ຂ່າວດີ ໄທ ກຽມເປີດການທ່ອງທ່ຽວ ໃຫ້ 10ປະເທດເຂົ້າມາ ໂດຍບໍ່ຕ້ອງກັກໂຕ

ຂ່າວດີ ໄທ ກຽມເປີດການທ່ອງທ່ຽວ

ນາຍົກລັດຖະມົນຕີໄທປະກາດ ກຽມເປີດປະເທດຮັບນັກທ່ອງທ່ຽວ 10 ຊາດ 1 ພະຈິກ 2021 ເປັນຕົ້ນໄປ

ຕອນແລງວັນທີ 12 ຕຸລາ 2021, ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກໄທ ໄດ້ຖະແຫຼງຂ່າວກຽມເປີດຮັບນັກທ່ອງທ່ຽວເຂົ້າປະເທດໂດຍບໍ່ຕ້ອງຈຳກັດບໍລິເວນ

ໂດຍນັກທ່ອງທ່ຽວຈາກປະເທດຄວາມສ່ຽງຕໍ່າຢ່າງໜ້ອຍ 10 ປະເທດ ໃນນັ້ນມີ ອັງກິດ, ສິງກະໂປ, ເຢຍລະມັນ, ຈີນ ແລະ ສະຫະລັດອາເມລິກາ ລວມຢູ່ນຳ. ບັນດາປະເທດເຫຼົ່ານີ້ຈະສາມາດເດີນທາງເຂົ້າໄທໄດ້ໂດຍບໍ່ຕ້ອງຈຳກັດບໍລິເວນຕັ້ງແຕ່ວັນທີ 1 ພະຈິກ 2021 ນີ້ເປັນຕົ້ນໄປ ຖ້າວັກຊີນຄົບໂດສ ແລະ ມີຜົນກວດໂຄວິດ-19 ເປັນລົບ.

ຕໍ່ໄປໃນອະນາຄົດຈະມີການເພີ່ມຈຳນວນປະເທດໃຫ້ຫຼາຍຂຶ້ນພາຍໃນວັນທີ 1 ທັນວາ ແລະ ພາຍໃນວັນທີ 1 ມັງກອນ 2022 ຈະເພີ່ມຈຳນວນປະເທດໃຫ້ຫຼາຍຂຶ້ນຢ່າງກວ້າງຂວາງ.