ເຈົ້າໜ້າທີ່ ປກສ ແຂວງຫຼວງນໍ້າທາ ມອບລົດຈັກທີ່ຄົນຮ້າຍລັກ ໃຫ້ ປກສ ເມືອງສີໂຄດຕະບອງ.

ຕາມການໃຫ້ຂໍ້ມູນຂອງ ທ່ານ ຮອ ຄຳມະນີ ລືໄຊ ຮອງພະແນກສືບສວນ-ສອບສວນ ປກສ ແຂວງຫຼວງນ້ຳທາ ໃຫ້ຮູ່ວ່າ:ໃນວັນທີ 5 ມີຖຸນາ 2020 ພະແນກສືບສວນ-ສອບສວນ ປກສ ແຂວງຫຼວງນ້ຳທາ ໄດ້ມອບສົ່ງລົດຈັກທີ່ຄົນຮ້າຍລັກຈຳນວນ 06 ຄັນ ໃຫ້ ປກສ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ໃນການມ້າງກຸ່ມແກ້ງລັກລົດຈັກ ແລະ ຊື້ຂາຍຊັບຜິດກົດໝາຍ, ມາຮອດວັນທີ 28 ພຶດສະພາ 2020

ເຈົ້າໜ້າທີຕຳຫຼວດ ພະແນກສືບສວນ-ສອບສວນ ປກສ ແຂວງ ຈຶ່ງໄດ້ກັກຕົວເປົ້າໝາຍ 01 ຄົນ ຊື່ ນາງ ພອນທິບ ອາຍຸ 24 ປີ, ຄ້າຂາຍ ຢູ່ບ້ານດອນມູນ ເມືອງ ແລະ ແຂວງຫຼວງນ້ຳທາ ມາສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ ນາງ ພອນທິບ ໄດ້ຮັບສະລະພາບວ່າ: ຕົນເອງໄດ້ມີການພົວພັນກັບກຸ່ມແກ້ງຢູ່ ແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ໃນການຊື້-ຂາຍລົດຈັກ ຕັ້ງແຕ່ເດືອນ ທັນວາ 2019 ເປັນຕົ້ນມາ ແລະ ໄດ້ນໍາເອົາລົດຈັກທີ່ຄົນຮ້າຍລັກມານັ້ນ ມາຂາຍຢູ່ ແຂວງຫຼວງນ້ຳທາ ຈຳນວນ 11 ຄັນ.

ໃນນັ້ນ ມີລົດຈັກຍີ່ຫໍ້ຮອນດາເວບ 100 ຈຳນວນ 10 ຄັນ ແລະ ລົດຈັກຍີ່ຫໍ້ຮອນດາຄຼິກໄອ 2017 ຈຳນວນ 01 ຄັນ, ມາຮອດວັນທີ 01 ມີຖຸນາ ເຈົ້າໜ້າທີ ປກສ ເມືອງສີໂຄດຕະບອງ ໄດ້ຂຶ້ນມາປະສານສົມທົບພະແນກສືບສວນ-ສອບສວນ ປກສ ແຂວງຫຼວງນ້ຳທາ ເພື່ອລົງເກັບກູ້ລົດຈັກຈຳນວນດັ່ງກ່າວ.

ຜ່ານການລົງເກັບກູ້ຕົວຈິງໄດ້ຈຳນວນ 06 ຄັນ, ໃນນີ້ ມີລົດຈັກຍີ່ຫໍ້ຮອນດາເວບ 100 ຈຳນວນ 05 ຄັນ ແລະ ລົດຈັກຍີ່ຫໍ້ຮອນດາຄຼິກໄອ 2017 ຈຳນວນ 01 ຄັນ. ສ່ວນ ນາງ ພອນທິບ ຜູ່ຖືກຫາ ທີ່ເຈົ້າໜ້າທີ່ ປກສ ແຂວງຫຼວງນໍ້າທາ ກັກຕົວໄວ້ນັ້ນ ແມ່ນໄດ້ມອບຕົວໃຫ້ທາງເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ນຳຕົວຜູ່ກ່ຽວໄປດຳເນີນ ແລະ ຂະຫຍາຍຜົນຢູ່ນະຄອນຫຼວງວຽງຈັນ ພ້ອມນຳເອົາລົດຈັກຈຳນວນ 06 ຄັນ ໄປມອບຄືນໃຫ້ເຈົ້າຂອງຊັບຢູ່ນະຄອນຫຼວງວຽງຈັນຕາມລະບຽບກົດໝາຍ.

ຂ່າວ: ຮທ ທະວີສັກ ສີຄັນສໍ