ພິທີມອບຮັບວັກຊີນ ຈຳນວນ 30,000ໂດສ ຈາກປະເທດລັດເຊຍ

ພິທີມອບຮັບວັກຊີນ ສະປຸດນິກ ໄລ້ ( Sputnik light ) ຈຳນວນ 30,000 ໂດສ ໂດຍການຊ່ວຍເຫຼືອຈາກລັດຖະບານລັດເຊຍ.

ໂດຍການກ່າວຮັບຂອງລັດຖະມົນຕີກະຊວງສາທາລະນະສຸກ ປອ ດຣ. ບຸນແຝງ ພູມມະໄລສິດ ແລະ ມອບໂດຍທ່ານ Vladimir Kalinin

ເອກອັກຄະລັດຖະທູດລັດເຊຍ ປະຈຳ ສປປ ລາວ ພ້ອມດ້ວຍການເຂົ້າຮ່ວມຂອງພະນັກງານຂັ້ນສູງ ແລະ ພາກສວນທີ່ກ່ຽວຂ້ອງທັງສອງຝ່າຍກໍໄດ້ເຂົ້າຮ່ວມ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 6 ຕຸລາ 2021 ທີ່ກະຊວງສາທາລະນະສຸກ.