ຜູ້ຊາຍຄວນອ່ານ! ເຄັດລັບເລືອກແມ່ຂອງລູກ – ສື່ລາວ.ຄອມ
Connect with us

ສາລະໜ້າຮູ້

ຜູ້ຊາຍຄວນອ່ານ! ເຄັດລັບເລືອກແມ່ຂອງລູກ

Published

on

ຫຼາຍຄົນອາດຄິດວ່າ ສຳລັບຜູ້ຊາຍການເລືອກຄູ່ໜ້າຈະເປັນເລື່ອງຍາກເລື່ອງຊາ ເພາະເປັນຝ່າຍເລີ່ມຕົ້ນ, ເປັນຝ່າຍເລືອກ ແລະເປັນຝ່າຍຂໍແຕ່ງງານ. ຜູ້ຊາຍບໍ່ມີຄຳວ່າ “ຂຶ້ນຄານ” ອາຍຸ 40ປີຖ້າຍັງບໍ່ມີຄອບຄົວ ຫຼາຍສຸດກໍຖືກກ່າວຫາວ່າເປັນພວກຮັກຮ່ວມເພດ ແຕ່ເລື່ອງແບບນີ້ມັນກໍພິສູດກັນໄດ້ (ແມ່ນບໍ່!!!!) ເຖິງວ່າຜູ້ຊາຍຈະເປັນຝ່າຍໄດ້ປຽບໃນເລື່ອງນີ້ ແຕ່ຄວາມຈິງການເລືອກຄູ່ສຳລັບຜູ້ຊາຍກໍມີໂອກາດຜິດພາດບໍ່ຕ່າງຈາກຜູ້ຍິງເລີຍ.

ແຕ່ກໍມີວິທີການສັງເກດທີ່ຫຼຸດຜ່ອນຄວາມສ່ຽງຕໍ່ການຜິດພາດດັ່ງກ່າວໄດ້ແກ່:      ເຮົາເລືອກເກີດບໍ່ໄດ້ ແຕ່ເຮົາເລືອກເມຍໄດ້: ຈຸດອ່ອນຂອງຜູ້ຊາຍສ່ວນຫຼວງຫຼາຍຄືເລືອກບໍ່ເປັນ, ເລືອກໂດຍໃຊ້ອາລົມເປັນຫຼັກ, ໃຈຮ້ອນ, ດື້, ຫຼົງສະເໜ່ຄວາມງາມ, ເບິ່ງຄວາມໜ້າຮັກຢ່າງຜິວເຜີນ ໂດຍບໍ່ພິຈາລະນານິໄສໃຈຄໍຝ່າຍຍິງຢ່າງເລິກເຊິ່ງ.

ຜູ້ຊາຍບໍ່ວ່າຈະຢູ່ໃນສະຖານະໃດ ຈະຮັ່ງ ຫຼືທຸກ, ຈະຫຼໍ່ ຫຼືຂີ້ຮ້າຍ ລ້ວນແຕ່ມີສິດເລືອກຄົນທີ່ເໝາະສົມກັບຕົນເອງ ຄວາມເໝາະທີ່ວ່ານີ້ບໍ່ແມ່ນເວົ້າເລື່ອງຖານະ ຫຼືໜ້າຕາພາຍນອກ ແຕ່ໝາຍເຖິງແນວຄິດນິໄສທີ່ເຈົ້າກັນໄດ້ຫຼືບໍ່?      ພູມຫຼັງຂອງຜູ້ຍິງຄືສິ່ງສຳຄັນ: ລາວເຕີບໃຫຍ່ມາແຕ່ໃສ? ມີຄອບຄົວທີ່ປົກກະຕິສຸກຫຼືບໍ່ ເຊັ່ນ: ຖ້າຖືກລ້ຽງດູມາແບບຕາມໃຈ ເປັນລູກສາວດຽວ, ບໍ່ຖືກກັບອ້າຍເອື້ອຍນ້ອງ, ພໍ່ແມ່ປະຮ້າງ, ບຸກຄະລິກຄະພາບຂອງແມ່ບໍ່ຈົບງາມ ແລະອື່ນໆ ສິ່ງເຫຼົ່ານີ້ລ້ວນແຕ່ສົ່ງຜົນສະທ້ອນຕໍ່ນິໄສໃຈຄໍໄດ້ທັງໝົດ ເລື່ອງນີ້ຕ້ອງສັງເກດດີໆຈະໄດ້ເຫັນໄດ້ແຈ້ງ ເລື່ອງແບບນີ້ປົກປິດບໍ່ໄດ້ ຕ່າງຈາກການສັງເກດຜູ້ຍິງ ໃນຍາມຮັກກໍຈະສະແດງແຕ່ສິ່ງດີໆອອກມາ, ຜູ້ຍິງສາມາດປົກປິດຄວາມຮູ້ສຶກໄດ້ເລິກແລບເປັນສິບໆປີໂດຍທີ່ເຮົາບໍ່ອາດຮູ້.

