ຂ່າວ​ເສົ້າ!.ຫລວງພະບາງ​ ເສຍຊີວິດ 1ຄົນ ຈາກໂຄວິດ

ຜູ້ຕິດເຊື້ອພະຍາດໂຄວິດ 19 ຢູ່ແຂວງຫຼວງພະບາງເສຍຊີວິດແລ້ວ 1 ຄົນ.

ສຳລັບກໍລະນີຄົນເຈັບເສຍຊີວິດ ເປັນເພດຊາຍອາຍຸ 60 ປີ ສັນຊາດລາວ ອາຊີບປະຊາຊົນ, ບ້ານນາຫຼວງ ນະຄອນ ຫຼວງພະບາງ.

ເຂົ້າປີ່ນປົວຢູ່ໂຮງໝໍແຂວງວັນທີ່ 10 ຕຸລາ 2021 ເວລາ 20 ໂມງ 40 ນາທີ, ສາເຫດເຂົ້າໂຮງໝໍ ແມ່ນຕິດເຊື້ອພະຍາດໂຄວິດ-19 ປະຫວັດຜ່ານມາ ຄົນເຈັບມີພະຍາດປະຈໍາຕົວຫຼາຍຢ່າງເຊັ່ນ: ຄວາມດັນເລືອດສູງ,

ເສັ້ນເລືອດສະໝອງຕິບຕັນ, ອໍາມະພຶກອໍາມະພາດ, ລ່ອຍແຂນຂາເບື້ອງຊ້າຍ ເຮັດໃຫ້ຄົນເຈັບເສຍຊີວິດໃນວັນທີ່ 12 ຕຸລາ 2021 ເວລາ 24 ໂມງ 00 ນາທີ ສ່ວນສົບຂອງຜູ້ເສຍຊີວິດ ເຈົ້າໜ້າທີ່ແພດໄດ້ເອົາໄປຈູດ ຢູ່ວັດວັດປ່າຫຍ້າທຶບ ແລະອັດທິ ຫຼື ກະດູກຂອງຜູ້ເສຍຊິວິດ

ຈະຕ້ອງໄດ້ຝັງ ຫຼື ໃສ່ທາດ ຫ້າມບໍ່ໃຫ້ເອົາໄປໄຫຼນໍ້າເດັດຂາດ, ໃນກໍລະນີສະມາຊິກໃນຄອບຄົວຜູ້ໃດຜູ້ໜື່ງເສຍຊີວິດ ຄະນະສະເພາະກິດຂອງແຂວງ ບໍ່ສາມາດມອບສົບ

ໃຫ້ກັບຄອບຄົວໄປບໍາເພັນກູສູນໄດ້ ເພື່ອບໍ່ໃຫ້ເຊື້ອໂລກແຜ່ກະຈາຍ ເວລາໄປສົ່ງສະການ ກໍ່ໃຫ້ມີແຕ່ຍາດພີ່ນ້ອງຄອບຄົວເປັນວົງແຄບ ແລະຢູ່ຫ່າງໄກຈາກສົບ.