ແຜ່ນດິນໄຫວເທິງເກາະບາຫລີ ມີ​ຜູ້ເສຍຊີວິດ-ບາດ​ເຈັບ10ຄົນ.

ແຜ່ນດິນໄຫວເທິງເກາະບາຫລີ ມີ​ຜູ້ເສຍຊີວິດ-ບາດ​ເຈັບ10ຄົນ.

ຂປລ.ຕາ​ມ​ເວັບ​ໄຊstraight time,​ວັນ​ທີ16 ຕຸລາ2021,ເກີດ​ແຜນ​ດິນ​ໄຫວ​ ເທິງ​​ເກາະ​ບາ​ຫລີ​ ຂອງ​ອິນ​ໂດ​ເນ​ເຊຍ ຂະໜາດ​ ຄວາມ​ແຮງ4,8​ລິກ​ເຕີ ຫລັງ​ຈາກ ​ເກາະ​ດັ່ງກ່າວ​ໄດ້​ເປີດ​ຮັບ​ ນັກ​ທ່ອງ​ທ່ຽວ ​ຕ່າງປະ​ເທດ ​ໃຫ້​ກັບ​ມາ​ ທ່ອງ​ທ່ຽວ​ ໄດ້​ຕາມ​ປົກກະຕິ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ​ ​ໃນເບື້ອງ​ຕົ້ນ 3ຄົນ ​ແລະ ບາດ​ເຈັບ​ອີກ 7ຄົນ

​ເຊິ່ງມີ​ຈຸດ​ສູນ​ກາງ ຂອງ​ແຜນ​ດິນ​ໄຫວ​ ຢູ່​ຫ່າງ​ຈາກ​ ເມືອງ​ຊີງ​ກາ​ຣາຈາ ​ໄປ​ທາງ​ຕາ​ເວັນ​ອອກ ​ສ່ຽງ​ເໜືອ 62 ກິ​ໂລ​ແມັດ ​ແລະ ຢູ່​ເລິກ​ລົງ​ໄປ​ໃຕ້​ດິນ 10ກິ​ໂລ​ແມັດ.

ຂະນະ​ນີ້ ​ເຈົ້າໜ້າ​ທີ່​ກູ້​ໄພ ພວມ​ໃຫ້ການ​ຊ່ວຍ​ເຫລືອ ​ຜູ້​ເຄາະ​ຮ້າຍ ​ຄັ້ງນີ້​ ຢ່າງ​ຮີບ​ດ່ວນ./.