ຜູ້ຍິງທີ່ເຕີບໂຕມາໃນຄອບຄົວທີ່ມາບັນຫາ ເຊັ່ນ: ພໍ່ມີເມຍນ້ອຍ ລາວຈະເກັບຄວາມທຸກໃຈໄວ້ໃນຈິດໃຕ້ສຳນຶກ ແລະຈະສະແດງອອກເມື່ອຕົນມີຄອບຄົວ ດັ່ງນນັ້ນ ຖ້າຕັດສິນໃຈເລືອກລາວມາເປັນເມຍ ທ່ານກໍຕ້ອງພ້ອມຮັບມີກັບຄວາມກົດດັນຕ່າງໆ, ຄວາມຫວາດລະແວງ, ຄວາມຫຶງຫວງ ອັນເກີດຈາກເລື່ອງລາວໃນອາດີດຂອງຄອບຄົວ. ການວິິໄຈຄູ່ສົມລົດທີ່ພໍ່ແມ່ມີບັນຫາ ໂອກາດທີ່ຈະປະຮ້າງຂອງພວກເຂົາແມ່ນມີຫຼາຍກວ່າຄົນປົກກະຕິ.

ຜູ້ຍິງສ່ວນຫຼາຍມັກຈະມີການໃຫ້ຄວາມສຳຄັນ ແລະພົວພັນກັບຍາດຕິພີ່ນ້ອງ ສະນັ້ນ, ຫຼັງຈາກແຕ່ງງານທ່ານຕ້ອງຮັບຮູ້ເລື່ອງລາວກ່ຽວກັບຄອບຄົວລາວທຸກຢ່າງທັງສິ່ງທີ່ດີ ແລະບໍ່ດີ ສະນັ້ນຄວນສຶກສາຈຸດນີ້ໄວ້ພ້ອມ ສ່ວນເລື່ອງຂີ້ໆທັງຫຼາຍບໍ່ວ່າ ຂີ້ຫຶງ, ຂີ້ງອນ, ຂີ້ໜຽວ, ຂີ້ນິນທາ, ຂີ້ອິດສາ, ຂີ້ໂມໂຫ ແລະອື່ນໆເລື່ອງພວກນີ້ສາມາດຮັບຮູ້ໄດ້ກ່ອນແຕ່ງງານ ຕາມຫຼັກຈິດຕະວິທະຍາແລ້ວ ໃຫ້ເບິ່ງກັນບໍ່ຕໍ່າກວ່າໜຶ່ງປີ ຖ້າແຕ່ງງານກັນໄວກວ່ານີ້ ຊີວິດຄູ່ມີໂອກາດລົ້ມເຫຼວສູງ.      ຜູ້ຊາຍທຸກຄົນລ້ວນແຕ່ມັກຜູ້ຍິງງາມ ຄວາມງາມບໍ່ແມ່ນເລື່ອງທີ່ຜິດ ຄົນທີ່ຈະມາເປັນເມຍກໍຕ້ອງມີຄວາມງາມຖືກຕາຕ້ອງໃຈເຮົາແດ່ ເຊິ່ງຄວາມງາມໃນຄວາມຮູ້ສຶກຂອງແຕ່ລະຄົນບໍ່ຄືກັນ ແຕ່ທີ່ສຳຄັນຄວາມງາມໃນຮູບແບບທີ່ທ່ານປະທັບໃຈຈະເຮັດໃຫ້ທ່ານຮູ້ສຶກວ່າ ຊີວິດຄູ່ມີຄຸນຄ່າ ແຄ່ຂໍບອກວ່າ ຜູ້ຊາຍທຸກຄົນກ່ອນແຕ່ງຈະເຫັນວ່າແຟນເຮົາງາມທີ່ສຸດໃນໂລກ ແຕ່ຫຼັງຈາກແຕ່ງໄປໄລຍະໜຶ່ງ ພັດຮູ້ສຶກວ່າ ຜູ້ຍິງໃນໂລກເລີ່ມງາມແຊງໜ້າເມຍເຮົາ (ເອ່ະ! ມັນແມ່ນຈັ່ງໃດຫວະ)ຢ່າມອງຂ້າມຄວາມສະຫຼາດ ຜູ້ຊາຍສ່ວນຫຼາຍບໍ່ມັກຜູ້ຍິງທີສະຫຼາດ (ກວ່າ) ແຕ່ຄວາມຈິງເມຍທີ່ສະຫຼາດຈະຊ່ວຍໃຫ້ຊີວິດກ້າວໜ້າ ແລະຈະມີຜົນໄປຮອດລູກນຳອີກ

