ໄປບໍ່ລອດ! ຕົວການຊອກຫາກໍ່ເຫດທຸບແວ່ນລົດມີປະຫວັດມາແລ້ວ10ຄັ້ງ

ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງສີໂຄດ ຕະບອງ ໄດ້ຮັບແຈ້ງຈາກ ປກສ ກຸ່ມສີຖານເໜືອ ໃຫ້ຮູ້ວ່າ: ວັນທີ 20 ກັນຍາ 2021 ໄດ້ຈັບຄົນຮ້າຍທີ່ ກໍ່ເຫດທຸບແມ່ນລົດ ແລ້ວລັກຊັບໃນລົດນັ້ນ ເຊິ່ງ ເຫດການເກີດຂຶ້ນແຕ່ວັນທີ 17 ກັນຍາ 2021 ຢູ່ ບ້ານອຸບມຸງ ເມືອງສີໂຄດຕະບອງ ຜູ້ກ່ຽວຂີ່ລົດຈັກ ຮອນດ້າຄລິກໄອ ສີສົ້ມດຳ ມາທຸບແວ່ນລົດ ໂຕ ໂຍຕ້າປຣາຣາໂດ ທີ່ຈອດໄວ້ແຄມທາງ ເມື່ອສຳເລັດ ແລ້ວຈຶ່ງໜີໄປ ເຈົ້າໜ້າທີ່ຈຶ່ງນໍາຈັບ.

ຜູ້ກໍ່ເຫດຊື່ ທ້າວ ມີນາ ອາຍຸ 39 ປີ ປະຊາຊົນ ບ້ານ ພະຂາວ ເມືອງໄຊທານີ ພົບເຫັນຂໍ້ມູນຫຼັກຖານທີ່ ໃຊ້ກໍເຫດ ພ້ອມເງິນ 1.300.000 ກີບ, ມາດຳເນີນ ຄະດີ.

ຜູ້ກ່ຽວ ຮັບສາລະພາບວ່າ: ໃນວັນທີ 17 ກັນຍາ 2021 ຕົນໄດ້ໂທຊວນໝູ່ຄົນໜຶ່ງ ໄປຊອກທຸບ ແວ່ນລົດໃຫຍ່ 2 ຄັນ, ໄດ້ກະເປົາ 1 ໜ່ວຍ ແລະ ອີກຄັນໜຶ່ງໄດ້ກະເປົາ 1 ໜ່ວຍ ໃນກະເປົ໋າມີເງິນ 7 ລ້ານກີບ, 600 ຢວນ ແລະ ເອກະສານຈຳນວນໜຶ່ງ ຈິ່ງໄດ້ປັນເງິນກັນຈາກນັ້ນກໍແຍກຍ້າຍກັນກັບ ບ້ານ, ເຊິ່ງຜ່ານມາເຄີຍທຸບແວ່ນລົດໃຫຍ່ມາແລ້ວ 10 ຄັ້ງ.

ປັດຈຸບັນຄະດີດັ່ງກ່າວ ເຈົ້າໜ້າທີ່ໜ່ວຍງານວິຊາ ສະເພາະ ປກສ ເມືອງສີໂຄດຕະບອງ ພວມເລັ່ງ ສືບສວນ-ສອບສວນ ຂະຫຍາຍຜົນຊອກຫາກຸ່ມ ແກ້ງຮ່ວມຂະບວນການມາ ດຳເນີນຄະດີຕາມຂັ້ນ ຕອນຂອງກົດໝາຍ.