ເມືອງວັງວຽງ ກຽມໃຊ້ມາດຕະການ ຫ້າມເປີດເພງສຽງດັງແຮງຢູ່ທຸກໆສະຖານທີ່ທ່ອງທ່ຽວ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ເມືອງວັງວຽງ ກຽມໃຊ້ມາດຕະການ ຫ້າມເປີດເພງສຽງດັງແຮງຢູ່ທຸກໆສະຖານທີ່ທ່ອງທ່ຽວ

Published

on

ຫ້ອງການປົກຄອງເມືອງວັງວຽງ ແຂວງວຽງຈັນໄດ້ແຈ້ງໃຫ້ຮູ້ວ່າ: ອໍານາດການປົກຄອງ ເມືອງວັງວຽງ ກຽມໃຊ້ມາດຕະການຫ້າມເປີດເພງສຽງດັງແຮງ ຢູ່ຕາມສະຖານທີ່ທ່ອງທ່ຽວຕ່າງໆພາຍໃນເມືອງວັງວຽງ ຊຶ່ງການຫ້າມດັ່ງກ່າວຈະເລີ່ມປະຕິບັດໃນໄວໆນີ້.

ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງໄດ້ກ່າວຕໍ່ທີມງານວຽງຈັນທາຍໃນບໍ່ດົນມານີ້ກ່ຽວກັບການຈະໃຊ້ມາດຕະການຫ້າມເປີດເພງສຽງດັງວ່າ: ຮອດປັດຈຸບັນນີ້ໄດ້ມີການແຈ້ງການໄປຫາຜູ້ສໍາປະທານແຫຼ່ງທ່ອງທ່ຽວຕ່າງໆໃຫ້ຮັບຮູ້ແດ່ແລ້ວວ່າຈະມີມາດຕະການຫ້າມເປີດເພງສຽງດັງເກີນເຫດໄປເພາະມັນເປັນການລົບກວນນັກທ່ອງທ່ຽວບາງກຸ່ມໂດຍສະເພາະນັກທ່ອງທ່ຽວຕ່າງປະເທດ ຍ້ອນວ່າເຂົາມາທ່ຽວຊົມທໍາມະຊາດ ພວກເຂົາຢາກໄດ້ຍິນແຕ່ສຽງນົກສຽງກາ, ສຽງລົມພັດປ່າໄມ້ ແລະ ສຽງນໍ້າໄຫຼ.

ຖ້າຫາກຫ້າມເປີດເພງໝົດເລີຍແມ່ນເປັນໄປບໍ່ໄດ້ເພາະບາງກຸ່ມໂດຍສະເພາະນັກທ່ອງທ່ຽວທີ່ເປັນຄົນລາວແມ່ນຈະມັກຫິ້ວລໍາໂພງໄປນໍາເພື່ອການຊຸມແຊວ ຈຶ່ງບໍ່ສາມາດຫ້າມໝົດໄດ້ຢ້ານວ່າມັນຈະສົ່ງຜົນກະທົບເຖິງຜູ້ປະກອບການ ຊຶ່ງຄາດວ່າການຫ້າມເປີດເພງສຽງດັງແຮງເກີນເຫດນີ້ຈະເລີ່ມປະຕິບັດໃນໄວໄໆນີ້.

ເມື່ອຖາມວ່າ: ໃນມື້ວັນທີ 1 ມິຖຸນາ ທີ່ຜ່ານມາຊຶ່ງເປັນມື້ວັນເດັກນ້ອຍສາກົນ ແລະ ມີນັກທ່ອງທ່ຽວຄົນລາວຈໍານວນຫຼາຍທີ່ພາລູກຫຼານມາທ່ຽວແຫຼ່ງທ່ອງທ່ຽວ ເມືອງວັງວຽງ ໄດ້ມີຫາງສຽງສັງຄົມຈົມວ່າ ຢູ່ຕາມແຫຼ່ງທ່ອງທ່ຽວຕ່າງໆ ຄືບໍ່ມີມາດຕະການຕ້ານພະຍາດໂຄວິດ -19 ຕາມການແຈ້ງການຂອງຂັ້ນເທິງ.

ທ່ານ ບຸນຈັນ ໄດ້ຕອບວ່າ: ທຸກໆສະຖານທີ່ທ່ອງທ່ຽວຢູ່ພາຍໃນເມືອງວັງວຽງ ແມ່ນມີມາດຕະການຕ້ານພະຍາດໂຄວິດ-19 ທຸກບ່ອນ ໂດຍມີເຈວລ້າງມື ຫຼື ເຫຼົ້າເກົ້າສີບ ໄວ້ບໍລິການໃຫ້ນັກທ່ອງທ່ຽວ ແຕ່ວ່າມື້ນັ້ນ ຄື ວັນທີ 1 ມິຖຸນາ ມີນັກທ່ອງທ່ຽວມາຫຼາຍແບບບໍ່ຄາດຄິດ ຈຶ່ງເຮັດໃຫ້ຜູ້ປະກອບການດ້ານການທ່ອງທ່ຽວກຽມໂຕບໍ່ທັນ ຈຶ່ງບໍ່ສາມາດປະຕິບັດມາດຕະການຕ້ານພະຍາດດັ່ງກ່າວໄດ້ ຈຶ່ງໄດ້ເຮັດໃຫ້ເກີດມີສຽງວິພາກວິຈານຄືແນວນັ້ນ.

ນອກຈາກນີ້ ທາງເມືອງໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອລົງຕິດຕາມກວດກາລາຄາອາຫານ, ເຄື່ອງດື່ມ ຢູ່ຕາມສະຖານທີ່ແຫຼ່ງທ່ອງທ່ຽວຕ່າງໆ ເພື່ອໃຫ້ເຂົ້າສູ່ລະບົບ, ມີລາຄາທີ່ຍຸດຕິທໍາ ທັງນີ້ກໍ່ເພື່ອບໍ່ໃຫ້ມີຫາງສຽງຈົມວ່າຈາກສັງຄົມ ແລະ ເປັນການດຶງດູດນັກທ່ອງທ່ຽວໃຫ້ກັບມາທ່ຽວເມືອງວັງວຽງ ຢ່າງຄຶກຄື້ນຄືໄລຍະທີ່ຜ່ານມາ.

ຂ່າວ: ວຽງຈັນທາຍ ​

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້