ໂດຍສະເພາະລູກຊາຍ ຄວາມສະຫຼາດຈະຖ່າຍທອດຜ່ານ ໂຄຣໂມໂຊມ X ຂອງແມ່ເທົ່ານັ້ນ ມັນຈະບໍ່ຢູ່ໃນໂຄຣໂມໂຊມ Y (ເຊື້ອອະສຸຈິ).ເລື່ອງອາຍຸ ຜູ້ຊາຍຈະຄິດວ່າຄວນເລືອກເມຍອາຍຸນ້ອຍກວ່າ ເຊິ່ງເປັນຄວາມເຂົ້າໃຈຜິດ ຈາກສະຖິຕິປະຮ້າງ ອາຍຸບໍ່ແມ່ນປັດໄຈສຳຄັນ ຖ້າໃຈຕໍ່ເຖິງໃຈກັນໄດ້ ຈະກໍ່ໃຫ້ເກີດຄວາມຮັກທີ່ຍືນຍາວ.      ອີກປະການໜຶ່ງທີ່ຄວນເອົາໃຈໃສ່ ຄວາມຄາດຫວັງຈາກຝ່າຍຍິງ ຕ້ອງເບິ່ງໃຫ້ດີໆ ຜູ້ຍິງບາງຄົນຄາດຫວັງສູງຫຼາຍ ຕ້ອງມີເຮືອນ, ມີລົດລາຄາແພງ, ຕ້ອງໂຣແມນຕິກ, ຕ້ອງໃຫ້ຂອງຂວັນລາຄາແພງໆ ແລະອື່ນໆຄວາມຄາດຫວັງເຫຼົ່ານີ້ ຖ້າທ່ານເຮັດບໍ່ໄດ້ ຊີວິດຄູ່ກໍຈົບ.

ເລື່ອງສຸດທ້າຍທີ່ຢາກເຕືອນໃຫ້ລະມັດລະວັງ ລະຫວ່າງທີ່ຄົບຫາກັນ ໃຫ້ຫັກຫ້າມໃຈໂຕເອງບໍ່ໃຫ້ມີສຳພັນເລິກເຊິ່ງກັນກ່ອນເດັດຂາດ ເພາະມີຜູ້ຊາຍຈຳນວນບໍ່ໜ້ອຍທີ່ຖືກຈັບຂຶ້ນຂຽງ ຫຼືຖືກບັງຄັບໃຫ້ແຕ່ງງານເພື່ອຮັບຜິດຊອບຝ່າຍຍິງ ແລ້ວຄິດກິນແໜງໃຈພາຍຫຼັງ.

ຂໍຂອບໃຈ: ເຈົ້າຂອງຮູບ

Continue Reading

ສາລະໜ້າຮູ້

ມື້ພັກປະຈຳປີ! ອາດປ່ຽນເປັນເງິນໄດ້ ອີງຕາມກົດໝາຍແຮງງານ ມາດຕາ 58

Published

on

ໃກ້ຈະໝົດປີແລ້ວ ! ທ່ານໃຊ້ມື້ພັກປະຈໍາປີ ຂອງທ່ານ ໝົດແລ້ວ ຫຼືຍັງ ? ທ່ານເຄີຍບໍ່! ເຮັດວຽກມາໃກ້ຈະໝົດປີ ມີມື້ພັກປະຈໍາປີຈໍານວນໜື່ງທີ່ຈະມາພັກ ໃນທ້າຍປີ ເພື່ອໄປທ່ອງທ່ຽວພັກຜ່ອນ ກັບຄອຍຄົວ,ຄົນຮັກ, ໝູ່ເພື່ອນ ແຕ່… ບໍ່ໄດ້ພັກ ຍ້ອນເຫດຜົນ ຂອງນາຍຈ້າງເອງ ທ່ານຄວນໄດ້ຮັບສິດຍັງແນ່ເພື່ອຊົດເຊີຍມື້ພັກດັ່ງກ່າວ?

