ຂ່າວດີ!!! ກຽມຕ້ອນຮັບວັກຊີນ Sputnik Light 30,000 ໂດສ !!! ຈາກ ສະຫະພັນຣັດເຊຍ .

ຂ່າວດີ!!! ກຽມຕ້ອນຮັບວັກຊີນ Sputnik Light 30,000 ໂດສ !!! ຈາກ ສະຫະພັນຣັດເຊຍ .

ແຈ້ງຂ່າວດີ ໃຫ້ທຸກທ່ານຊາບວ່າ ລັດຖະບານສະຫະພັນຣັດເຊຍ ແຈ້ງຊ່ວຍເຫຼືອ ສະໜອງຢາວັກຊີນ ປ້ອງກັນພະຍາດໂຄວິດ-19 SPUTNIK LIGHT ພ້ອມອຸປະກອນທາງການແພດ ໃຫ້ແກ່ລັດຖະບານ ແຫ່ງ ສປປລາວ.

ເສັ້ນບິນ ກະລາໂນຍັກ, ສ. ຣັດເຊຍ – ວຽງຈັນ (ສປປ ລາວ) – ກະລາໂນຍັກ, ສ. ຣັດເຊຍ. ໃນວັນທີ 22 ກັນຍາ 2021 ຮອດວຽງຈັນ ເວລາປະມານ 06:30 ໂມງຕອນເຊົ້າ ດັ່ງນັ້ນ, ຈຶ່ງແຈ້ງເພື່ອປະຊາຊົນອ້ອມແອ້ມຂ້າງສະໜາມບິນ ອາດຈະໄດ້ຍິນສຽງດັງໃນຊ່ວງເຊົ້າ.

ຂໍ້ມູນ ແລະ ພາບຈາກ: ແອໂຣລາວ | AEROLAOS .