ກາແດງ ສ.ເກົາຫຼີ ຊ່ວຍເຫລືອ 2 ລ້ານກວ່າໂດລາ ໃຫ້ແກ່ອົງການກາແດງລາວ

ໃນເດືອນກັນຍາ – ຕຸລາ 2021​ ຜ່ານມານີ້​ ສະພາກາແດງ ສ.ເກົາຫຼີ ໄດ້ຈັດສົ່ງເຄື່ອງນຸ່ງຫົ່ມໃຫ້ອົງການກາແດງລາວເພື່ອໄປຊ່ວຍເຫລືອປະຊາຊົນຜູ້ທຸກຍາກ ໃນເຂດຫ່າງໄກຊອກຫລີກ

ເຊິ່ງມີຈຳນວນ ທັງຫມົດ 26 ຕູ້ຄອນເທນເນີ, 14,173 ກ່ອງ, ເຊິ່ງມີມູນຄ່າ 2.758.363 ໂດລະສະຫະລັດ, ມີປະເພດເຄື່ອງເຊັ່ນ: ເກີບ, ໂສ້ງ ແລະ ເສື້ອ ເຊິ່ງເປັນຍີ່ຫໍ້ ຟີລາ (FILA).

ເຄື່ອງຈຳນວນດັ່ງກ່າວ ທາງອົງການກາແດງລາວ ຈະໄດ້ນຳໄປແຈກຢາຍໃຫ້ແກ່ພໍ່ແມ່ປະຊາຊົນ ໃນເຂດຫ່າງໄກສອກຫຼີກ, ເຊິ່ງໄລຍະຜ່ານມາອົງການກາແດງ ສ.ເກົາຫຼີ ກໍ່ເຄີຍໄດ້ໃຫ້ການຊ່ວຍເຫຼືອປະເພດເຄື່ອງປ້ອງກັນໂຄວິດ-19

ໃຫ້ແກ່ອົງການກາແດງລາວ ແລະ ໃນການຊ່ວຍເຫຼືອໃນຄັ້ງນີ້ໂດຍພາຍໃຕ້ການຮ່ວມມືພາຍໃຕ້ການຮ່ວມມື ແລະ ເສີມຂະຫຍາຍສາຍພົວພັນ ຂອງທັງສອງກາແດງໃຫ້ແໜ້ນແຟ້ນ, ຍ້ອນເຫັນໄດ້ເຖິງຄວາມສຳຄັນ ອົງການກາແດງ ສ.ເກົາຫຼີ ຈຶ່ງໄດ້ລະດົມເຄື່ອງຈຳນວນດັ່ງກ່າວ ສົ່ງມາໃຫ້ອົງການກາແດງລາວໃນນາມອົງການທາງດ້ານມະນຸດສະທຳເພື່ອນຳເອົາເຄື່ອງຈຳນວນດັ່ງໄປມອບເຖິງມືຂອງກຸ່ມເປົ້າໝາຍ ແລະ ປະຊາຊົນໃນເຂດຫ່າງໄກ.

ຂ່າວໂດຍ: Lao​ Red​ Cross