ອີງຕາມກົດໝາຍ ວ່າດ້ວຍ ແຮງງານ(ສະບັບປັບປຸງ) ໄດ້ລະບຸເຖີງ ການນໍາໃຊ້ມື້ພັກວຽກປະຈຳປີຂອງຜູ້ອອກແຮງງານໃນ ມາດຕາ 57(ປັບປຸງ) ວ່າດ້ວຍການພັກວຽກປະຈຳປີດັ່ງນີ້:

1) ຜູ່ອອກແຮງງານ(ລູກຈ້າງ) ທີ່ໄດ້ເຮັດວຽກຕິດຕໍ່ກັນຄົບ ຫນຶ່ງປີ ມີສິດໄດ້ພັກປະຈໍາປີ 15 ວັນ. ສາລັບຜູ່ອອກແຮງງານທີ່ເຮັດວຽກໃນຂະແຫນງວຽກງານ ທີ່ເປັນອັນຕະລາຍຕໍ່ສຸຂະພາບ ຕາມທີ່ໄດ້ກຳ ນົດໄວ້ໃນມາດຕາ 51 ຂອງກົດຫມາຍສະບັບນີ້ ມີສິດພັກວຽກປະຈໍາປີ 18 ວັນ ໂດຍແມ່ນຜູ່ໃຊ້ແຮງງານ(ນາຍຈ້າງ) ເປັນຜູ່ກຳນົດວັນພັກດັ່ງກ່າວລ່ວງຫນ້າ ໃຫ້ຜູ່ອອກແຮງງານ ຫຼື ຕາມການຕົກລົງເຫັນດີ ລະຫວ່າງ ຜູ່ໃຊ້ແຮງງານ ແລະ ຜູ່ອອກແຮງງານ.

2) ການພັກປະຈຳປີ ທັງສອງກໍລະນີຂ້າງເທິງນີ້ ຜູ່ອອກແຮງງານ(ລູກຈ້າງ) ມີສິດໄດ້ຮັບເງິນເດືອນ ຫຼື ຄ່າແຮງງານ ເຕັມຕາມປົກກະຕິ.

3) ວັນພັກປະຈໍາອາທິດ, ວັນພັກທາງລັດຖະການ, ວັນພັກບຸນປະເພນີ ແລະ ວັນພັກກິດທຸລະ ສ່ວນຕົວ ບໍ່ໃຫ້ນັບເຂົ້າໃນວັນພັກວຽກປະຈຳປີ.

4) ຖ້າຜູ່ອອກແຮງງານ(ລູກຈ້າງ) ຫາກບໍ່ໄດ້ພັກວຽກປະຈໍາປີ ອັນເນື່ອງມາຈາກເຫດຜົນຂອງຜູ່ໃຊ້ແຮງງານ(ນາຍຈ້າງ)ນັ້ນ ຜູ້ໃຊ້ແຮງງານ(ນາຍຈ້າງ)ຕ້ອງໄດ້ຈ່າຍເງິນຄ່າແຮງງານເພີ່ມໃຫ້ຜູ່ອອກແຮງງານເທົ່າກັບ ຮ້ອຍສ່ວນຮ້ອຍ ຂອງຄ່າແຮງງານປົກກະຕິ ຕາມຈຳນວນວັນທີ່ບໍ່ໄດ້ພັກ.(ໝາຍຄວາມວ່າທ່ານຄວນຈະໄດ້ຮັບເງິນເທົ່າກັບເງິນສະເລຍຄ່າແຮງງານຕໍ່ມື້ຂອງທ່ານ.)

