ຕະຫຼາດໜອງຈັນ (ຂົວດິນ) ໜ້າເປັນຫ່ວງ ແລ້ວ ຕິດວັນດຽວ 13 ຄົນ

ເພື່ອ​ຮັບປະກັນຄວາມປອດໄພ​ ແລະ​ ສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ທີ່ມາຊົມໃຊ້ຕະຫຼາດ​ໜອງຈັນ.​

ໃນຕອນເຊົ້າຂອງວັນທີ​ 29 ກັນຍາ​ 2021​ ໜ່ວຍງານສະເພາະກິດເຄື່ອນທີ່ເກັບຕົວຢ່າງເພື່ອຊອກຄົ້ນຫາເຊື້ອພະຍາດໂຄວິດ-19​ ໄດ້ລົງມາເກັບຕົວຢ່າງຢູ່ໃນຕະຫຼາດໜອງຈັນ​ (ຕະຫຼາດຂົວດິນ)​ ໂດຍສະເພາະແມ່ນພະນັກງານ​ທຸກພາກສ່ວນ.

ພ້ອມດຽວກັນນີ້,​ ທາງຕະຫຼາດ​ ຍັງຮຽກຮ້ອງມາຍັງທ່ານໃຫ້ຮັບຂໍ້ມູນຂ່າວສານຢ່າງມີສະຕິ ແລະ​ ຂໍ້ມູນທີ່ເປັນທາງການ ຫືຼ ໜ້າເຊື່ອຖືໄດ້​ ໃນກໍລະນີທ່ານໃດມີຄວາມສົນໃຈ ຫຼື​ ຕ້ອງການຂໍ້ມູນທີ່ເປັນຄວາມຈິງຢູ່ໃນຕະຫຼາດໜອງຈັນຂອງພວກເຮົາ ແມ່ນສາມາດສອບຖາມໄດ້ຕະຫຼອດເວລາ.

ມາຮອດ ວັນທີ່ 30 ກັນຍາ 2021 ແມ່ນກວດພົບຜູ້ຕິດເຊື້ອໃໝ່ 13 ຄົນ ດຽວນີ້ ແມ່ນນໍາໄປປີ່ນປົວ ແລ້ວ ສ່ວນທີ່ເຫຼືອແມ່ນ ສືບຕໍ່ຈໍາກັດບໍ່ລີເວນໄວ້ ຫຼື ກັກໂຕ 14 ວັນ