ຂໍ້ມູນລາຍລະອຽດ ຜູ້ ເສຍຊິວິດ ຄົນທີ 25-26 ຍ້ອນໂຄວິດ

ຜູ້ທີ່ 1 ເພດຊາຍ, ອາຍຸ 80 ປີ, ອາຊີບ: ຜູ້ເຖົ້າ, ບ້ານໂພນສະຫວັນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ມີພະຍາດປະຈໍາໂຕ ຄື ຄວາມດັນເລືອດສູງ ແລະ ເປັນອໍາມະພາດ.

ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນພະຍາດໂຄວິດ-19 (ລູກຊາຍ ແລະ ລູກໃພ້ ຕິດເຊື້ອ). ວັນທີ 1 ຕຸລາ 2021 ຜູ່ກ່ຽວມີອາການໄອ ແລະ ຫາຍໃຈຝືດ, ວັນທີ 6 ຕຸລາ 2021

ຜູ້ກ່ຽວ ພ້ອມດ້ວຍພັນລະຍາ ຈຶ່ງໄດ້ໄປເກັບຕົວຢ່າງກວດ ແລະ ຜົນກວດພົບເຊື່ອໃນວັນທີ 8 ຕຸລາ 2021 ໃນມື້ດຽວກັນ ທີມງານໄດ້ໂທແຈ້ງຜົນກວດ ແລະ ປະສານພົວພັນລົດ ແຕ່ຄົນເຈັບໄດ້ເສຍຊີວິດລົງຢູ່ບ້ານ ໃນເວລາ 16:00 ໂມງ.

ຜູ້ທີ 2 ເພດຊາຍ, ອາຍຸ 58 ປີ, ອາຊີບ: ຂາຍດິນຊ໋ອກເຮັດເສົາ, ບ້ານທ່າແຂກ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ມີພະຍາດປະຈໍາໂຕ: ໄຂ່ຫຼັງຊຸດໂຊມ.

ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນພະຍາດໂຄວິດ (ພັນລະຍາຕິດເຊື້ອ). ວັນທີ 8 ຕຸລາ 2021: ຜູ້ກ່ຽວໄດ້ໃຜຟອກໃຂ່ຫຼັງໃນຕອນທ່ຽງ, ພາຍຫຼັງຟອກແລ້ວ ໃນເວລາ 16:00 ໂມງ ມີອາການເມື່ອຍ ແລະ ງ່ວງຊືມ.

ເວລາ 18:00 ໂມງ ມາກວດຢູ່ໂຮງຫມໍມີດຕະພາບ (ຄົນເຈັບບໍ່ໄດ້ສະຕິ), ເວລາ 19:00 ໂມງ ເກັບຕົວຢ່າງກວດຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19, ຮອດເວລາ 20:00 ໂມງ ຜູ່ກ່ຽວເສຍຊີວິດ