ເຖີ່ງຢ່າງໃດກໍ່ຕາມ ໃນການຈັດຕັ້ງປະຕິບັດໂຕຈິງ ຫົວໜ່ວຍທີ່ນຳໃຊ້ແຮງງານ ຈະມີນະໂຍບາຍສະເພາະກໍ່ຕາມ ແຕ່ຕ້ອງບໍ່ຂັດຕໍ່ສິດຜົນປະໂຫຍດຂອງຜູ່ອອກແຮງງານ ເຊັ່ນກໍ່ລະນີດັ່ງຕໍ່ໄປນີ້:

ກໍລະນີ 1. ໃນບາງບໍລິສັດ ຫຼື ອົງກອນ ແມ່ນກໍານົດໃຫ້ພະນັກງານຕ້ອງໃຊ້ມືພັກປະຈໍາປີຂອງຕົນໃຫ້ຫມົດພາຍໃນປີນັ້ນໆ ແລະ ບໍ່ສາມາດສະສົມ ຫຼື ແລກປ່ຽນເປັນເງິນໄດ້.

ກໍລະນີ 2. ຖ້າຫາກຜູ່ອອກແຮງງານບໍ່ໄດ້ນຳໃຊ້ມື້ພັກປະຈໍາປີ ຫມົດໃນປີນັ້ນໆ ຍ້ອນເຫດຜົນຂອງບໍລິສັດ ຫຼື ອົງກອນ ແມ່ນສາມາດຍົກໄປສະສົມເປັນມື້ພັກປະຈຳປີໃນປີຕໍ່ໄປໄດ້ ການສະສົມມື້ພັກປະຈໍາປີຕ້ອງບໍ່ກ່າຍ 30 ມື້ ເປັນຕົ້ນ.

ກໍລະນີ 3. ຖ້າຫາກຜູ່ອອກແຮງງານບໍ່ໄດ້ນຳໃຊ້ມື້ພັກປະຈຳປີ ຫມົດໃນປີນັ້ນໆ ແມ່ນສາມາດຂາຍມື້ພັກປະຈຳປີໃຫ້ເພື່ອນຮ່ວມງານໄດ້ ຫຼື ແລກປ່ຽນເປັນເງິນກັບຜູ່ໃຊ້ແຮງງານໄດ້ ອີງຕາມຄ່າສະເລ່ຍຄ່າແຮງງານຕໍ່ມື້ຂອງຜູ່ອອກແຮງງານ.

ບົດຂ່າວ: ອິນທະສອນ

Continue Reading

ສາລະໜ້າຮູ້

ເຕືອນ!!! ຜົນເສຍກະທ່ອມ ມີຫຼາຍກວ່າທີ່ຄິດ

Published

on

ໃບສົດ ຫຼື ກະທ່ອມ ເປັນພືດເສບຕິດຊະນິດຫນຶ່ງເຊິ່ງກໍາລັງເປັນທີ່ນິຍົມໃນກຸ່ມໄວລຸ້ນ ການເສບສິ່ງເສບຕິດແບບນິ ມີຢູ່ 2 ວິທີຄື : ການຫຍ້ໍາໃບສົດ ເເລະ ການນໍາໃບໄປຕົ້ມເພື່ອສະກັດເອົານ້ໍາດື່ມເຂົ້າສູ່ຮ່າງກາຍ ສານເສບຕິດ ຫລັກໆທີ່ພົບໄດ້ຈາກກະທ້ອມເເມ່ນ ໄມທຣາໃຈນິນ (Mitragynine) ເປັນສານຈໍາພວກອັກຄາລອຍທີ່ກົດປະສາດ ສ່ວນກາງ (CNS depressant) ເຊັ່ນດຽວກັບຢາເສບຕິດຈໍາພວກ (Psilocybin LSD) ເເລະ ຈໍາພວກຢາບ້າ (WY) ຜົນເສຍໄລຍະຍາວຄືກະທ້ອມ ເຮັດໃຫ້ຄົນທີ່ໃຊ້ໄປດົນນານເກີດອາການຕິດ ເບື່ອອາຫານ ບໍ່ຢາກດື່ມນ້ໍາ ລ້າ ເຮັດໃຫ້ຕື່ນໂຕໄວ ເເຕ່ຖ້າຫາກຢຸດໃຊ້ກະທັນຫັນຈະເຮັດໃຫ້ ໃຈຮ້າຍ ຫງຸດງິດ ນອນບໍ່ຫລັບ ສະມາທິສັ້ນ ແລະ ອື່ນໆ.

