ອັດຕາຄ່າຂົນສົ່ງໂດຍສານທາງລົດໄຟ ປະມານ 350/ຄົນ/ກມ

ອັດຕາຄ່າຂົນສົ່ງໂດຍສານທາງລົດໄຟ ເມື່ອທຽບທາງລົດແມ່ນຖືກ ແລະ ໃຊ້ເວລາເດີນທາງສັ້ນກວ່າເທົ່າຕົວ.

ໃນສະພາບເງື່ອນໄຂຂອງຈຳນວນສະຖານີທີ່ເປີດນໍາໃຊ້ໃນໄລຍະເລີ່ມຕົ້ນ ມີ 21 ສະຖານີ ແມ່ນສາມາດອອກແບບຈໍານວນຖ້ຽວ ແລ່ນລົດໄດ້ 23 ຖ້ຽວ/ວັນ, ແຕ່ວ່າໃນໄລຍະຍາວຫາກມີການເປີດນຳໃຊ້ສະຖານີຄົບຕາມຈໍານວນ 33 ສະຖານີ ແມ່ນສາມາດເພີ່ມຖ້ຽວການແລ່ນລົດໄດ້ເຖິງ 39 ຖ້ຽວ/ວັນ.

ສຳ ລັບອັດຕາຄ່າຂົນສົ່ງໂດຍສານ ແມ່ນ 0.3 ຢວນ/ຄົນ.ກມ (ປະມານ 350 ກີບ/ຄົນ.ກມ), ລວມຄ່າໂດຍ ສານແຕ່ວຽງຈັນ-ບໍ່ເຕ່ນ ປະມານ 140.000 ກີບ, ສົມທຽບໃສ່ການຂົນສົ່ງທາງລົດ.

ແມ່ນຖືກກວ່າເທົ່າໂຕ ແລະ ໃຊ້ເວລາເດີນທາງສັ້ນກວ່າປະມານ 20 ຊົ່ວໂມງ. ອັດຕາການຂົນສົ່ງສິນຄ້າ ແມ່ນ 0.5 ຢວນ/ໂຕນ.ກມ (ປະມານ 600 ກີບ/ໂຕນ.ກມ),

ຖືກກວ່າການຂົນສົ່ງທາງລົດ 2 ເທົ່າໂຕ ແລະ ໃຊ້ເວລາສັ້ນກວ່າ 45 ຊົ່ວໂມງ.