ເສົ້າສະຫຼົດ!ເສຍຊີວິດ3ລາຍ ຈາກເຫດການໄຟໄໝ້ໂຮງງານຕົ້ມນ້ຳມັນດຳ

ເສົ້າສະຫຼົດ!ເສຍຊີວິດ3ລາຍຈາກເຫດການໄຟໄໝ້ໂຮງງານຕົ້ມນ້ຳມັນດຳທີ່ຫຼັກ36

ໃນວັນທີ 14/10/2021 ເວລາ 20:30 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 5432 3636 ວ່າມີເຫດລະເບີດທີ່ສາງຕົ້ມນ້ຳມັນດຳ.

ຈຸດເກີດເຫດທີ່ບ້ານບໍ່ເຫລັກ ຫລັກ36 ເມືອງໄຊທານີ ນະຄອນຫລວງວຽງຈັນຫນ່ວຍກູ້ໄພອາສາເພື່ອປະຊາຊົນ ຈຶ່ງໄດ້ອອກກວດສອບເຫດພົບຜູ້ເສຍຊີວິດຈຳນວນ 3 ລາຍເພດຊາຍ 2 ລາຍ ຍິງ1ລາຍ

ຜູ້ທີ1 ສັນຊາດລາວ ເພດຊາຍ ອາຍຸ 39 ປີ ເສຍຊີວິດ ສົບແມ່ນສົ່ງມອບໃຫ້ຍາດພີ່ນ້ອງທຳພິທີທາງສາດສະຫນາຜູ້ທີ2 ສັນຊາດຫວຽດນາມ ເພດຊາຍ ອາຍຸ 59 ປີ ເສຍຊີວິດ ສົບແມ່ນນຳໄປໄວ້ມູນນິທິຈີນ.

ຜູ້ທີ3 ສັນຊາດລາວເພດຍິງ ອາຍຸ 58 ເສຍຊີວິດ ສົບແມ່ນນຳໄປຟາກໄວ້ມູນນິທິຈີນ ດັ່ງນັ້ນຫນ່ວຍກູ້ໄພຈື່ງໄດ້ປະສານຫາເຈົ້າຫນ້າທີທີ່ກ່ຽວຂ້ອງທຸກພາກສ່ວນລົງພື້ນທີ່ກວດສອບ ແລະໄດ້ ຫໍ່ມ້ຽນສົບແລ້ວນຳສົ່ງໃຫ້ພີ່ນ້ອງທຳພິທີທາງສາດສະຫນາ ໄດ້ຮ່ວມອານຸເຄາະຫີບ 3 ໜ່ວຍ ສ່ວນສາເຫດຂອງການເກີດເຫດແມ່ນທາງເຈົ້າຫນ້າທີ່ພວມເລັ່ງສືບສວນສອບສວນຫາສາເຫດທີ່ເກີດຂຶ້ນ.

ເນື່ອງຈາກສະພາບການໂຄວິດທີ່ລະບາດຊຸມຊົນໃນບ້ານບໍ່ເຫຼັກ ເຊິ່ງເປັນບ້ານທີ່ໜ່ວຍງານພວກເຮົາຕັ້ງຢູ່ ຈຶ່ງຈຳເປັນທີ່ຈະຕ້ອງໄດ້ປິດສູນ ແລະອາສາທັງຫມົດ 17 ຊີວິດທີ່ອາໃສ່ຢູ່ນີ້ນຳກັນ ກໍເປັນກຸ່ມສ່ຽງ C2 ກໍາແມ່ນຂາດອາຫານທີ່ຈະໃຊ້ເຮັດກິນແຕ່ລະວັນ ຈຶງຂໍວອນສັງຄົມຊ່ວຍອຸປະຖຳ ບໍລິຈາກເຂົ້າສານອາຫານແຫ້ງ ຝາກມາຜ່ານ ຂົນສົ່ງກໍ້ໄດ້ ມາລົງ ຂົນສົ່ງມີໄຊ ສາຂາບໍ່ເຫລັກ ເມືອງໄຊທານີ ນວ ຫລື ອານຸສິດເອັກເພສ ສາຂາບໍ່ເຫລັກ.

ເນື່ອງຈາກຢູ່ກຸ່ມສຽງ ອາໃສຢູ່ນຳກັນ 2 ຈຸ ຈຸ 1 ມີ 5 ຄົນ ເປັນກຸ່ມສ່ຽງ C2 ຈຸ2 ມີ 12 ຄົນເປັນກຸ່ມສຽງ C3 ທັງ 2 ດຸ່ມອາໃສ່ຢູ່ນຳກັນ ແຕແຍກບ່ອນຢູ່ແຍກຫ້ອງນ້ຳ ຄົ້ນລະເບື້ອງ ຕາມມາດຕະການຂອງຂັ້ນເທີງ ແລະອີກ 1 ທີມຍັງສືບຕໍ່ພົ່ນຢາຂ້າເຊື້ອໃຫ້ກັບປະຊາຊົນ ຫລືສາມາບໍລິຈາກຊ່ວຍຄ່ານ້ຳຄ່າໄຟ,ຄ່າຢາຄ່າໃຊ້ຈ່າຍຕ່າງໆໄດ້ຜ່ານບັນຊີລວມຫນ່ວຍງານ ທະນາຄານການຄ້າ ເລກທີ 54323636 ພ້ອມລະບຸເຫດຜົນບໍລິຈາກດ້ວຍ 5000-10000 ກໍມີຄວາມຫມາຍງົບປະມານຫນ່ວຍງານກໍເຫລືອພຽງແຕ່ 100.000 ກີບ ຈະກຸ້ມອີກຈັກວັນ ຂໍທຸກທ່ານຊ່ວຍແຊຣ ຊ່ວຍເຫັນໃຈ.

ຊ່ວຍອຸປະຖຳພວກເຮົາດ້ວຍ ຈຶ່ງສ້າງໂພສນີ້ຂຶ້ນມາໃຫ້ທ່ານຮັບຊາບ ຂໍ້ມູນເພີມເຕີມໂທ 02078941624