ຜົນເສຍຂອງໃບກະທ່ອມທີ່ສົ່ງຜົນໄລຍະຍາວ ທີ່ສົ່ງຜົນຕໍ່ຈິດໃຈ ແລະ

ລະບົບປະສາດ

ເນື່ອງຈາກສານເຄມີໃນໃບກະທ່ອມໃນປະລິມານ 15 ກຣາມ ຈະເຮັດໃຫ້ມີລິດໃນການຫຼຸດອາການປວດ ແລະ ເປັນຍາກ່ອມປະສາດ ເຊິ່ງຈະອອກລິດໄດ້ຫຼາຍຊົ່ວໂມງແຕ່ຖ້າຫຼາຍເກີນໄປອາດເປັນອັນຕະລາຍ ແລະ ຖ້າຫາກ

ຍັງໃຊ້ເປັນປະຈໍາກໍຈະມີຜົນເສຍໄລຍະຍາວດັ່ງຕໍ່ໄປນີ້:

– ຫົວໃຈເຕັ້ນໄວຜິດປົກກະຕິ

– ຮູ້ສຶກກະວົນກະວາຍ ສັບສົນ

– ເຊື່ອງຊຶມ ເຄື່ອນໄຫວຊ້າ

– ມີຄວາມສຸກຜິດປົກກະຕິ

– ນອນບໍ່ຫຼັບ ຫຼື ຮ່າງກາຍຕື່ນໂຕຕະຫຼອດເວລາ

– ໄຕເກີດຄວາມເສຍຫາຍ ເຮັດໃຫ້ປັດສະວະມີສີເຂັ້ມຂຶ້ນ

– ຜິວຫນັງເປັນສີເຫຼືອງ

– ເກີດຈາດເຮັດວຽກຂອງວຕັບຢ່າງຫນັກໃນການກອງສານພິດອອກຈາກຮ່າງກາຍ

ໃບກະທ່ອມໄດ້ຖືກນໍາມາໃຊ້ຢ່າງຜິດໆ ໂດຍສະເພາະການເອົາມາເຮັດເປັນເຄື່ອງດື່ມ ທີ່ກໍາລັງລະບາດຢູ່ໃນກຸ່ມ ຂອງໄວລຸ່ນຢູ່ລາວຫຼາຍໆຄົນ ເຊິ່ງຫຼາຍຄົນກໍເອົາມາໃຊ້ດື່ມເພື່ອເປັນຢາແກ້ໄອ, ເປັນເຄື່ອງດື່ມແກ້ອາການຢາກ ນອນ ແລະ ອື່ນໆອີກຫຼາຍຫຼາຍ.

ເຊິ່ງປັດຈຸບັນເອງ ໃບກະທ່ອມທີ່ຢູ່ໃນລາວ ກໍຍັງເປັນສິ່ງເກືອດຫ້າມ ຫຼື ສິ່ງຜິດກົດຫມາຍ ເຊິ່ງທາງກະຊວງສາທາລະນະສຸກກໍໄດ້ເຄີຍອອກມາເຕືອນເມື່ອບໍ່ ດົນນີ້ກ່ຽວກັບ ການຫ້າມຈໍາຫນ່າຍ ແລະ ຜະລິດປຸງແຕ່ງກະທ່ອມຢ່າເດັດຂາດ.

ຂໍ້ມູນຄັດຈາກ: insidelaos

Continue Reading

ສາລະໜ້າຮູ້

ສະຫຼະອ່ານ…!ຖ້າບໍ່ຢາກຕົກເປັນເຫຍື້ອຍ ເຕືອນໄພ ການໃຊ້ບັດເຄດິດຢູ່ຕ່າງປະເທດ ອາດຖືກກ໋ອບຂໍ້ມູນແບບບໍ່ຮູ້ຕົວ

Published

on

ເຕືອນໄພ ການໃຊ້ບັດເຄດິດຢູ່ຕ່າງປະເທດ
ເນື່ອງຈາກບັດເຄດິດນິກນາທີ່ເອົາໄປໃຊ້ຢູ່ຕ່າງປະເທດ ຖືກຄົນກ໋ອບປີ້ຂໍ້ມູນແລ້ວເອົາບັດນິກນາໄປໃຊ້ ເລີຍຢາກມາເຕືອນກັນໄວ້ເພື່ອຄວາມປອດໄພຂອງທຸກຄົນ

