນາມ ( ເຈົ້າຂອງໂຮງງານ ), ທ້າວ ຄຳພອນ ອາຍຸ 39 ປີ, ສັນຊາດ ລາວ ກຳມະກອນ ແລະ ນາງ ເຈີ່ນທີ່ງ່າ ອາຍຸ 58 ປີ ນັກທຸລະກິດ ( ນາຍໜ້າເກັບຊື້ຢາງພາລາ ), ຜ່ານການກວດກາຈາກຈຸດທີ່ພົບເຫັຍຜູ້ເສຍຊີວິດນັ້ນ ເປັນຈຸດສ້ອມແປງເຄື່ອງຈັກ ແລະ ເປັນຈຸດພັກຜ່ອນ, ແອ້ມດ້ວຍອາລູຊິງ ຫ່າງຈາກເຕົາກັ່ນນໍ້າມັນ ປະມານ 15 ແມັດ.

ສຳລັບຜົນເສຍຫາຍມີ: ເຕົາກັ່ນນໍ້າມັນ 1 ເຕົາ, ອ່າງນໍ້າມັນດໍາ 1 ອ່າງ, ຖັງເກັບນໍ້າທີ່ປັນແລ້ວ 4 ຖັງ, ບ່ອນສ້ອມແປງເຄື່ອງຈັກ ແລະ ຈຸດນັ່ງພັກເຊົາ 1 ຫຼັງ, ລົດຈັກ 1 ຄັນ, ສ່ວນມູນເສຍຫາຍຍັງບໍ່ສາມາດປະເມີນໄດ້ ( ເຈົ້າຂອງໂຮງງານເສຍຊີວິດ ), ສ່ວນສາເຫດເກີດອັກຄີໄຟຄັ້ງນີ້ ອາດເກີດຈາກເຕົາກັ່ນນໍ້າມັນລະເບີດ ຟຸ່ງອອກດ້ວຍຄວາມແຮງປະມານ 40-50 ແມັດ ຢູ່ຈຸດທີ່ຄົນນັ່ງພັກ ຈຶ່ງເຮັດໃຫ້ມີຄົນເສຍຊີວິດ.

ຈາກການສອບຖາມ ຄົນທີ່ເຫັນເຫດການໃນເບື້ອງຕົ້ນເລົ່າເຫດການວ່າ: ເວລາປະມານ 20:27 ໂມງ ຕົນໄດ້ຍິນສຽງແຕກດັງຂຶ້ນຢ່າງແຮງ ພ້ອມທັງມີແປວໄຟຮຸ່ງຂຶ້ນທົ່ວໂຮງງານ ຕົນຈຶ່ງໄດ້ແລ່ນເຂົ້າໄປເບິ່ງສະຖານທີ່ເກດເຫດ ພົບເຫັນຄົນນອນເສຍຊີວິດ ຄາທີ່ ຈຳນວນ 3 ຄົນ, ຜູ້ເລົ່າເຫດການຍັງໃຫ້ຮູ້ອີກວ່າ ຜ່ານມາ ໂຮງງານດັ່ງກ່າວ ເຄີຍເກີດເຫດເຕົານໍ້າມັນລະເບີດມາແລ້ວ 1 ຄັ້ງ, ແຕ່ບໍ່ມີຄົນເສຍຊີວິດ ຫລັງຈາກນັ້ນ ໄດ້ປັບປຸງ, ຊ້ອມແປງແລ້ວ ກໍ່ກັບມາກັ່ນນໍ້າມັນອີກ.