ແຈ້ງການ ເມືອງໜື່ນ ໃຫ້ຈ່າຍຄ່າໄຟຟ້າ ຜ່ານແອັບທະນາຄານຢ່າງດຽວ

ສູນບໍລິການໄຟຟ້າເມືອງໝື່ນອອກແຈ້ງການ ໃຫ້ໄປຈ່າຍເງິນຄ່າກະແສໄຟຟ້າ ຢູ່ສູນບໍລິການໄຟຟ້າເມືອງ ຫຼືຜ່ານທາງທະນາຄານ, ໂທລະສັບ.

ເນື່ອງຈາກຜູ້ເກັບເງິນຄ່າກະແສໄຟຟ້າ ບ້ານນາປ່າໄຜ່ ແມ່ນນອນຢູ່ໃນກຸ່ມສ່ຽງ ພະຍາດໂຄວິດ-19(ຢ້ຳວ່າກຸ່ມສ່ຽງ)

ເຊິ່ງໄດ້ກັກໂຕເອງ ແລະເກັບຕົວຢ່າງແລ້ວ ດັ່ງນັ້ນຂໍໃຫ້ບັນດາທ່ານຈົ່ງໃຫ້ຄວາມຮ່ວມມື ໃຫ້ໄປເສຍຄ່າໄຟໂດຍບໍ່ໃຫ້ກາຍວັນທີ28ກັນຍາ.