ບັດທີ່ຖືກກ໋ອບປີ້ຂໍ້ມູນແມ່ນບັດ Master card ລຸ້ນເກົ່າຂອງ ທະນາຄານ BCEL ທີ່ຍັງບໍ່ແມ່ນໂຕລ່າສຸດທີ່ເປັນລະບົບສຳຜັດ
ສະຖານທີ່ທີ່ຄາດວ່າຖືກກ໋ອບປີ້ຂໍ້ມູນບັດ ແມ່ນຢູ່ສູນອາຫານໃນຫ້າງຢູ່ບູດາເປສ ຮົງກາລີ, ເນື່ອງຈາກຢູ່ຢູໂລບດຽວນີ້ ຖ້າໃຊ້ບັດເຄດິດເຂົາຈະຍື່ນເຄື່ອງກົດ POS ໃຫ້ລູກຄ້າສຽບບັດ ຫລືແຕະບັດ ແລ້ວກົດເອງໝົດ,

ມີຮ້ານດຽວນີ້ທີ່ເອົາບັດນິກນາໄປກົດເອງ, ເຮົາກໍ່ບໍ່ເອະໃຈ ຖືວ່າປະໝາດເລີຍກໍ່ວ່າໄດ້ ເພາະບໍ່ຮູ້ວ່າເຂົາຖ່າຍຮູບບັດເຮົາທັງດ້ານໜ້າດ້ານຫລັງ ເຂົາກໍ່ເອົາຂໍ້ມູນບັດເຮົາໄປຮູດໄດ້ແລ້ວ ຫລືມີເຄື່ອງໂຈນລະກຳຂໍ້ມູນບັດເຮົາ ພຽງສຽບບັດເຮົາເຂົ້າໄປ ເຂົາສາມາດພິມບັດເຮົາອອກມາອີກບັດໜຶ່ງເພື່ອໃຊ້ໄດ້ເລີຍ

ຫລັງຈາກໃຊ້ບັດຢູ່ບ່ອນນັ້ນ ຜ່ານໄປ4ມື້ ຈົນເຮົາອອກຈາກບູດາເປສ ມາຢູ່ບາເຊໂລນ່າ ສະເປນແລ້ວ ມີລາຍການແຈ້ງເຕືອນໃຊ້ບັດຢູ່ບູດາເປສ ລາຍການລະ 114.45$ 3ລາຍການຕິດ ຍອດດຽວກັນ ບ່ອນດຽວກັນ, ຍັງໂຊກດີທີ່ລະບົບຂອງ BCEL ONE ມີການແຈ້ງເຕືອນອອນລາຍ ເຮົາເລີຍເຂົ້າໄປລ໋ອກບັດ ແລະແຈ້ງສູນປິດບັດທັນທີເລີຍ, ກັບມາຮອດລາວກໍ່ເຂົ້າໄປເຮັດເລື່ອງຂໍຮຽກເກັບເງິນຄືນລາຍການທີ່ເຮົາບໍ່ໄດ້ໃຊ້ (ຫວັງວ່າຊິໄດ້ຄືນ ເພາະເພິ່ນຕ້ອງສົ່ງເລື່ອງໄປສູນ Master card ສາກົນ ໃຊ້ເວລາປະມານ45ວັນ) ແລະອອກບັດໃໝ່ລຸ້ນລ່າສຸດເລີຍ

ຂໍ້ແນະນຳສຳລັບຜູ້ທີ່ຈະເອົາບັດເຄດິດໄປໃຊ້ຢູ່ຕ່າງປະເທດ
1. ໄປປ່ຽນບັດເປັນລຸ້ນສຳຜັດ ລຸ້ນລ່າສຸດ ຄວາມປອດໄພສູງສຸດເລີຍ

2. ຫ້າມໃຫ້ໃຜຈັບບັດເຮົາເດັດຂາດ ເຖິງຊິເປັນພະນັກງານຮ້ານໃດກໍ່ຕາມ ເຮົາຕ້ອງແຕະເອງ ສຽບເອງ ກົດເອງ
3. ລ໋ອກບັດໄວ້ຕະຫລອດເວລາ ເວລາຈະໃຊ້ຈິ່ງເປີດ (ຕາມຮູບ3)

ແຫລ່ງທີ່ມາ:

Continue Reading
ເດືອນພະຈິກ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
252627282930  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້